中文 English {{ activeLangText || 'Languages' }} {{ item.text }}
ສະໜາມບິນທີ່ປ່ອຍກາກບອນເປັນສູນແຫ່ງທຳອິດຂອງໂລກໄດ້ຖືກສ້າງຂຶ້ນຢູ່ນະຄອນ ອໍເຕີໂຕສ, ເຂດປົກຄອງຕົນເອງມົງໂກນໃນ ປະເທດຈີນ
ຂ່າວ > ເນື້ອຫາ

ສະໜາມບິນທີ່ປ່ອຍກາກບອນເປັນສູນແຫ່ງທຳອິດຂອງໂລກໄດ້ຖືກສ້າງຂຶ້ນຢູ່ນະຄອນ ອໍເຕີໂຕສ, ເຂດປົກຄອງຕົນເອງມົງໂກນໃນ ປະເທດຈີນ

By QinXuedan|
分享到Facebook

ວັນທີ 25, ພິທີຖະແຫຼງຜົນສຳເລັດດ້ານເຕັກໂນໂລຊີສະໜາມບິນກາກບອນທົ່ວໂລກຄັ້ງທຳອິດໄດ້ຈັດຂຶ້ນຢູ່ນະຄອນອໍເຕີໂຕສ, ເຂດປົກຄອງຕົນເອງມົງໂກນໃນ ປະເທດຈີນ. ຫຼັງຈາກການກວດສອບ ແລະ ຢັ້ງຢືນໂດຍສູນຢັ້ງຢືນຄຸນນະພາບແຫ່ງຊາດຈີນ ແລະ ສະມາຄົມຄົມມະນາຄົມຂົນສົ່ງຈີນ, ອັດຕາການຫຼຸດຜ່ອນການປ່ອຍກາກບອນລວມຂອງສະໜາມບິນສາກົນ ອີຈິນຮໍໂລ ນະຄອນອໍເຕີໂຕສ ບັນລຸ 95.15%, ແລະ ການປ່ອຍກາກບອນທີ່ຍັງເຫຼືອບໍ່ເຖິງ 5% ລ້ວນແຕ່ມີແຜນການຊົດເຊີຍກາກບອນທີ່ຊັດເຈນ ແລະ ຖືກຕ້ອງຕາມກົດໝາຍ, ໂດຍລວມແລ້ວການປ່ອຍກາກບອນສຸດທິແມ່ນ ≤0, ເຊິ່ງບັນລຸມາດຕະຖານ “ສະໜາມບິນສູນກາກບອນ”, ຜົນສຳເລັດດ້ານເຕັກໂນໂລຊີນີ້ໂດຍລວມແລ້ວແມ່ນບັນລຸລະດັບນຳໜ້າສາກົນ.

ເຕັກໂນໂລຊີນີ້ຖືກຄົ້ນຄວ້າ ແລະ ພັດທະນາຂຶ້ນເອງໂດຍສະຖາບັນຄົ້ນຄວ້າພະລັງງານ ອໍເຕີໂຕສ ຂອງມະຫາວິທະຍາໄລປັກກິ່ງ, ໂດຍອີງໃສ່ກົນໄກວົງຈອນອຸນຫະພູມລວມຂອງກາກບອນຂ້າມຂີດຈໍາກັດ “ລະດູຮ້ອນເຢັນ, ລະດູໜາວຮ້ອນ” ທີ່ນໍາສະເໜີໂດຍທີມງານຂອງສາດສະດາຈານ ຈ່າງ ຊິນຢົງ ຈາກມະຫາວິທະຍາໄລປັກກິ່ງ ແລະ ຫົວໜ້ານັກວິທະຍາສາດຂອງສະຖາບັນ, ພ້ອມທັງໄດ້ດໍາເນີນການຄົ້ນຄວ້າເຕັກໂນໂລຊີ. ມັນໄດ້ສ້າງລະບົບເຕັກໂນໂລຊີພະລັງງານທີ່ບໍ່ມີກາກບອນລວມ “ລົມ-ແສງຕາເວັນ-ການເກັບຮັກສາ-ຄວາມເຢັນ-ຄວາມຮ້ອນ-ໄຟຟ້າ” ຂຶ້ນມາໃໝ່, ເຊິ່ງໄດ້ຖືກນໍາໃຊ້ ແລະ ທົດສອບຢູ່ສະໜາມບິນສາກົນ ອີຈິນຮໍໂລ ນະຄອນອໍເຕີໂຕສ.

ປັດຈຸບັນ, ສະໜາມບິນແຫ່ງນີ້ມີພະລັງງານສະອາດກວມເອົາຫຼາຍກວ່າ 90%, ປະລິມານການຜະລິດພະລັງງານລົມ ແລະ ແສງຕາເວັນຕໍ່ປີເກີນ 21 ລ້ານກິໂລວັດໂມງ, ເຊິ່ງຊ່ວຍຫຼຸດຕົ້ນທຶນພະລັງງານຕະຫຼອດວົງຈອນຊີວິດໄດ້ຫຼາຍກວ່າ 25%. ລະບົບຄວາມຮ້ອນ ແລະ ຄວາມເຢັນມີການໃຊ້ພະລັງງານຫຼຸດລົງ 60% ຕໍ່ປີ, ແລະ ຕົ້ນທຶນການດໍາເນີນງານປະຈໍາປີຫຼຸດລົງ 50%, ເຊິ່ງສາມາດປະຢັດແກັສທໍາມະຊາດໄດ້ຫຼາຍກວ່າ 2 ລ້ານແມັດກ້ອນຕໍ່ປີ. ປັດຈຸບັນ, ສະໜາມບິນໄດ້ບັນລຸຮູບແບບການສະໜອງພະລັງງານສີຂຽວທີ່ບໍ່ມີເຊື້ອໄຟຟອດຊິວ, ບໍ່ມີສານເຣຟີຣເຈີເຮັນ(‌refrigeran), ແລະ ບໍ່ມີນໍ້າເຢັນ, ເຊິ່ງສະແດງໃຫ້ເຫັນເຖິງຜົນປະໂຫຍດທາງດ້ານເສດຖະກິດ, ສັງຄົມ ແລະ ນິເວດວິທະຍາທີ່ໂດດເດັ່ນ.