中文 English {{ activeLangText || 'Languages' }} {{ item.text }}
ນັກເຕັ້ນລຳຢຸນນານສະແດງມໍລະດົກວັດທະນະທຳນາມມະທຳຂອງບ້ານເກີດໃຫ້ໂລກໄດ້ເຫັນ

ນັກເຕັ້ນລຳຢຸນນານສະແດງມໍລະດົກວັດທະນະທຳນາມມະທຳຂອງບ້ານເກີດໃຫ້ໂລກໄດ້ເຫັນ

By QinXuedan|
分享到Facebook

ເມື່ອບໍ່ດົນມານີ້, ການສະແດງຂ້າມຊາດຂອງມາເລເຊຍຄັ້ງນີ້ໄດ້ກາຍເປັນທີ່ນິຍົມຢ່າງໄວວາໃນອິນເຕີເນັດ. ທ່ານ ຕູ້ປິ່ນ ນັກເຕັ້ນລຳຈາກເມືອງເຫວີນຊານໄດ້ເຂົ້າຮ່ວມການສ້າງສັນຜົນງານໃນທົ່ວຂະບວນການ.

图片

ການສະແດງຄັ້ງນີ້ຢູ່ມາເລເຊຍ, ແມ່ນການຮ່ວມມືກັນຄັ້ງທີສອງລະຫວ່າງທີມງານຂອງທ່ານຕູ້ປິ່ນ ແລະ ນັກຮ້ອງຊາຍຊາວຈີນແຜ່ນດິນໃຫຍ່ ທ່ານ ຈ່າງຢີ້ຊິງ. ເມື່ອເວົ້າເຖິງແນວຄິດສ້າງສັນໃນການເລືອກເພງ “ອາຊືມູ່ກວາ” (A Chi Mu Gua)ຂອງຊົນເຜົ່າລີ້ຊູ້, ທ່ານ ຕູ້ປິ່ນ ໄດ້ແນະນຳວ່າ: “ອາຊື” ໝາຍເຖີແບ້, ເຊິ່ງສອດຄ່ອງກັບຊື່ຫຼິ້ນຂອງແຟນເພງ ທ່ານ ຈ່າງຢີ້ຊິງ  ທີ່ວ່າ “ລູກແກະນ້ອຍ”, ແລະ ການຕົບແຕ່ງເຄື່ອງແຕ່ງກາຍເຕັ້ນດ້ວຍຫອຍກໍສອດຄ່ອງກັບຊື່ຫຼິ້ນຂອງແຟນເພງທີ່ວ່າ “ຫອຍ”, ເຊິ່ງເຊື່ອມໂຍງຄວາມຮູ້ສຶກຂອງແຟນເພງເຂົ້າກັບວັດທະນະທຳຂອງຊາດໄດ້ຢ່າງເປັນທຳມະຊາດ, ທັງສ້າງບັນຍາກາດໃນເວທີໃຫ້ຄຶກຄື້ນ, ແລະ ຍັງນຳໃຊ້ລັກສະນະຂອງຊາດ, ເຮັດໃຫ້ຊາວໜຸ່ມຕ່າງປະເທດຈຳນວນຫຼາຍໄດ້ສຳຜັດກັບສະເໜ່ອັນເປັນເອກະລັກຂອງມໍລະດົກນາມມະທຳຂອງແຂວງຢຸນນານ.

ທ່ານ ຕູ້ປິ່ນ ແລະ ທີມງານ ໄດ້ໃຊ້ເວລາສອງເດືອນໃນການປັບປຸງຢ່າງລະອຽດ. ພວກເຂົາເຈົ້າໄດ້ເດີນທາງໄປເມືອງ ວີຊີ, ແຂວງ ຕີຊິງ ເພື່ອເກັບກຳຂໍ້ມູນຕົວຈິງ, ເຂົ້າເຖິງບ້ານເພື່ອສຶກສາຮີດຄອງປະເພນີຂອງຊົນເຜົ່າ ລີ້ຊູ້, ແລະ ຕິດຕາມນັກສືບທອດມໍລະດົກນາມະທຳ, ຄູສອນມືອາຊີບຈາກຄະນະເຕັ້ນຮ້ອງເພງ ເພື່ອຮຽນຮູ້ການເຄື່ອນໄຫວເຕັ້ນພື້ນເມືອງ "ອາຊີມູ່ກວາ" ຢ່າງເປັນລະບົບ.

图片

ແນວໃດກໍຕາມ, ຫຼັງຈາກການເລືອກຫົວຂໍ້ສຳເລັດແລ້ວ, ການປະສົມປະສານສ້າງສັນກໍໄດ້ພົບກັບສິ່ງທ້າທາຍບໍ່ໜ້ອຍ: ຈັງຫວະການເຄື່ອນໄຫວຂອງການເຕັ້ນລຳ ອາຊືມູ່ກວາ ແບບດັ້ງເດີມແມ່ນຊ້າ, ໃນຂະນະທີ່ການເຕັ້ນຮິບຮັອບສຸມໃສ່ຄວາມແຂງແຮງ ແລະ ຈັງຫວະທີ່ຮຸນແຮງ, ການເຮັດໃຫ້ການເຕັ້ນສອງຮູບແບບທີ່ແຕກຕ່າງກັນຢ່າງຫຼວງຫຼາຍນີ້ປະສົມປະສານກັນຢ່າງເປັນທຳມະຊາດໄດ້ແນວໃດ, ໄດ້ກາຍເປັນບັນຫາທີ່ຫຍຸ້ງຍາກທີ່ສຸດຂອງທີມງານໃນໄລຍະຕົ້ນ.

图片

“ພວກເຮົາໄດ້ແຍກຈັງຫວະຂອງການເຕັ້ນລຳ ອາຊືມູ່ກວາ ອອກ ແລະ ນຳໃຊ້ເຂົ້າໃນໂຄງສ້າງການເຄື່ອນໄຫວຂອງ ຮິບຮອບ, ເຮັດໃຫ້ວັດທະນະທຳພື້ນເມືອງທີ່ໜັກແໜ້ນມີຊີວິດຊີວາຕາມຈັງຫວະຂອງ ຮິບຮອບ.” ທ່ານ ຕູ້ປິ່ນ ກ່າວວ່າ, ການໄດ້ນຳໃຊ້ເວທີສາກົນແບບນີ້ ເພື່ອເຜີຍແຜ່ວັດທະນະທຳພື້ນເມືອງຂອງແຂວງຢຸນນານບ້ານເກີດຂອງຕົນ, ນັ້ນຄືຄວາມພາກພູມໃຈທີ່ສຸດຂອງຕົນເອງໃນຖານະນັກເຕັ້ນລຳ.