ການກໍ່ສ້າງອຸໂມງພູກ່າວຫຼີກຸ້ງ ຂອງທາງລົດໄຟສາກົນຈີນ-ມຽນມາ ໄດ້ມີຄວາມຄືບໜ້າຢ່າງຫຼວງຫຼາຍ
By QinXuedan|

ວັນທີ 17 ສິງຫາ, ການກໍ່ສ້າງອຸໂມງພູກ່າວຫຼີກຸ້ງ ຂອງທາງລົດໄຟຕາລີ (Dali) ຫາ ຣຸ່ຍລີ້ (Ruili) ໃນແຂວງຢຸນນານ, ເຊິ່ງເປັນສ່ວນສຳຄັນຂອງຊ່ອງທາງລົດໄຟສາກົນຈີນ-ມຽນມາ, ໄດ້ມີຄວາມຄືບໜ້າຢ່າງໃຫຍ່ຫຼວງ, ເຮັດໃຫ້ຄວາມຄືບໜ້າໂດຍລວມຂອງອຸໂມງທັງໝົດເກີນ 70%. ອຸໂມງພູກ່າວຫຼີກຸ້ງ ມີຄວາມຍາວທັງ
ໝົດ 34,5 ກິໂລແມັດ, ເປັນອຸໂມງລົດໄຟຍາວພິເສດແຫ່ງທຳອິດໃນປະເທດຈີນທີ່ຕັດຜ່ານສາຍພູເຫີງຕ້ວນ. ພື້ນທີ່ກໍ່ສ້າງກວມເອົາ 17 ປະເພດຊັ້ນດິນ ແລະ 19 ເຂດຮອຍແຕກ, ໂດຍບໍ່ໜ້າຕັ້ງທີ 1 ມີຄວາມເລິກເຖິງ 765 ແມັດ, ເຊິ່ງເປັນບໍ່ທາງລົດໄຟທີ່ເລິກທີ່ສຸດໃນປະເທດຈີນ. ການເຊື່ອມຕໍ່ຄັ້ງນີ້ໄດ້ບັນລຸການກໍ່ສ້າງແບບສາມມິຕິ, ເພີ່ມ 4 ຈຸດປະຕິບັດງານຫຼັກ. ທາງລົດໄຟຕາລີ-ຣຸ່ຍລີ້ ມີຄວາມຍາວທັງໝົດ 330 ກິໂລແມັດ, ຫຼັງຈາກສຳເລັດການກໍ່ສ້າງ, ເວລາເດີນທາງຈາກຕາລີ ຫາ ຣຸ່ຍລີ້ ຈະຫຼຸດລົງຈາກ 6 ຊົ່ວໂມງ ເຫຼືອປະມານ 3 ຊົ່ວໂມງ, ແລະ ກິ່ງແຂວງເຕີຫົງແຂວງຢຸນນານຈະສິ້ນສຸດປະຫວັດສາດທີ່ບໍ່ມີທາງລົດໄຟ.