中文 English {{ activeLangText || 'Languages' }} {{ item.text }}
ມູນຄ່າການນຳເຂົ້າ-ສົ່ງອອກຜ່ານເສັ້ນທາງລົດໄຟລາວ-ຈີນ ໃນ 7 ເດືອນຕົ້ນປີນີ້ ເພີ່ມຂຶ້ນເກືອບ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ
ຂ່າວ > ເນື້ອຫາ

ມູນຄ່າການນຳເຂົ້າ-ສົ່ງອອກຜ່ານເສັ້ນທາງລົດໄຟລາວ-ຈີນ ໃນ 7 ເດືອນຕົ້ນປີນີ້ ເພີ່ມຂຶ້ນເກືອບ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ

By QinXuedan|
分享到Facebook

ຕາມຂໍ້ມູນຈາກສະຖິຕິຂອງດ່ານພາສີຄຸນໝິງໃຫ້ຮູ້ວ່າ, ໃນ 7 ເດືອນຕົ້ນປີນີ້, ມູນຄ່າສິນຄ້ານຳເຂົ້າ ແລະ ສົ່ງອອກຜ່ານເສັ້ນທາງລົດໄຟລາວ-ຈີນບັນລຸເຖິງ20,11
ຕື້ຢວນ, ເພີ່ມຂຶ້ນ 29,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ມູນຄ່າໝາກໄມ້ເຂດຮ້ອນຂອງອາຊຽນນຳເຂົ້າບັນລຸ 4,92 ຕື້ຢວນ, ເພີ່ມຂຶ້ນ 14,9%
ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ມູນຄ່າລົດຍົນພະລັງງານໃໝ່, ຜະລິດຕະ
ພັນພະລັງງານແສງຕາເວັນ ແລະ ຜະລິດຕະພັນ “ສາມຢ່າງໃໝ່” ອື່ນໆ ສົ່ງອອກບັນລຸ 2,31 ຕື້ຢວນ, ເພີ່ມຂຶ້ນ 306,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ມູນຄ່າການສົ່ງອອກແບບ B2B ຜ່ານອີຄອມເມີຊຂ້າມຊາດເພີ່ມຂຶ້ນ 1,5 ເທົ່າ
ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ນັບແຕ່ເປີດນຳໃຊ້ໃນປີ 2021 ເປັນຕົ້ນມາ, ທາງລົດໄຟລາວ-ຈີນ ໄດ້ຂົນສົ່ງສິນຄ້າຂ້າມຊາຍແດນທີ່ມີມູນຄ່າລວມຫຼາຍກວ່າ 94    ຕື້ຢວນ, ມີສິນຄ້າຫຼາຍກວ່າ 3.900 ຊະນິດ, ກວມເອົາ 19   ປະເທດ ແລະ ເຂດແຄວ້ນ, ພ້ອມທັງອຳນວຍ
ການບໍລິການວິສາຫະກິດການຄ້າຕ່າງປະເທດຫຼາຍກວ່າ 7.000 ແຫ່ງໃນປະເທດ.

“ໝາກຖົ່ວລຽນສົດທີ່ຖືກບັນຈຸໃສ່ຕູ້ຄອນເທນເນີຕ່ອງໂສ້ຄວາມເຢັນຢູ່ໂຮງ
ງານໝາກຖົ່ວລຽນໃນຈັງຫວັດຈັນທະບູລີ ປະເທດໄທ, ສາມາດຂົນສົ່ງໄປເຖິງດ່ານບໍ່ຫານໄດ້ພາຍໃນ 24  ຊົ່ວໂມງ. ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ຕູ້ຄອນເທນເນີນໍາເຂົ້າທີ່ບໍລິສັດຂອງພວກເຮົາໃນການແຈ້ງພາສີມີເກືອບ 6.000 ຕູ້, ສູງສຸດເຖິງ 135 ຕູ້ຕໍ່ມື້.   ທ່ານ ຫົວໜ້າບໍລິສັດແຈ້ງພາສີແຫ່ງໜຶ່ງຢູ່ຢຸນນານ ກ່າວວ່າ: ອີງຕາມຄວາມສາມາດໃນການຂົນສົ່ງທີ່ໝັ້ນຄົງຂອງທາງລົດໄຟລາວ-ຈີນ, ປະລິມານການຂົນສົ່ງໝາກຖົ່ວລຽນນໍາເຂົ້າໃນປີນີ້ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ. ຂໍ້ມູນຈາກດ່ານພາ
ສີສະແດງໃຫ້ເຫັນວ່າ: ໃນ 7 ເດືອນຕົ້ນປີນີ້, ໝາກຖົ່ວລຽນນໍາເຂົ້າຜ່ານທາງລົດໄຟລາວ-ຈີນ ມີເຖິງ 158.000 ໂຕນ, ເພີ່ມຂຶ້ນ 25,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ,  ເທົ່າກັບວ່າໃນທົ່ວປະເທດທຸກໆ 10 ໜ່ວຍຂອງໝາກຖົ່ວລຽນທີ່ນໍາເຂົ້າ ຈະມີ 1 ໜ່ວຍມາຈາກທາງລົດໄຟລາວ-ຈີນ.