ຫວ່າງມໍ່ໆມານີ້, ຢູ່ຕາມພູຊາຂອງເມືອງຊາງໜີງ, ນະຄອນປາວຊານແຂວງຢຸນນານ, ການເກັບກ່ຽວ ແລະ ປຸງແຕ່ງຊາລະດູຮ້ອນພວມດຳເນີນໄປຢ່າງຄຶກຄື້ນ, ຄຳສັ່ງຊື້ຈາກຕະຫຼາດຕ່າງປະເທດເຊັ່ນ: ອາຊີຕາເວັນອອກສ່ຽງໃຕ້, ອາຊີກາງ ແລະ ອື່ນໆ ແມ່ນຫຼັ່ງໄຫຼເຂົ້າມາຢ່າງບໍ່ຂາດສາຍ. “ປີກາຍນີ້, ທົ່ວເມືອງຂອງພວກເຮົາໄດ້ສົ່ງອອກຊາ 650 ໂຕນຕະຫຼອດປີ, 7 ເດືອນຕົ້ນປີນີ້ໄດ້ສົ່ງອອກແລ້ວ 550 ໂຕນ.” ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງ “ຖານການຜະລິດຂະໜາດໃຫຍ່” ສົ່ງອອກຊາຂອງເມືອງຊາງໜີງແນະນຳວ່າ: ຮູບແບບ “ຖານການຜະລິດຂະໜາດໃຫຍ່” ສົ່ງອອກຊາ ໄດ້ຮັບປະກັນຄຸນນະພາບ ແລະ ຄວາມປອດໄພຂອງຜະລິດຕະພັນຊາຂອງເມືອງຊາງໜີງ, ຊ່ວຍໃຫ້ຊາທ້ອງຖິ່ນໄດ້ເປີດກວ້າງພື້ນທີ່ຕະຫຼາດ.

ເພື່ອແກ້ໄຂຂໍ້ບົກຜ່ອງຕ່າງໆ ເຊັ່ນ: ສວນຊາທີ່ກະແຈກກະຈາຍຢູ່ຕາມເນີນພູສູງ, ມາດຕະຖານການປູກຝັງຂອງຊາວກະສິກອນລາຍຍ່ອຍບໍ່ຄືກັນ, ແລະ ຜົນກະທົບຂອງຍີ່ຫໍ້ຍັງບໍ່ພຽງພໍ, ດ່ານພາສີຄຸນໝິງໄດ້ສົ່ງເສີມຢ່າງຕັ້ງໜ້າໃນການສ້າງຕັ້ງ “ຖານການຜະລິດຂະໜາດໃຫຍ່” ສໍາລັບການສົ່ງອອກຊາ. ປີນີ້, “ຖານການຜະລິດຂະໜາດໃຫຍ່” ສໍາລັບການສົ່ງອອກຊາແຫ່ງທໍາອິດຂອງແຂວງຢຸນນານໄດ້ຖືກສ້າງຕັ້ງຂຶ້ນຢູ່ເມືອງຊາງໜິງ.
ຢູ່ແຫຼ່ງກຳເນີດການຜະລິດ, ດ່ານພາສີຄຸນໝິງໄດ້ຊຸກຍູ້ການກໍ່ສ້າງຖານຊາສົ່ງອອກໃຫ້ເປັນກຸ່ມກ້ອນ, ມີຂະໜາດໃຫຍ່ ແລະ ມີມາດຕະຖານ, ຊີ້ນຳທ້ອງຖິ່ນໃນການຈັດສັນຊັບພະຍາກອນສວນຊາໃຫ້ເປັນແຜ່ນອັນລຽນຕິດກັນ, ລວມເຂົ້າໃນການຄຸ້ມຄອງຖານການສົ່ງອອກຢ່າງເປັນເອກະພາບ, ແລະ ຊ່ວຍເຫຼືອວິສາຫະ
ກິດໃນການຍົກລະດັບການຄວບຄຸມແຫຼ່ງກຳເນີດການຜະລິດຂອງຊາສົ່ງອອກຢ່າງຮອບດ້ານ. ພາຍຫຼັງສຳເລັດການກໍ່ສ້າງ “ຖານໃຫຍ່”, ເນື້ອທີ່ປູກຊາວັດຖຸດິບທີ່ສາ
ມາດສົ່ງອອກໄດ້ຂອງເມືອງຊາງໜິງໄດ້ເພີ່ມຂຶ້ນ 10 ເທົ່າ.
ພ້ອມກັນນີ້, ດ່ານດັ່ງກ່າວໄດ້ລົງເຜີຍແຜ່ນະໂຍບາຍ ແລະ ຊີ້ນຳພາກສະ
ໜາມຢູ່ເຂດຜະລິດຊາຕົ້ນຕໍ ໂດຍຜ່ານ “ຫົວໜ້າດ່ານສົ່ງນະໂຍບາຍເຖິງທີ່”
ແລະ “ກອງປະຊຸມພົບປະລະຫວ່າງດ່ານກັບວິສາຫະກິດ”. ໃນດ້ານການບໍລິການຜ່ານດ່ານ, ໄດ້ເປີດຊ່ອງທາງສີຂຽວໃນການສົ່ງອອກຜະລິດຕະພັນກະສິກຳ, ຊຸກຍູ້ມາດຕະການອຳນວຍຄວາມສະດວກຕ່າງໆ ເຊັ່ນ: ການແຈ້ງພາສີລ່ວງໜ້າ, ການນັດໝາຍເພື່ອກວດກາ.
ແຫຼ່ງຂ່າວ: ໜັງສືພິມລາຍວັນຢຸນນານ