ການຂົນສົ່ງສິນຄ້າຜ່ານທາງລົດໄຟລາວ-ຈີນ ບັນລຸຫຼາຍກວ່າ 90 ລ້ານໂຕນ
ມາຮອດວັນທີ 18 ສິງຫາ ຜ່ານມາ, ນັບແຕ່ເປີດນຳໃຊ້ທາງລົດໄຟລາວ-ຈີນ
ເປັນຕົ້ນມາ, ການຂົນສົ່ງສິນຄ້າທົ່ວສາຍທາງໄດ້ບັນລຸຫຼາຍກວ່າ 90 ລ້ານໂຕນ, ໃນນັ້ນ, ການຂົນສົ່ງສິນຄ້າຂ້າມຊາດໄດ້ບັນລຸຫຼາຍກວ່າ 21 ລ້ານໂຕນ; ທົ່ວສາຍທາງ
ໄດ້ເປີດນຳໃຊ້ຂະບວນລົດໄຟຂົນສົ່ງສິນຄ້າຫຼາຍກວ່າ 80.000 ຂະບວນ, ໃນນັ້ນ, ຂະບວນລົດໄຟຂົນສົ່ງສິນຄ້າຂ້າມຊາດໄດ້ບັນລຸຫຼາຍກວ່າ 23.000 ຂະບວນ.

ນັບແຕ່ເປີດນຳໃຊ້ໃນວັນທີ 3 ທັນວາ 2021 ເປັນຕົ້ນມາ, ສອງພາກສ່ວນລົດໄຟລາວ-ຈີນ ໄດ້ເພີ່ມທະວີການຈັດຕັ້ງການຂົນສົ່ງສິນຄ້າຢ່າງຕໍ່ເນື່ອງ, ຍົກສູງຄວາມສາມາດ ແລະ ປະສິດທິພາບການຂົນສົ່ງ, ປະລິມານການຂົນສົ່ງທາງລົດໄຟລາວ-ຈີນ ໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ. ນັບແຕ່ປີນີ້ເປັນຕົ້ນມາ, ທາງລົດໄຟລາວ-ຈີນ
ໄດ້ຂົນສົ່ງສິນຄ້າສະເລ່ຍຕໍ່ມື້ຫຼາຍກວ່າ 67.000 ໂຕນ, ປະສິດທິພາບການຂົນສົ່ງສິນຄ້າສາກົນຂອງ “ຊ່ອງທາງຄຳສາຍໃຫຍ່” ນີ້ ສືບຕໍ່ໄດ້ຮັບການປົດປ່ອຍ.

ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງພະແນກທຸລະກິດການຂົນສົ່ງທາງລົດໄຟຄຸນໝິງໃຕ້ ສູນຂົນສົ່ງທາງລົດໄຟຄຸນໝິງໄດ້ແນະນຳວ່າ: ນັບແຕ່ເປີດນຳໃຊ້ທາງລົດ
ໄຟລາວ-ຈີນ.
ເປັນຕົ້ນມາ, ຈຳນວນຂະບວນລົດໄຟຂົນສົ່ງສິນຄ້າຂ້າມຊາດທີ່ເປີດນຳໃຊ້ໃນແຕ່ລະວັນໄດ້ເພີ່ມຂຶ້ນຈາກ 2 ຂະບວນໃນໄລຍະເລີ່ມຕົ້ນມາເປັນ 23 ຂະບວນສູງ
ສຸດ, ນໍ້າໜັກແກ່ລາກຂອງລົດໄຟໄດ້ເພີ່ມຂຶ້ນຈາກ 2,000 ໂຕນມາເປັນ 2,800 ໂຕນ, ຄວາມສາມາດການຂົນສົ່ງຕໍ່ຂະບວນໄດ້ເພີ່ມຂຶ້ນປະມານ 40%. ທາງລົດໄຟລາວ-ຈີນ ໄດ້ເຕີບໃຫຍ່ຂະຫຍາຍຕົວຈາກຊ່ອງທາງພາກພື້ນມາເປັນເສັ້ນເລືອດໃຫຍ່ດ້ານການຂົນສົ່ງສາກົນທີ່ເຊື່ອມຕໍ່ແຫຼມອິນດູຈີນ ແລະ ເຊື່ອມຕໍ່ທະວີບເອີ
ຣົບ ແລະ ທະວີບອາຊີ.

ພາກສ່ວນລົດໄຟໄດ້ເປີດນຳໃຊ້ຂະບວນດ່ວນຂົນສົ່ງສິນຄ້າສາກົນ “ລ້ານຊ້າງ-ແມ່ຂອງ” ຕາມທາງລົດໄຟລາວ-ຈີນ ຢ່າງເປັນປົກກະຕິ, ສ້າງຕັ້ງຍີ່ຫໍ້ຂະບວນລົດ
ໄຟອາຊີກາງຕາມເສັ້ນທາງລົດໄຟລາວ-ຈີນ, ວາງແຜນເສັ້ນທາງເດີນລົດໄຟອາຊີກາງທີ່ມີຄວາມໄວ 120 ກິໂລແມັດຕໍ່ຊົ່ວໂມງ ແລະ 80 ກິໂລແມັດຕໍ່ຊົ່ວໂມງຫຼາຍສາຍ, ເຮັດໃຫ້ເວລາຂົນສົ່ງທາງລົດໄຟຈາກປະເທດລາວ, ໄທ ແລະ ປະເທດອື່ນໆ ໄປເຖິງເອີຣົບສັ້ນລົງປະມານ 15 ວັນ.
ດ້ວຍຄວາມໄດ້ປຽບດ້ານການຂົນສົ່ງທີ່ມີປະສິດທິພາບສູງ, ໝັ້ນຄົງ ແລະ ຕົ້ນທຶນຕໍ່າ, ທາງລົດໄຟລາວ-ຈີນ ໄດ້ຫຼຸດຜ່ອນຕົ້ນທຶນການຂົນສົ່ງໃນພາກພື້ນຢ່າງມີປະສິດທິຜົນ, ໂດຍຕົ້ນທຶນການຂົນສົ່ງທາງບົກລະຫວ່າງວຽງຈັນ ແລະ ຄຸນໝິງ
ຫຼຸດລົງ 40% ຫາ 50%.
ປັດຈຸບັນ, ການຂົນສົ່ງສິນຄ້າທາງລົດໄຟລາວ-ຈີນ ໄດ້ກວມເອົາ 19 ປະເທດ
ແລະ ເຂດແຄວ້ນເຊັ່ນ: ລາວ, ມຽນມາ, ກຳປູເຈຍ, ໄທ, ຫວຽດນາມ, ມາເລເຊຍ, ສິງກະໂປ, ບັງກະລາເທດ ແລະ ອື່ນໆ, ປະເພດສິນຄ້າໄດ້ຂະຫຍາຍໄປເຖິງ 4,000 ກວ່າຊະນິດ; ລົດພະລັງງານໃໝ່, ໝໍ້ໄຟລີທຽມ, ຜະລິດຕະພັນພະລັງງານແສງຕາ
ເວັນ ແລະ “ສິນຄ້າໃໝ່ 3 ຢ່າງ” ອື່ນໆຂອງຈີນ ໄດ້ເລັ່ງເຂົ້າສູ່ຕະຫຼາດອາຊີຕາເວັນ
ອອກສ່ຽງໃຕ້, ມູນຄ່າການສົ່ງອອກ B2B ຂອງອີຄອມເມີຊຂ້າມຊາດໄດ້ເພີ່ມຂຶ້ນ
1.5 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຊຸກຍູ້ການຮ່ວມມືດ້ານເສດ
ຖະກິດການຄ້າລະຫວ່າງຈີນ ແລະ ບັນດາປະເທດອາຊຽນໃຫ້ມີຄຸນນະພາບສູງຂຶ້ນ.