"ແຮັດທຣິກ" (Hat-trick) ແມ່ນຫຍັງ?
"ແຮັດທຣິກ" ໃນວົງການບານເຕະໝາຍເຖິງການທີ່ນັກເຕະຄົນດຽວກັນຍິງໄດ້ 3 ປະຕູໃນການແຂ່ງຂັນດ່ຽວ. ການຍິງປະຕູຈາກການລົງຫຼິ້ນແບບເຄື່ອນໄຫວ, ການຍິງຟຣີຄິກ, ແລະ ການຍິງຈຸດໂທດ ລ້ວນແຕ່ສາມາດນັບເຂົ້າເປັນ "ແຮັດທຣິກ" ໄດ້, ສ່ວນການຍິງປະຕູໃນການດວນຈຸດໂທດ ແລະ ການຍິງເຂົ້າປະຕູຕົນເອງແມ່ນບໍ່ນັບ.
ຄຳນີ້ມີຕົ້ນກຳເນີດມາຈາກກິລາຄຣິກເກັດ. ໃນສະຕະວັດທີ 19, ນັກກິລາຄຣິກເກັດຊາວອັງກິດຄົນໜຶ່ງໄດ້ຕີລູກສາມປະຕູຕິດຕໍ່ກັນໃນການແຂ່ງຂັນ, ຫຼັງຈາກການແຂ່ງຂັນລາວໄດ້ຮັບໝວກໜຶ່ງໃບເປັນທີ່ລະນຶກ, ແລະ "ແຮັດທຣິກ" ກໍໄດ້ແຜ່ລາມອອກໄປ, ຕໍ່ມາໄດ້ຖືກນຳໃຊ້ເຂົ້າໃນກິລາບານເຕະ.

ໃນສະໜາມແຂ່ງຂັນບານເຕະໂລກມີຫຼາຍສາກທີ່ໜ້າຈົດຈຳຂອງການ “ເຮັດແຮັດທຣິກ” ຄື: ໃນປີ 1958, ເປເລ່ ອາຍຸ 17 ປີ ຈາກທີມຊາດບຣາຊິນ ໄດ້ຍິງ 3 ປະຕູໃນຮອບຮອງຊະນະເລີດ, ສ້າງສະຖິຕິເປັນນັກເຕະທີ່ໜຸ່ມທີ່ສຸດທີ່ເຮັດ “ແຮັດທຣິກ” ໃນເຕະບານໂລກ; ໃນປີ 1966, ເຮີສ ໄດ້ຍິງ 3 ປະຕູໃນຮອບຊິງຊະນະເລີດ, ຊ່ວຍໃຫ້ທີມຊາດອັງກິດຄວ້າແຊ້ມບານເຕະໂລກໄດ້ເປັນຄັ້ງດຽວໃນປະຫວັດສາດທີ່ຜ່ານມາ; ໃນຮອບແບ່ງກຸ່ມຂອງບານເຕະໂລກ 2018, ຄຣິສເຕຍໂນ ໂຣນັລໂດ (C Ronaldo) ນັກເຕະຊາວປອກຕຸຍການ ໄດ້ຍິງ 3 ປະຕູໃສ່ທີມຊາດສະເປນ, ນຳພາທີມເຂົ້າສູ່ຮອບນັອກເອົາ; ໃນປີ 2022, ກອນຊາໂລ ລາໂມສ ນັກເຕະຊາວປອກຕຸຍການ ໄດ້ຍິງ 3 ປະຕູໃນຮອບ 16 ທີມສຸດທ້າຍ, ເຊິ່ງເປັນການສິ້ນສຸດການບໍ່ມີ "ແຮັດທຣິກ" ໃນຮອບນັອກເອົາຂອງເຕະບານໂລກມາເປັນເວລາຫຼາຍປີ; ສ່ວນ ເອັມບັບເປ ນັກເຕະຊາວຝຣັ່ງ ໄດ້ຍິງ "ແຮັດທຣິກ" ໃນຮອບຊິງຊະນະເລີດ, ກາຍເປັນນັກເຕະຄົນທີສອງທີ່ຍິງ "ແຮັດທຣິກ" ໃນປະຫວັດສາດຮອບຊິງຊະນະເລີດຂອງບານເຕະໂລກ.
ໃນການແຂ່ງຂັນບານເຕະໂລກ 2026 ຂອງສະຫະລັດອາເມລິກາ, ການາດາ ແລະ ເມັກຊິໂກ, ເມສຊີ ໄດ້ສ້າງປະຫວັດສາດໃໝ່, ໂດຍໄດ້ຍິງປະຕູທັງໝົດໃນການແຂ່ງຂັນຮອບແບ່ງກຸ່ມລະຫວ່າງທີມຊາດອາເຈນຕິນາ ແລະ ທີມຊາດແອລຈີເຣຍ, ເຊິ່ງເປັນການຍິງ “ແຮັດທຣິກ” ຄັ້ງທຳອິດໃນອາຊີບຂອງລາວໃນການແຂ່ງຂັນເຕະບານໂລກ. ນອກຈາກນີ້, ລາວຍັງໄດ້ສ້າງສະຖິຕິໃໝ່ສຳລັບຜູ້ທີ່ຍິງ “ແຮັດທຣິກ” ໃນການແຂ່ງຂັນບານເຕະໂລກທີ່ມີອາຍຸຫຼາຍທີ່ສຸດ ດ້ວຍອາຍຸ 38 ປີ 357 ວັນ.