中文 English {{ activeLangText || 'Languages' }} {{ item.text }}
ນັກທ່ອງທ່ຽວຫວຽດນາມເດີນທາງມາທ່ຽວຢຸນນານດ້ວຍລົດໄຟຄວາມໄວສູງເພີ່ມຂຶ້ນຢ່າງເຫັນໄດ້ຊັດເຈນ
ຂ່າວ > ເນື້ອຫາ

ນັກທ່ອງທ່ຽວຫວຽດນາມເດີນທາງມາທ່ຽວຢຸນນານດ້ວຍລົດໄຟຄວາມໄວສູງເພີ່ມຂຶ້ນຢ່າງເຫັນໄດ້ຊັດເຈນ

By QinXuedan|
分享到Facebook

ນັກຂ່າວໄດ້ຮູ້ຂ່າວຈາກກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນໝິງວ່າ: ໄລຍະເວລາຂົນສົ່ງທາງລົດໄຟໃນວັນພັກສັ້ນບຸນຕວນອູ່ປີ 2026  ແມ່ນ 5  ວັນ, ຈຳນວນຜູ້ໂດຍສານຊາວຫວຽດນາມທີ່ສະຖານີເຫີໂຄ່ວເໜືອຂາອອກໄດ້ເພີ່ມຂຶ້ນຫຼາຍກວ່າ 180% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ນັບມາຮອດວັນທີ 22 ມິຖຸນາ, ຈຳນວນຜູ້ໂດຍສານຊາວຫວຽດນາມທີ່ເດີນທາງອອກຜ່ານດ່ານຊາຍແດນລະຫວ່າງຈີນ-ຫວຽດນາມດ້ວຍລົດໄຟຄວາມໄວສູງໄດ້ບັນລຸເຖິງ 61.900  ເທື່ອຄົນ, ເພີ່ມຂຶ້ນ 20,89% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ສະຖານີເຫີໂຄ່ວເໜືອ ຕັ້ງຢູ່ຊາຍແດນຈີນ-ຫວຽດນາມ, ແຂວງຢຸນນານ, ເຊິ່ງເປັນສະຖານີລົດໄຟທີ່ໃກ້ທີ່ສຸດກັບຫວຽດນາມ. ລົດໄຟຈາກສະຖານີດັ່ງກ່າວສາມາດເດີນທາງໄປເຖິງນະຄອນຄຸນໝິງແຂວງຢຸນນານໄດ້ພາຍໃນ 4,5 ຊົ່ວໂມງ  ແລະ ໄປເຖິງເມືອງທ່ອງທ່ຽວທີ່ມີຊື່ສຽງຕ້າຫຼີ່ໄດ້ພາຍໃນ 7 ຊົ່ວໂມງ. ຖ້າຫາກປ່ຽນໄປໃຊ້ລົດໄຟຄວາມໄວສູງໃນລະຫວ່າງທາງ, ເວລາທີ່ໃຊ້ກໍຈະຫຼຸດລົງຕື່ມອີກ.

ນັບຕັ້ງແຕ່ຕົ້ນປີນີ້, ຈຳນວນນັກທ່ອງທ່ຽວຫວຽດນາມທີ່ເດີນທາງມາທ່ຽວຢຸນນານດ້ວຍລົດໄຟຄວາມໄວສູງໄດ້ເພີ່ມຂຶ້ນຢ່າງເຫັນໄດ້ຊັດເຈນ. ຄະນະທ່ອງທ່ຽວຫວຽດນາມສ່ວນຫຼາຍແມ່ນກຸ່ມນ້ອຍໆທີ່ມີສະມາຊິກ 20 ຄົນ, ເຊິ່ງມີຄວາມຕ້ອງການຄຸນນະພາບການເດີນທາງທີ່ສູງຂຶ້ນເລື້ອຍໆ. ພະນັກງານຮັບຜິດຊອບລູກຄ້າຢູ່ສະຖານີເຫີໂຄ່ວເໜືອ ໄດ້ກ່າວວ່າ: ເພື່ອຕອບສະໜອງລັກສະນະການໄຫຼວຽນຂອງນັກທ່ອງທ່ຽວໃນຊ່ວງວັນພັກບຸນຕວນອູ່, ພວກເຂົາ ໄດ້ວິເຄາະການໄຫຼວຽນຂອງນັກທ່ອງທ່ຽວຢ່າງມີວິທະຍາສາດ, ເຊື່ອມຕໍ່ຢ່າງຖືກຕ້ອງກັບບໍລິສັດທ່ອງທ່ຽວສາກົນທ້ອງຖິ່ນ, ແລະ ເພີ່ມຄວາມຖີ່ຂອງການເດີນທາງລົດໄຟຄວາມໄວສູງຈາກເຫີໂຄ່ວເໜືອໄປຫາຄຸນໝິງ. ພ້ອມກັນນັ້ນ, ສະຖານີເຫີໂຄ່ວເໜືອ ຍັງໄດ້ເປີດຊ່ອງທາງພິເສດສຳລັບກຸ່ມທ່ອງທ່ຽວຂ້າມຊາດ ແລະ ພື້ນທີ່ລໍຖ້າພິເສດສຳລັບນັກທ່ອງທ່ຽວຕ່າງປະເທດ, ພ້ອມທັງຈັດພະນັກງານບໍລິການລູກຄ້າທີ່ເຂົ້າໃຈພາສາຫວຽດນາມເພື່ອຕອບຄຳຖາມ ແລະ ຊ່ວຍເຫຼືອໃນການກວດປີ້, ເຊິ່ງໄດ້ຊ່ວຍເພີ່ມປະສິດທິພາບການເຂົ້າສະຖານີຂອງນັກທ່ອງທ່ຽວຕ່າງປະເທດຢ່າງຫຼວງຫຼາຍ.