ປະຢັດໄດ້ 140,000 ຢວນ ແລະ ໄດ້ຮັບຄຳຍ້ອງຍໍຈາກທົ່ວບ້ານ: ຊາວບ້ານຈີນນຳໃຊ້ດິນຈີ່ ແລະ ກະເບື້ອງເກົ່າ 270,000 ກ້ອນ “ປະກອບ” ເປັນເສັ້ນທາງຍ່າງທີ່ສວຍງາມ
By QinXuedan|
“ຍ່າງ 5 ກິໂລແມັດຕໍ່ມື້, ພໍດີກັບການຍ່າງອ້ອມບ້ານ, ປະລິມານການອອກກຳລັງກາຍກໍພໍດີ.” ຫຼັງຈາກກິນເຂົ້າແລງແລ້ວ, ທ່ານ ເຊ້ຍຈິງຢວນ, ຫົວໜ້າວິສາຫະກິດຜ້າແພຢູ່ຕາແສງເຜີງຢາງເມືອງຊຽນຖາວແຂວງຫູເປີຍ, ພວມຍ່າງອ້ອມບ້ານຕ້າຫຼີງຕາແສງເຜີງຢາງ. ນັ້ນມີທາງຍ່າງພັກຜ່ອນຍາວ 650 ແມັດ ແລະ ກວ້າງ 1.5 ແມັດ ຢູ່ໃຕ້ຕີນຂອງລາວ.
ໃນປີ 2023, ເມືອງຊຽນຖາວ ໄດ້ຊຸກຍູ້ການປະຕິບັດງານປັບປຸງ ແລະ ຍົກລະດັບສະພາບແວດລ້ອມທີ່ຢູ່ອາໄສໃນທົ່ວເມືອງ. ໃນເວລານັ້ນ, ພື້ນທີ່ລະຫວ່າງກຸ່ມ 4 ແລະ ກຸ່ມ 5 ຂອງບ້ານຕ້າຫຼິງ ສ່ວນຫຼາຍແມ່ນເຮືອນເກົ່າ, ຄອກໝູທີ່ຖືກປະຖິ້ມ, ເຊິ່ງບໍ່ພຽງແຕ່ສົ່ງຜົນກະທົບຕໍ່ຄວາມເປັນລະບຽບຮຽບຮ້ອຍຂອງບ້ານເທົ່ານັ້ນ, ແຕ່ຍັງເປັນບ່ອນເພາະພັນຂອງຍຸງ ແລະ ແມງວັນ, ຊາວບ້ານຈຶ່ງມີຄວາມຮຽກຮ້ອງຕ້ອງການສູງໃນການຄຸ້ມຄອງພື້ນທີ່ດັ່ງກ່າວ.

ພະນັກງານບ້ານໄດ້ລົງພື້ນທີ່ສຳຫຼວດ ແລະ ເກັບກຳຄຳຄິດເຫັນຈາກຊາວບ້ານຫຼາຍກວ່າ 200 ຄອບຄົວ, ພ້ອມທັງຈັດກອງປະຊຸມຫຼາຍຄັ້ງ ເພື່ອປຶກສາຫາລືກ່ຽວກັບແຜນການປັບປຸງ. ຊາວບ້ານກໍໄດ້ພ້ອມກັນທຳຄວາມສະອາດສິ່ງເສດເຫຼືອຕ່າງໆໃນເດີ່ນໜ້າເຮືອນ ແລະ ບໍລິຈາກວັດສະດຸກໍ່ສ້າງທີ່ໃຊ້ແລ້ວດ້ວຍຕົນເອງ. ທ້າວ ເຊ້ຍກາວເຕີງ, ຊາວບ້ານທີ່ຮັບເໝົາໂຄງການກໍ່ສ້າງຂະໜາດນ້ອຍຢູ່ຕ່າງແຂວງ, ໄດ້ສະໝັກໃຈເຂົ້າຮ່ວມ ແລະ ທີມງານກໍ່ສ້າງຊົ່ວຄາວທີ່ປະກອບດ້ວຍຊ່າງຝີມື 16 ຄົນ ກໍໄດ້ຖືກສ້າງຕັ້ງຂຶ້ນຢ່າງວ່ອງໄວ. ໃນລະຫວ່າງການກໍ່ສ້າງ, ດິນຈີ່ ແລະ ກະເບື້ອງທີ່ໃຊ້ແລ້ວຈຳນວນ 270,000 ກວ່າກ້ອນ ທີ່ຊາວບ້ານໄດ້ບໍລິຈາກທັງໝົດ, ຖືກນຳໃຊ້ເຂົ້າໃນການປູທາງຍ່າງ, ເຊິ່ງຊ່ວຍປະຢັດຄ່າໃຊ້ຈ່າຍດ້ານວັດສະດຸກໍ່ສ້າງໄດ້ຢ່າງຫຼວງຫຼາຍ.
ສອງເດືອນຕໍ່ມາ, ເສັ້ນທາງຍ່າງຫຼິ້ນແຫ່ງນີ້ໄດ້ສຳເລັດລົງ, ເຊິ່ງຊ່ວຍປະຢັດຄ່າໃຊ້ຈ່າຍໃຫ້ແກ່ບ້ານໄດ້ຫຼາຍກວ່າ 140,000 ຢວນ. “ດິນຈີ່ ແລະ ກະເບື້ອງເກົ່າທີ່ຖືກຖິ້ມໄວ້ໜ້າເຮືອນໄດ້ກີດຂວາງທາງ, ຕອນນີ້ໄດ້ປູຢາງເປັນເສັ້ນທາງແລ້ວ, ເຮັດໃຫ້ການຍ່າງຫຼິ້ນສະດວກຂຶ້ນ ແລະ ບ້ານກໍສວຍງາມຂຶ້ນ, ເຊິ່ງເປັນສິ່ງທີ່ດີແທ້ໆ.” ຊາວບ້ານຕ່າງກໍພາກັນຍ້ອງຍໍຊົມເຊີຍ.