“ໃຈປະສານກັນ, ເດີນທາງຢູ່ຢຸນນານ” ໂຄງການຮ່ວມມືດ້ານກະສິກຳ, ການທ່ອງທ່ຽວ ແລະ ນິເວດວິທະຍາ ແຂວງບາລີ ປະເທດອິນໂດເນເຊຍໄລຍະທີ 3 ໄດ້ເລີ່ມຕົ້ນຂຶ້ນ
By QinXuedan|
ຫວ່າງມໍ່ໆມານີ້, ໂຄງການຮ່ວມມືສາທິດການທ່ອງທ່ຽວກະສິກຳແບບນິເວດຢຸນນານ-ບາຫຼີ ໄລຍະທີ 3 ໄດ້ເລີ່ມຕົ້ນຢ່າງເປັນທາງການ. ໂຄງການດັ່ງກ່າວຈະສືບຕໍ່ຂະຫຍາຍຂົງເຂດພະລັງງານສີຂຽວບົນພື້ນຖານການຮ່ວມມືດ້ານກະສິກຳອິນຊີ
ແລະ ການທ່ອງທ່ຽວແບບນິເວດໃນສອງໄລຍະທີ່ຜ່ານມາ, ໂດຍມີແຜນຈະສ້າງໄຟເຍືອງທາງພະລັງງານແສງຕາເວັນ 27 ຊຸດຢູ່ເຂດຈາຕິຣູວີ ເມືອງທາບານັນ ແຂວງບາຫຼີ ປະເທດອິນໂດເນເຊຍ ແລະ ເພີ່ມເຂດສາທິດການປູກເຂົ້າອິນຊີປະມານ 10 ເຮັກຕາ, ຊຸກຍູ້ການເຊື່ອມໂຍງພັດທະນາລະຫວ່າງກະສິກຳ, ການທ່ອງທ່ຽວແບບນິເວດ ແລະ ພະລັງງານສີຂຽວ.

ຕາມຂໍ້ມູນຈາກແຫຼ່ງຂ່າວ, ແຂວງຢຸນນານ ແລະ ແຂວງບາລີ ໄດ້ສ້າງສາຍພົວພັນເປັນແຂວງແຮກສ່ຽວກັນຢ່າງເປັນທາງການໃນປີ 2003. ໃນໄລຍະ 20 ກວ່າປີຜ່ານມາ, ສອງຝ່າຍໄດ້ສືບຕໍ່ແລກປ່ຽນ ແລະ ຮ່ວມມືກັນໃນຂົງເຂດວັດທະ
ນະທຳ, ການທ່ອງທ່ຽວ, ກະສິກຳ ແລະ ອື່ນໆ, ສາຍພົວພັນມິດຕະພາບໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ.