“ລົດຖອຍຫລັງ, ກະລຸນາລະວັງ” ສຽງດັງກ້ອງສະຖານທີ່ວາງສະແດງ: ລົດສາມລໍ້ຂອງຈີນຄັນນີ້ເຮັດໃຫ້ນັກທຸລະກິດຕ່າງປະເທດບໍ່ຢາກລາໄປ
By QinXuedan|
“ຖອຍຫລັງ, ກະລຸນາລະວັງ! ຖອຍຫລັງ, ກະລຸນາລະວັງ!” ສຽງເຕືອນເອເລັກໂຕຣນິກທີ່ດັງກ້ອງໄດ້ດັງຂຶ້ນຜ່ານຝູງຊົນ, ນັກທຸລະກິດຕ່າງປະເທດຈຳນວນໜຶ່ງໄດ້ຜັດປ່ຽນກັນຂຶ້ນລົດສາມລໍ້ໄຟຟ້າ, ໝຸນຄັນບັງຄັບລົດ, ສໍາຜັດກັບລະບົບກັນສະເທືອນ, ສາຍຕາເຕັມໄປດ້ວຍຄວາມຢາກຮູ້ຢາກເຫັນ ແລະ ຄວາມແປກໃຈ.

ຫວ່າງມໍ່ໆມານີ້, ງານວາງສະແດງສິນຄ້າຈີນ-ອາຊີ ເອີຣົບ ຄັ້ງທີ 9 ໄດ້ໄຂຂຶ້ນຢູ່ນະຄອນອູຣູມູຊີ ເຂດຊິນຈຽງ, ລົດສາມລໍ້ ຂອງແຂວງຈຽງຊູ ໄດ້ກາຍເປັນທີ່ນິຍົມອີກຄັ້ງ.
ຢູ່ແຈໜຶ່ງຂອງພື້ນທີ່ວາງສະແດງ, ລົດສາມລໍ້ໄຟຟ້າ, ລົດສອງລໍ້ໄຟຟ້າ, ແລະ ກະເປົາເດີນທາງທີ່ມີລໍ້ ແມ່ນຖືກຈັດວາງເປັນແຖວ, ແຕ່ສິ່ງທີ່ດຶງດູດສາຍຕາທີ່ສຸດແມ່ນລົດສາມລໍ້ທີ່ມີລະດັບສູງສອງລຸ້ນທີ່ມີຟັງຊັນຖອກນໍ້າໜັກ.
ພະນັກງານພຽງແຕ່ກົດປຸ່ມເບົາໆ, ກະບະກໍຄ່ອຍໆຍົກຂຶ້ນ, ເຮັດໃຫ້ “ສິນຄ້າ” ຖືກຂົນອອກຢ່າງງ່າຍດາຍ. ລົດເຫຼົ່ານີ້ມີໂຄງລົດທີ່ແຂງແຮງ, ຢາງລົດທີ່ຍຶດເກາະຖະໜົນໄດ້ດີ, ທົນທານ ແລະ ໃຊ້ໄດ້ດົນ. ທ່ານ ສູຈົນ, ຫົວໜ້າພະແນກຍີ່ຫໍ້ຕ່າງປະເທດຂອງບໍລິສັດລົດສາມລໍ້ໄຟຟ້າ, ແນະນໍາວ່າບາງລຸ້ນສາມາດໃຊ້ໄດ້ທັງນໍ້າມັນ ແລະ ໄຟຟ້າ, ບາງລຸ້ນສາມາດຕິດຫຼັງຄາກັນແດດ ແລະ ຝົນໄດ້, ເຊິ່ງສາມາດບັນທຸກຄົນ ແລະ ສິນຄ້າໄດ້, ເປັນທີ່ນິຍົມຫຼາຍ.

ທ່ານ ສູຈົນ ແນະນຳວ່າ: ປັດຈຸບັນ, ລົດສາມລໍ້ແຕ່ລະຄັນມີລາຄາສົ່ງອອກຢູ່ລະຫວ່າງຫຼາຍຮ້ອຍເຖິງຫຼາຍພັນໂດລາສະຫະລັດ, ເຊິ່ງສາມາດຕອບສະໜອງຄວາມຕ້ອງການທີ່ຫຼາກຫຼາຍໃນທ້ອງຖິ່ນ ເຊັ່ນ: ການຂົນສົ່ງໃນຊ່ວງລະດູການເກັບກ່ຽວ, ການເດີນທາງປະຈຳວັນ, ແລະ ຈົນເຖິງການນຳໃຊ້ສຳລັບພໍ່ຄ້າແມ່ຄ້າຂະໜາດນ້ອຍໃນການຕັ້ງຮ້ານຂາຍເຄື່ອງ. ໃນປີກາຍນີ້, ມູນຄ່າການສົ່ງອອກຂອງບໍລິສັດນີ້ບັນລຸ 300 ລ້ານຢວນ, ໃນນັ້ນລົດສາມລໍ້ກວມເອົາສູງເຖິງ 80%.