ໃນໄລຍະ 7 ເດືອນຕົ້ນປີນີ້, ເຫັດຢຸນນານໄດ້ຖືກສົ່ງອອກໄປ 26 ປະເທດ ແລະ ພາກພື້ນ
By QinXuedan|
ຕາມສະຖິຕິຂອງດ່ານພາສີຄຸນໝິງ, ໃນ 7 ເດືອນຕົ້ນປີນີ້, ແຂວງຢຸນນານ ສປ ຈີນໄດ້ສົ່ງອອກເຫັດສົດ ແລະ ເຫັດແຊ່ເຢັນ ຈຳນວນ 1.857,1 ໂຕນ, ເພີ່ມ
ຂຶ້ນ 24,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ສົ່ງອອກໄປ 26 ປະເທດ
ແລະ ພາກພື້ນ ເຊັ່ນ: ຍີ່ປຸ່ນ, ເຢຍລະມັນ, ຫວຽດນາມ ແລະ ອື່ນໆ.
“ເຫັດຫວາຍສົດ ແລະ ເຫັດຫວາຍແຊ່ແຂງທີ່ພວກເຮົາສົ່ງອອກນັ້ນ ແມ່ນມາຈາກເຂດພູຊຽງຣີລາ ທີ່ມີລະດັບຄວາມສູງເໜືອລະດັບນໍ້າທະເລສະເລ່ຍ 3,500 ແມັດຂຶ້ນໄປ.” ທ່ານ ກົວ ຈິນຢຸນ, ຜູ້ຈັດການທົ່ວໄປຂອງບໍລິສັດ ບໍເວີນ ຈຳກັດ ນະຄອນຊຽງຣີລາ ໄດ້ແນະນຳວ່າ: ດ້ວຍການຂະຫຍາຍຕົວຂອງຂະໜາດອຸດສາຫະກຳ, ປັດຈຸບັນບໍລິສັດໄດ້ຂະຫຍາຍຜະລິດຕະພັນປຸງແຕ່ງເລິກເຊັ່ນ: ເຫັດຕີນແຮດແຊ່ແຂງ, ເຫັດພຸງແບ້ແຫ້ງ ແລະ ອື່ນໆ, ເຊິ່ງໃນຂະນະທີ່ຕ່ອງໂສ້ການຜະລິດໄດ້ຂະ
ຫຍາຍອອກໄປ, ມູນຄ່າເພີ່ມກໍໄດ້ເພີ່ມຂຶ້ນຕາມລຳດັບ.

ເພື່ອຮັບປະກັນໃຫ້ເຫັດປ່າຢຸນນານ “ສົດ” ໄປທົ່ວໂລກ, ດ່ານພາສີຄຸນໝິງໄດ້ລົງເລິກການຄຸ້ມຄອງຮ່ວມກັນແບບ “ທ້ອງຖິ່ນ + ດ່ານຊາຍແດນ”. ຢູ່ເຂດຜະລິດເຫັດປ່າຕົ້ນຕໍ ເຊັ່ນ: ຊຽງກຣີລາ, ເຕີຊິນ, ດ່ານພາສີທ້ອງຖິ່ນໄດ້ເຂົ້າຮ່ວມກ່ອນກຳນົດ ແລະ ໃຫ້ບໍລິການຢ່າງໃກ້ຊິດ, ຈັດຕັ້ງກິດຈະກຳ “ນຳນະໂຍບາຍເຖິງບ່ອນ”, ຊີ້ນຳວິສາຫະກິດປັບປຸງລະບົບຄວບຄຸມຄຸນນະພາບ, ສົ່ງເສີມການນຳໃຊ້ມາດຕະການອຳນວຍຄວາມສະດວກ ເຊັ່ນ: “ການອອກໃບຢັ້ງຢືນການກວດກາ ແລະ ກັກກັນສຳລັບການສົ່ງອອກຜ່ານລະບົບຄລາວ”; ດ່ານພາສີຊາຍແດນໄດ້ເປີດ “ຊ່ອງທາງສີຂຽວ” ສຳລັບການສົ່ງອອກຜະລິດຕະພັນກະສິກຳສົດ, ຈັດຕັ້ງປະຕິບັດມາດຕະການອຳນວຍຄວາມສະດວກ ເຊັ່ນ: “ການກວດກາຕາມການນັດໝາຍ 7×24 ຊົ່ວໂມງ”, ການກວດກາຢູ່ທ້ອງຖິ່ນ ແລະ ການຄຸ້ມຄອງຢູ່ດ່ານຊາຍແດນໄດ້ເຊື່ອມຕໍ່ກັນຢ່າງໃກ້ຊິດ, ເພີ່ມທະວີປະສິດທິພາບການແຈ້ງພາສີສົ່ງອອກຢ່າງຕໍ່ເນື່ອງ.
ແຫຼ່ງຂ່າວ: ໜັງສືພິມລາຍວັນຢຸນນານ