ການລາດຕະເວນ ແລະ ບັງຄັບໃຊ້ກົດໝາຍຮ່ວມຕາມແມ່ນ້ຳຂອງ ຈີນ-ລາວ-ມຽນມາ-ໄທ ຄັ້ງທີ 168 ໄດ້ເລີ່ມຕົ້ນຂຶ້ນແລ້ວ
ເວລາ 9 ໂມງ ຂອງວັນທີ 17 ສິງຫາ, ເຮືອ 53108 ແລະ ເຮືອ 53109 ຂອງ
ສປ ຈີນ ໄດ້ຈັດຕັ້ງເປັນຂະບວນເຮືອອອກເດີນທາງຈາກທ່າເຮືອຕຳຫຼວດຈິ່ງຮາ
ເມືອງສິບສອງພັນນາ ແຂວງຢຸນນານ, ເຮືອ 003 ຂອງ ສປປ ລາວ ອອກເດີນທາງຈາກທ່າເຮືອເມືອງມອມ ແລະ ເຮືອ 161 ຂອງມຽນມາ ອອກເດີນທາງຈາກທ່າເຮືອຫວ້ານປວງ ພ້ອມກັນ, ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ: ການປະຕິບັດການລາດຕະເວນ ແລະ ບັງຄັບໃຊ້ກົດໝາຍຮ່ວມຕາມແມ່ນ້ຳຂອງ ລະຫວ່າງຈີນ, ລາວ, ມຽນມາ ແລະ ໄທ ຄັ້ງທີ 168 ໄດ້ເລີ່ມຕົ້ນຂຶ້ນຢ່າງເປັນທາງການ.

ການເຄື່ອນໄຫວຄັ້ງນີ້ ໄດ້ດຳເນີນເປັນເວລາ 12 ວັນ, ມີເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍຈາກ 4 ຝ່າຍ ຄື: ຈີນ, ລາວ, ມຽນມາ ແລະ ໄທ ເຂົ້າຮ່ວມ 106 ຄົນ. ໃນນັ້ນ, ວັນທີ 17-21 ສິງຫາ ໄດ້ດຳເນີນການລາດຕະເວນຮ່ວມກັນຕາມແມ່ນ້ຳຂອງ, ພາຍຫຼັງເຮືອບັງຄັບໃຊ້ກົດໝາຍຂອງ 4 ຝ່າຍໄດ້ເຕົ້າໂຮມກັນຢູ່ເຂດທາງນ້ຳທີ່ກຳ
ນົດໄວ້ແລ້ວ ກໍໄດ້ຈັດຕັ້ງເປັນກອງເຮືອຮ່ວມກັນ, ດຳເນີນການລາດຕະເວນເປັນແຕ່ລະພາກສ່ວນ ແລະ ການກວດກາທາງບົກ ແລະ ທາງນ້ຳ ຢູ່ບັນດາເສັ້ນທາງເດີນເຮືອທີ່ສຳຄັນ, ບໍລິເວນນ້ຳເຊາະເຈື່ອນ, ທ່າເຮືອຕາມແຄມຝັ່ງ ແລະ ທ່າຂ້າມທາງນ້ຳສາຂາ; ໃນວັນທີ 22-28 ສິງຫານີ້ ທີ່ປະເທດລາວ ເພື່ອດໍາເນີນການຝຶກຊ້ອມຮ່ວມປະຈໍາກຳປັ່ນບັງຄັບໃຊ້ກົດໝາຍ ຊຸດທີ 70. ໃນໄລຍະດັ່ງກ່າວ, 4 ຝ່າຍ
ຈີນ-ລາວ-ມຽນມາ-ໄທ ຈະຈັດກອງປະຊຸມແລກປ່ຽນຂໍ້ມູນຂ່າວສານຫຼາຍຝ່າຍ ຢູ່ເມືອງຊຽງແສນ ປະເທດໄທ ເພື່ອແຈ້ງສະພາບການທີ່ບັນດາປະເທດເຂົ້າ-ອອກເມືອງ (ຊາຍແດນ) ໃນໄລຍະຜ່ານມາ, ການປາບປາມອາຊະຍາກໍາຢູ່ລຸ່ມແມ່ນໍ້າ
ແລະ ອື່ນໆ, ພ້ອມທັງປຶກສາຫາລືແລກປ່ຽນກ່ຽວກັບການເພີ່ມທະວີການຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນວຽກງານ 4 ຝ່າຍ, ການແບ່ງປັນຂໍ້ມູນຂ່າວສານ ແລະ ການປາບປາມອາຊະຍາກໍາທີ່ພົ້ນເດັ່ນຢູ່ລຸ່ມແມ່ນໍ້າ. ພ້ອມກັນນັ້ນ, ຝ່າຍຈີນຍັງຈະຈັດກອງປະຊຸມແລກປ່ຽນສອງຝ່າຍຮ່ວມກັບຝ່າຍໄທ ພາຍໃຕ້ຫົວຂໍ້ “ຖະແຫຼງການຮ່ວມກັນກ່ຽວກັບປະຊາຄົມຮ່ວມຊາຕາກຳຈີນ-ໄທເພື່ອຄວາມຈະເລີນຮຸ່ງເຮືອງລະຫວ່າງ ສປ ຈີນ ແລະ ລາຊະອານາຈັກໄທ”.
ປັດຈຸບັນ, ແມ່ນ້ຳຂອງເປັນໄລຍະນ້ຳຫຼາຍ, ສະພາບອຸທົກກະສາດແມ່ນມີຄວາມສັບສົນ, ພາກສ່ວນປະຕິບັດກົດໝາຍ 4 ຝ່າຍ ຈີນ-ລາວ-ມຽນມາ-ໄທ ຈະດຳເນີນການຝຶກຊ້ອມກູ້ໄພສຸກເສີນທາງນ້ຳ, ສຳຫຼວດກວດກາຄວາມສ່ຽງຕ່າງໆໃນຊ່ອງທາງເດີນເຮືອ ແລະ ໂຄສະນາເຕືອນໄພຄວາມປອດໄພໃນໄລຍະນ້ຳຫຼາຍ ໄປພ້ອມໆກັນ, ພະຍາຍາມສຸດຄວາມສາມາດເພື່ອຮັບປະກັນການເດີນເຮືອສາກົນໃຫ້ມີຄວາມສະດວກ, ຮັບປະກັນຊີວິດ ແລະ ຊັບສິນຂອງເຮືອ ແລະ ປະຊາຊົນຂອງປະເທດຕ່າງໆທີ່ຢູ່ລຽບຕາມແມ່ນ້ຳຂອງ, ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການຮັກ
ສາຄວາມໝັ້ນຄົງ ແລະ ສະຖຽນລະພາບຂອງແມ່ນ້ຳຂອງ, ຊຸກຍູ້ການພັດທະນາທີ່ຈະເລີນຮຸ່ງເຮືອງໃນພາກພື້ນ.