ວາລະສານຈໍາປາ > ເນື້ອຫາ ຜັກ “ສົດ” ຈາກທົ່ງຫາຍຢຸນນານສົ່ງກົງສູ່ຕ່າງປະເທດ By Yang Chunmei| 2026-07-24 ເມືອງທົ່ງຫາຍ (Tong hai), ນະຄອນຢູ້ຊີ (Yu xi) ທີ່ຕັ້ງຢູ່ພາກກາງຂອງ ແຂວງຢຸນນານ ແມ່ນເຂດຜະລິດຜັກເຂດພູພຽງທີ່ສໍາຄັນຂອງ ຢຸນນານ ແລະ ກໍເປັນໜຶ່ງໃນແຫຼ່ງກະຈາຍຜັກທີ່ສໍາຄັນແຫ່ງພາກຕາເວັນຕົກສ່ຽງໃຕ້ຂອງຈີນ. ໃນປີ 2025 ເນື້ອທີ່ປູກຜັກໃນ ເມືອງທົ່ງຫາຍ ມີເຖິງ 18.870 ກວ່າເຮັກຕາ ແລະ ມີຜົນຜະລິດ 915.100 ໂຕນ.