
ຂ່າວສານຊີອາໄອລາຍງານ ໃນວັນທີ 28 ກັນຍາ ຜ່ານມາ, ເກີດແຜ່ນດິນໄຫວຂະໜາດ 7,1 ລິກເຕີ ຢູ່ໃກ້ກັບເມືອງຄຸມາໂມໂຕະຂອງຍີ່ປຸ່ນ. ແຜ່ນດິນໄຫວເກີດຂຶ້ນໃນເວລາປະມານ 16 ໂມງ 27 ນາທີ ຕາມເວລາທ້ອງຖິ່ນ, ຈຸດສູນກາງແຜ່ນດິນໄຫວແມ່ນຢູ່ເສັ້ນຂະໜານທີ 32,6 ອົງສາເໜືອ, ເສັ້ນແວງທີ 130,7 ອົງສາຕາເວັນອອກ, ຄວາມເລິກຂອງຈຸດສູນກາງແຜ່ນດິນໄຫວແມ່ນປະມານ 10 ກິໂລແມັດ. ອົງການອຸຕຸນິຍົມວິທະຍາ ຍີ່ປຸ່ນ ໄດ້ອອກປະກາດເຕືອນໄພສຶນາມິ ພ້ອມກັນນັ້ນ.