ວາລະສານຈໍາປາ > ເນື້ອຫາ ຈາກໝາກບູເບີຣີນ້ອຍ ສູ່ການກາຍເປັນອຸດສາຫະກຳຂະໜາດໃຫຍ່ By Yang Chunmei| 2026-07-24 ຢູ່ແຂວງຢຸນນານ, ໂດຍສະເພາະແມ່ນ ກິ່ງແຊວງປົກຄອງຕົນເອງເຜົ່າຮານີ-ເຜົ່າຢີ ຫົງເຫີ , ໄດ້ກາຍເປັນ “ດາວເດັ່ນດວງໃໝ່” ຂອງອຸດສາຫະກຳໝາກບູເບີຣີລະດັບໂລກ ຍ້ອນມີເງື່ອນໄຂທາງທຳມະຊາດທີ່ດີເລີດ. ດ້ວຍທີ່ຕັ້ງຢູ່ເຂດ “ເສັ້ນຂະໜານຄໍາ” ຂອງການປູກຝັງ, ເຊິ່ງມີແສງແດດເຕັມທີ່ ແລະ ອຸນຫະພູມລະຫວ່າງກາງເວັນກັບກາງຄືນທີ່ແຕກຕ່າງກັນຫຼາຍ, ຈຶ່ງເຮັດໃຫ້ໝາກບູເບີຣີຢູ່ແຫ່ງນີ້ມີກິ່ນຫອມທີ່ເຂັ້ມຂຸ້ນ ແລະ ລົດຊາດຫວານດີເປັນພິເສດ.