ມູນຄ່າການນຳເຂົ້າ ແລະ ສົ່ງອອກສິນຄ້າຜ່ານທາງລົດໄຟລາວ-ຈີນໃນເຄິ່ງປີທຳອິດ 2026 ມີເຖິງ 17.17 ຕື້ຢວນ
By QinXuedan|
ຕາມຂ່າວຈາກດ່ານພາສີເມືອງຫຼ້າ ສັງກັດດ່ານພາສີຄຸນໝິງ ໃຫ້ຮູ້ວ່າ: ໃນ 6 ເດືອນຕົ້ນປີນີ້, ມູນຄ່າການນຳເຂົ້າ ແລະ ສົ່ງອອກ ສິນຄ້າ ຜ່ານເສັ້ນທາງລົດໄຟລາວ-ຈີນ ມີເຖິງ 17,17 ຕື້ຢວນ, ເພີ່ມຂຶ້ນ 33,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ການຄ້າຂ້າມຊາຍແດນສືບຕໍ່ມີການເຄື່ອນໄຫວຢ່າງຕັ້ງໜ້າ.

ໃນດ້ານການນຳເຂົ້າ, ໝາກຖົ່ວລຽນສົດ, ໝາກມັງຄຸດ, ໝາກລຳໄຍ ແລະ ໝາກໄມ້ເຂດຮ້ອນອື່ນໆ ທີ່ນຳເຂົ້າແມ່ນມີມູນຄ່າ 4.22 ຕື້ຢວນ, ເພີ່ມຂຶ້ນ 25.8% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ; ໃນດ້ານການສົ່ງອອກ, ມູນຄ່າການສົ່ງອອກຜະລິດຕະພັນ “ສາມໃໝ່” ເຊັ່ນ: ລົດຍົນພະລັງງານໃໝ່ ແລະ ຜະລິດຕະ
ພັນພະລັງງານແສງອາທິດ ແມ່ນ 2.14 ຕື້ຢວນ, ເພີ່ມຂຶ້ນ 3.5 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ແລະ ມູນຄ່າການສົ່ງອອກ B2B (ທຸລະກິດກັບທຸລະ
ກິດ) ຜ່ານລະບົບອີຄອມເມີຊຂ້າມຊາດ ເພີ່ມຂຶ້ນ 1.2 ເທົ່າເມື່ອທຽບໃສ່ໄລຍະດຽວ
ກັນຂອງປີຜ່ານມາ, ເຊິ່ງກາຍເປັນກຳລັງຂັບເຄື່ອນໃໝ່ຂອງການເຕີບໃຫຍ່ໃນການສົ່ງອອກ.
ນັບມາຮອດວັນທີ 30 ມິຖຸນາປີນີ້, ທາງລົດໄຟລາວ-ຈີນ ໄດ້ເປີດຂະບວນລົດໄຟຂົນສົ່ງສິນຄ້າສາກົນສະສົມຫຼາຍກວ່າ 22,000 ຂະບວນ, ປະລິມານການຂົນສົ່ງສິນຄ້ານໍາເຂົ້າ ແລະ ສົ່ງອອກ 19.353 ລ້ານໂຕນ, ມູນຄ່າສິນຄ້າ 90.28 ຕື້ຢວນ. ປະເພດສິນຄ້ານໍາເຂົ້າ ແລະ ສົ່ງອອກໄດ້ຂະຫຍາຍຈາກ 10 ກວ່າຊະນິດໃນໄລຍະເລີ່ມຕົ້ນເປີດນໍາໃຊ້, ເພີ່ມຂຶ້ນເປັນ 3,900 ກວ່າຊະນິດ ເຊັ່ນ: ລົດຍົນພະລັງ
ງານໃໝ່, ໝາກໄມ້ເຂດຮ້ອນ, ຜັກເຢັນ, ສະໝຸນໄພຈີນ ແລະ ອື່ນໆ, ເຊິ່ງໄດ້ແຜ່ຂະຫຍາຍໄປສູ່ 19 ປະເທດ ແລະ ພາກພື້ນ, ໃຫ້ບໍລິການວິສາຫະກິດການຄ້າຕ່າງປະເທດຫຼາຍກວ່າ 7,000 ແຫ່ງໃນປະເທດ, ຮູບພາບໃໝ່ດ້ານເສດຖະກິດການຄ້າທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດລະຫວ່າງຈີນ ແລະ ບັນດາປະເທດອາຊຽນໄດ້ເລັ່ງລັດການສ້າງຂຶ້ນ.