中文 English {{ activeLangText || 'Languages' }} {{ item.text }}
ອຸນຫະພູມສູງທົ່ວເອີຣົບ, “ລົມ​ຈີນ” ສົ່ງຄວາມ​ເຢັນ​ໄປໃຫ້ຄືແນວ​ໃດ
ຂ່າວ > ເນື້ອຫາ

ອຸນຫະພູມສູງທົ່ວເອີຣົບ, “ລົມ​ຈີນ” ສົ່ງຄວາມ​ເຢັນ​ໄປໃຫ້ຄືແນວ​ໃດ

By QinXuedan|
分享到Facebook

ໃນລະດູຮ້ອນນີ້, ອຸນຫະພູມທີ່ສູງໄດ້ເຮັດໃຫ້ເອີຣົບຮ້ອນອົບເອົ້າ, ຫຼາຍຄອບຄົວໄດ້ຟ້າວໄປຊື້ແອເຢັນ, ການຈອງຕິດຕັ້ງແມ່ນຕ້ອງລໍຖ້າໄປອີກຫຼາຍເດືອນ. ແອເຢັນທີ່ຂາຍຢູ່ຕະຫຼາດເອີຣົບສ່ວນຫຼາຍແມ່ນມາຈາກພາກພື້ນອາຊີຕາເວັນອອກ, ໂດຍສະເພາະແມ່ນສ່ວນແບ່ງຕະຫຼາດຂອງວິສາຫະກິດຈີນທີ່ສືບຕໍ່ເພີ່ມຂຶ້ນ.

ພາຍໃຕ້ແສງແດດທີ່ຮ້ອນແຮງ, ແອເຢັນ ແລະ ຜະລິດຕະພັນຫຼຸດຜ່ອນຄວາມຮ້ອນອື່ນໆຂອງຍີ່ຫໍ້ຈີນໄດ້ຮັບຄວາມນິຍົມໃນຕະຫຼາດເອີຣົບ. ຈີນມີລະບົບຕ່ອງໂສ້ການຜະລິດ ແລະ ລະບົບຕ່ອງໂສ້ການສະໜອງແອເຢັນໃນເຮືອນຢູ່ທີ່ຄົບຖ້ວນ, ແລະ ເປັນຜູ້ຜະລິດ ແລະ ສົ່ງອອກແອເຢັນທີ່ໃຫຍ່ທີ່ສຸດໃນໂລກຕິດຕໍ່ກັນຫຼາຍປີ. ປະມານ 80% ຂອງແອເຢັນໃນເຮືອນຢູ່ອາໃສທົ່ວໂລກແມ່ນຜະລິດຈາກຈີນ, ແລະ ອັດຕາສ່ວນການຜະລິດຊິ້ນສ່ວນຫຼັກເຊັ່ນ: ເຄື່ອງແຮງດັນ(ຫຼື ຄອມເພຼສເຊີ)ແມ່ນກວມເອົາ 90% ຂອງໂລກ.

ຫຼາຍສິບປີຜ່ານມານີ້, ຈີນໄດ້ສ້າງຕັ້ງລະບົບການຜະລິດເຄື່ອງໃຊ້ໄຟຟ້າສຳລັບເຮືອນຢູ່ອາໃສທີ່ຄົບວົງຈອນເທື່ອລະກ້າວ, ໂດຍມີຜົນກະທົບຈາກການລວມຕົວຂອງການຄົ້ນຄວ້າ ແລະ ພັດທະນາ, ການຜະລິດ, ການຂົນສົ່ງ ແລະ ການບໍລິການຫຼັງການຂາຍໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ວິສາຫະກິດສາມາດເປີດຕົວຜະລິດຕະພັນໃໝ່ໄດ້ໄວຂຶ້ນ ແລະ ມີຄວາມສາມາດໃນການຜະລິດຂະໜາດໃຫຍ່ທີ່ເຂັ້ມແຂງ. ຖ້າເວົ້າວ່າເມື່ອກ່ອນແອເຢັນຂອງຈີນສ່ວນໃຫຍ່ແມ່ນອີງໃສ່ທ່າແຮງດ້ານຕົ້ນທຶນ, ແຕ່ມື້ນີ້ແມ່ນໄດ້ຮັບຜົນປະໂຫຍດຈາກທ່າແຮງດ້ານການແຂ່ງຂັນທີ່ຄົບວົງຈອນທີ່ເກີດຈາກລະບົບອຸດສາຫະກໍາທີ່ຄົບວົງຈອນ.

ຫຼາຍສິບປີຜ່ານມານີ້, ສະພາບອາກາດໃນບັນດາປະເທດເອີຣົບສ່ວນໃຫຍ່ແມ່ນອົບອຸ່ນ. ການອອກແບບທີ່ຢູ່ອາໄສໃນປະເທດອັງກິດ, ຝຣັ່ງ ແລະ ປະເທດອື່ນໆ ແມ່ນອີງໃສ່ຝາໜາ, ມ່ານປ່ອງຢ້ຽມ ຫຼື ການລະບາຍອາກາດແບບທຳມະຊາດ ເພື່ອຫຼຸດຜ່ອນຄວາມຮ້ອນ. ສື່ມວນຊົນຫຼາຍແຫ່ງລາຍງານວ່າ ອັດຕາການນຳໃຊ້ແອເຢັນໃນທີ່ຢູ່ອາໄສຂອງເອີຣົບແມ່ນພຽງແຕ່ປະມານ 20% ເທົ່ານັ້ນ, ແລະ ໃນບາງປະເທດກໍຕໍ່າກວ່າ 5%. ຍ້ອນສະພາບອາກາດ, ເຄື່ອງປັບອາກາດຈຶ່ງບໍ່ເຄີຍກາຍເປັນສິ່ງຈຳເປັນໃນຊີວິດປະຈຳວັນຂອງຊາວເອີຣົບຢ່າງແທ້ຈິງ, ແຕ່ຕອນນີ້ສະຖານະການດັ່ງກ່າວກຳລັງປ່ຽນແປງ.

ພາຍໃຕ້ສະພາບແວດລ້ອມການປ່ຽນແປງຂອງດິນຟ້າອາກາດທົ່ວໂລກ, ກົດລະບຽບດ້ານສິ່ງແວດລ້ອມຂອງແຕ່ລະປະເທດນັບມື້ນັບເຂັ້ມງວດຂຶ້ນ, ສະຫະພາບເອີຣົບບໍ່ແມ່ນກຸ່ມເສດຖະກິດດຽວທີ່ຊອກຫາຄວາມສົມດຸນລະຫວ່າງການປະຢັດພະລັງງານ ແລະ ຫຼຸດຜ່ອນການປ່ອຍອາຍພິດກັບຄວາມຕ້ອງການຄວາມເຢັນ. ອົງການພະລັງງານສາກົນຄາດຄະເນວ່າຈຳນວນແອເຢັນທົ່ວໂລກຈະເກີນ 5 ພັນລ້ານເຄື່ອງພາຍໃນປີ 2050, ເຊິ່ງການຄວບຄຸມການປ່ອຍມົນລະພິດໃນຂະນະທີ່ເຮັດຄວາມເຢັນເປັນສິ່ງສຳຄັນໃນການປ່ຽນແປງພະລັງງານ.

ໃນຊຸມປີມໍ່ໆມານີ້, ວິສາຫະກິດຈີນໄດ້ເຂົ້າຮ່ວມຢ່າງຕັ້ງໜ້າໃນການພັດທະນາເຕັກໂນໂລຊີປໍ້າຄວາມຮ້ອນ. ໂດຍອີງໃສ່ເຕັກໂນໂລຊີ ແລະ ຄວາມສາມາດໃນການຜະລິດທີ່ໄດ້ສະສົມມາເປັນເວລາດົນນານ, ວິສາຫະກິດແອເຢັນຂອງຈີນກຳລັງສະໜອງທາງເລືອກຜະລິດຕະພັນທີ່ຫຼາກຫຼາຍໃຫ້ແກ່ການຫັນເປັນສີຂຽວ ແລະ ກາກບອນຕໍ່າໃນຫຼາຍພາກພື້ນ, ລວມທັງເອີຣົບ.

ສຳລັບຊາວເອີຣົບ, ປີນີ້ເປັນລະດູຮ້ອນທີ່ຮ້ອນອົບເອົ້າ, ສ່ວນສຳລັບອຸດສາຫະກຳຄວາມເຢັນທົ່ວໂລກ, ອຸນຫະພູມສູງໄດ້ສະໜອງໂອກາດໃໝ່ໃຫ້ແກ່ປະເທດຕ່າງໆໃນການຮ່ວມມືດ້ານອຸດສາຫະກຳຢ່າງເລິກເຊິ່ງ ແລະ ຊຸກຍູ້ການປະດິດສ້າງເຕັກໂນໂລຊີສີຂຽວ.