中文 English {{ activeLangText || 'Languages' }} {{ item.text }}
ສະຖານີອຸຕຸນິຍົມເຖິງຊົງໄດ້ຮັບການຄັດເລືອກເຂົ້າເປັນສະຖານີອຸຕຸນິຍົມ 100 ປີຂອງອົງການອຸຕຸນິຍົມໂລກ
ຂ່າວ > ເນື້ອຫາ

ສະຖານີອຸຕຸນິຍົມເຖິງຊົງໄດ້ຮັບການຄັດເລືອກເຂົ້າເປັນສະຖານີອຸຕຸນິຍົມ 100 ປີຂອງອົງການອຸຕຸນິຍົມໂລກ

By QinXuedan|
分享到Facebook

ນັກຂ່າວໄດ້ຮູ້ຂ່າວຈາກກົມອຸຕຸນິຍົມວິທະຍາຈີນໃນວັນທີ 23 ວ່າ: ສະຖານີອຸຕຸນິຍົມວິທະຍາ 4  ແຫ່ງຄື: ກຸ້ຍຢາງ ແຂວງກຸ້ຍໂຈວ,  ຖາງກູ່ ນະຄອນທຽນຈິນ,  ເຕີງຊົງ ແຂວງຢຸນນານ ແລະ ເຢ້ຢາງ ແຂວງຫູໜານ ໄດ້ຖືກຈັດເຂົ້າໃນບັນຊີລາຍຊື່ສະຖານີອຸຕຸນິຍົມວິທະຍາ 100 ປີ ຂອງອົງການອຸຕຸນິຍົມວິທະຍາໂລກຫຼ້າສຸດ. ມາຮອດປັດຈຸບັນ, ຈີນມີສະຖານີອຸຕຸນິຍົມວິທະຍາທັງໝົດ 22 ແຫ່ງ ທີ່ໄດ້ຮັບການຮັບຮອງຈາກອົງການອຸຕຸນິຍົມວິທະຍາໂລກ ວ່າເປັນສະຖານີອຸຕຸນິຍົມວິທະຍາ 100 ປີ.

图片

ສະຖານີອຸຕຸນິຍົມວິທະຍາ 4 ແຫ່ງທີ່ຖືກຄັດເລືອກໃນຄັ້ງນີ້ ລ້ວນແຕ່ມີປະຫວັດການສັງເກດການຢ່າງຕໍ່ເນື່ອງມາເປັນເວລາຫຼາຍກວ່າ 100 ປີ. ໃນນັ້ນ, ສະຖານີອຸຕຸນິຍົມວິທະຍາຖາງກູ່ ແລະ ສະຖານີອຸຕຸນິຍົມວິທະຍາເຢຢາງ ໄດ້ເລີ່ມສັງເກດການໃນປີ 1909,  ສະຖານີອຸຕຸນິຍົມວິທະຍາເຕີງຊົງ ເລີ່ມສັງເກດການໃນປີ 1911 ແລະ ສະຖານີອຸຕຸນິຍົມວິທະຍາກຸ້ຍຢາງ ເລີ່ມສັງເກດການໃນປີ 1920.

ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງກົມອຸຕຸນິຍົມວິທະຍາຈີນແນະນຳໃຫ້ຮູ້ວ່າ: ໃນຂະບວນການສັງເກດການຢ່າງຕໍ່ເນື່ອງ, ສະຖານີອຸຕຸນິຍົມວິທະຍາທັງ 4 ແຫ່ງນີ້ໄດ້ສະສົມຂໍ້ມູນອຸຕຸນິຍົມວິທະຍາທີ່ມີໄລຍະຍາວ,  ມີຄວາມໝັ້ນຄົງ ແລະ ມີຄຸນຄ່າທາງວິທະຍາສາດທີ່ສຳຄັນ, ເຊິ່ງໄດ້ສະໜອງການສະໜັບສະໜູນພື້ນຖານໃຫ້ແກ່ການຄົ້ນຄວ້າກົດເກນການປ່ຽນແປງຂອງດິນຟ້າອາກາດໃນພາກພື້ນຕ່າງໆຂອງຈີນ, ຕິດຕາມເຫດການດິນຟ້າອາກາດທີ່ຮ້າຍແຮງ ແລະ ຍົກສູງຄວາມສາມາດໃນການບໍລິການຄາດຄະເນດິນຟ້າອາກາດ.

图片

ໃນປີ 2016, ອົງການອຸຕຸນິຍົມວິທະຍາໂລກໄດ້ສ້າງຕັ້ງກົນໄກການຢັ້ງຢືນສະຖານີອຸຕຸນິຍົມວິທະຍາທີ່ມີອາຍຸຮ້ອຍປີ ເພື່ອເນັ້ນໜັກເຖິງບົດບາດຂອງສະຖານີອຸຕຸນິຍົມວິທະຍາທີ່ມີປະຫວັດຍາວນານ ແລະ ຢືນຢັນການປະກອບສ່ວນຂອງສະມາຊິກໃນການຮັກສາການດໍາເນີນງານຂອງສະຖານີໃນໄລຍະຍາວ, ເຊິ່ງມີຈຸດປະສົງເພື່ອເສີມສ້າງການປົກປ້ອງສະຖານີສັງເກດການໄລຍະຍາວ ແລະ ສົ່ງເສີມການສ້າງຕັ້ງບັນທຶກການສັງເກດການລະບົບໂລກທີ່ຕໍ່ເນື່ອງ, ໝັ້ນຄົງ ແລະ ມີຄຸນນະພາບສູງ.