ທາງລົດໄຟລາວ-ຈີນ ຂົນສົ່ງສິນຄ້າໄດ້ທັງໝົດຫຼາຍກວ່າ 10 ລ້ານໂຕນໃນປີນີ້
By QinXuedan|
ນັກຂ່າວໄດ້ຮູ້ຂ່າວຈາກກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນໝິງ ໃນວັນທີ 14 ມິຖຸນານີ້ວ່າ: ນັບມາຮອດວັນທີ 13 ມິຖຸນາ, ປະລິມານການຂົນສົ່ງສິນຄ້າທາງລົດໄຟລາວ-ຈີນ ນັບແຕ່ຕົ້ນປີນີ້ໄດ້ທະລຸ 10 ລ້ານໂຕນ.

ນັບແຕ່ທາງລົດໄຟລາວ-ຈີນເປີດນຳໃຊ້ໃນວັນທີ 3 ທັນວາ 2021 ເປັນຕົ້ນມາ, ສອງພາກສ່ວນລົດໄຟລາວ-ຈີນ ໄດ້ເພີ່ມທະວີການຈັດຕັ້ງການຂົນສົ່ງສິນຄ້າ, ຍົກສູງຄວາມສາມາດ ແລະ ປະສິດທິພາບການຂົນສົ່ງ, ຈຳນວນຂະບວນລົດໄຟຂົນສົ່ງສິນຄ້າຂ້າມຊາຍແດນທີ່ເປີດນຳໃຊ້ໃນແຕ່ລະວັນໄດ້ເພີ່ມຂຶ້ນຈາກ 2 ຂະບວນໃນໄລຍະເລີ່ມຕົ້ນມາເປັນ 23 ຂະບວນສູງສຸດ.

ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ການຂົນສົ່ງສິນຄ້າທາງລົດໄຟລາວ-ຈີນ ໄດ້ຮັບຄວາມນິຍົມຢ່າງຕໍ່ເນື່ອງ, ໂດຍສະເພາະປະລິມານການຂົນສົ່ງໝາກໄມ້ຂ້າມຊາຍແດນແມ່ນເພີ່ມຂຶ້ນຢ່າງຫຼວງຫຼາຍ. ມາຮອດວັນທີ 11 ມິຖຸນາ ຜ່ານມາ, ປະລິມານການຂົນສົ່ງໝາກໄມ້ຂ້າມຊາຍແດນທາງລົດໄຟລາວ-ຈີນ ໄດ້ບັນລຸເຖິງ 185.000 ໂຕນ, ເພີ່ມຂຶ້ນ 73,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.