ຫຼາຍວັນຜ່ານມາ, ສູນການຄ້າເຫັດປ່າມູ່ຊຸຍຮວາ ແຂວງຢຸນນານ ໄດ້ຕ້ອນຮັບກະແສຄວາມນິຍົມໃນການ “ຊື້-ຂາຍ” ເຫັດປ່າຢ່າງຕໍ່ເນື່ອງ. ລົດບັນທຸກເຫັດປ່າຈຳນວນຫຼວງຫຼາຍໄດ້ຄ່ອຍໆແລ່ນເຂົ້າສູ່ຕະຫຼາດ ພາຍໃຕ້ການນຳພາຂອງພະນັກງານ, ຜູ້ຄົນທີ່ໄດ້ກິ່ນຫອມຂອງເຫັດປ່າກໍພາກັນມາຢືນອ້ອມຮອບເພື່ອຊື້-ຂາຍ. ພ້ອມກັບລະດູຝົນມາເຖິງ, ປະລິມານເຫັດປ່າທີ່ອອກສູ່ຕະຫຼາດກໍເພີ່ມຂຶ້ນຢ່າງຊັດເຈນ, ການຊື້-ຂາຍຄ່ອຍໆເຂົ້າສູ່ໄລຍະທີ່ມີຄວາມຄຶກຄື້ນສູງສຸດ. ຕາມຂໍ້ມູນທີ່ໄດ້ຮັບ, ປີນີ້, ເຫັດປ່າທ້ອງຖິ່ນທີ່ຢູ່ອ້ອມຂ້າງນະຄອນຄຸນໝິງໄດ້ອອກໄວກວ່າປີຜ່ານມາ, ຜົນຜະລິດສູງກວ່າປີກາຍ ແລະ ລາຄາກໍຕໍ່າກວ່າປີຜ່ານມາເລັກນ້ອຍ. ປີກາຍນີ້, ເຫັດປ່າທີ່ຢູ່ອ້ອມຂ້າງນະຄອນຄຸນໝິງໄດ້ອອກສູ່ຕະຫຼາດຢ່າງຫຼວງຫຼາຍໃນເດືອນກໍລະກົດ, ແຕ່ປີນີ້, ນັບແຕ່ເດືອນມິຖຸນາ ເປັນຕົ້ນມາ, ຈຳນວນລົດຊື້ທີ່ເຂົ້າສູ່ຕະຫຼາດສະເລ່ຍຕໍ່ມື້ໄດ້ບັນລຸ 50 ຄັນ, ເຊິ່ງສະແດງໃຫ້ເຫັນວ່າຈັງຫວະການອອກສູ່ຕະຫຼາດໄດ້ເລັ່ງຂຶ້ນຢ່າງຈະແຈ້ງ. ຄາດວ່າໃນເດືອນກໍລະກົດຫາເດືອນສິງຫາ, ຜົນຜະລິດເຫັດປ່າໃນທົ່ວປະເທດຈະບັນລຸຈຸດສູງສຸດ ແລະ ລາຄາກໍຈະຫຼຸດລົງຢ່າງຫຼວງຫຼາຍຕາມມາ.