ຊຸດຝຶກອົບຮົມສາກົນກ່ຽວກັບການບຳລຸງຮັກສາຊັບພະຍາກອນການປະມົງ ແລະ ການປັບປຸງເຕັກ ນິກການລ້ຽງສັດນ້ຳໃນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໄດ້ຈັດຂຶ້ນຢູ່ສິບສອງພັນນາ
By QinXuedan|
ວັນທີ 17 ສິງຫາ, ຊຸດຝຶກອົບຮົມສາກົນວ່າດ້ວຍເຕັກນິກການປັບປຸງການຮັກສາຊັບພະຍາກອນການປະມົງ ແລະ ການລ້ຽງສັດນ້ຳໃນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ (ຊຸດທີ 2) ໄດ້ຈັດຂຶ້ນຢູ່ກິ່ງແຂວງປົກຄອງຕົນເອງເຜົ່າໄຕລື້ ສິບສອງພັນນາ ແຂວງຢຸນນານ.

ຊູດຝຶກອົບຮົມຄັ້ງນີ້ໂດຍການຈັດຕັ້ງຂອງ ກົມຮ່ວມມືສາກົນ ກະຊວງວິທະ
ຍາສາດ ແລະ ເຕັກໂນໂລຊີຈີນ, ສະຖາບັນຄົ້ນຄວ້າສັດນ້ຳຈູຈຽງທີ່ຂຶ້ນກັບສະຖາບັນວິທະຍາສາດການປະມົງຈີນ ເປັນຜູ້ຮັບຜິດຊອບຈັດຕັ້ງປະຕິບັດ ແລະ ສະຖານີສົ່ງ
ເສີມເຕັກນິກສັດນ້ຳກິ່ງແຂວງສິບສອງປັນນາ ເປັນຜູ້ຮ່ວມຈັດຕັ້ງປະຕິບັດ, ເຊິ່ງມີຜູ້ເຂົ້າຮ່ວມຈາກ 10 ປະເທດ ເຊັ່ນ: ລາວ, ກຳປູເຈຍ ແລະ ອື່ນໆ ທີ່ປະກອບມີ ຜູ້ບໍ
ລິຫານລັດ, ນັກຄົ້ນຄວ້າຂອງສະຖາບັນຄົ້ນຄວ້າວິທະຍາສາດ, ນັກວິຊາການດ້ານສັດນ້ຳຂອງມະຫາວິທະຍາໄລ ແລະ ບຸກຄະລາກອນຫຼັກດ້ານເຕັກນິກວິຊາການຂອງວິສາຫະກິດ.
ການຝຶກອົບຮົມແມ່ນດໍາເນີນໄປເປັນເວລາ 15 ວັນ, ໂດຍເນັ້ນໃສ່ບັນຫາທີ່ພົ້ນເດັ່ນໃນການປົກປ້ອງລະບົບນິເວດການປະມົງໃນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ, ຂໍ້ຈໍາກັດໃນການພັດທະນາຄຸນນະພາບສູງຂອງອຸດສາຫະກໍາການປະມົງ, ເຕັກນິກພາກປະຕິບັດໃນການອະນຸລັກຊັບພະຍາກອນການປະມົງ ແລະ ຜົນສໍາເລັດດ້ານນະວັດຕະກໍາເຕັກໂນໂລຊີໃນຂົງເຂດການລ້ຽງສັດນໍ້າ. ມັນໄດ້ສ້າງລະບົບການສອນທີ່ມີລັກສະນະພິເສດຄື: ການສອນເຕັກນິກໃນຫ້ອງຮຽນ, ການຝຶກປະຕິບັດຕົວຈິງຢູ່ໜອງ ແລະ ການສັງເກດການອຸດສາຫະກໍາຢູ່ແຖວໜ້າ. ຜູ້ຊ່ຽວຊານອາວຸໂສໃນອຸດສາຫະກໍາໄດ້ນໍາສະເໜີຫຼັກການເຕັກນິກຢ່າງເປັນລະບົບ, ນໍາພານັກສຶກສາລົງສູ່ພາກສະໜາມເພື່ອສັງເກດການຢູ່ສະຖານີອະນຸລັກຊັບພະຍາກອນການປະມົງທີ່ເປັນແບບຢ່າງ ແລະ ຖານການລ້ຽງສັດນໍ້າອັດສະລິຍະ, ເພື່ອເສີມສ້າງປະໂຫຍດຂອງການຝຶກອົບຮົມ.