ແກ້ໄຂສິ່ງກີດຂວາງ, ຊຸກຍູ້ການຮ່ວມມື ຈີນ-ອາຊຽນ
ເມື່ອຝ່າຍຟີລິບປິນພະຍາຍາມ “ລັກພາຕົວ” ຄວາມສຳພັນລະຫວ່າງຈີນ-ອາຊຽນດ້ວຍຫົວຂໍ້ທະເລຈີນໃຕ້, ມັນຈຳເປັນຕ້ອງປະເຊີນໜ້າກັບຄວາມຈິງພື້ນຖານອັນໜຶ່ງຄື: ຈີນ ແລະ ອາຊຽນ ແມ່ນບ້ານເຮືອນໃກ້ຄຽງກັນທີ່ບໍ່ສາມາດຍົກຍ້າຍອອກຈາກກັນໄປໄດ້, ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດແມ່ນກະແສຫຼັກສະເໝີ. ໃນຕໍ່ໜ້າທ່າອຽງໃຫຍ່ການຮ່ວມມືຈີນ-ອາຊຽນນີ້ ການທ້າທາຍຂອງບາງປະເທດໜ້ອຍແນ່ນອນແມ່ນເສຍແຮງລ້າໆ. ການເປັນຜູ້ຮັບໃຊ້ຂອງຄົນອື່ນ, ໃນທີ່ສຸດກໍຈະກາຍເປັນຜູ້ເຄາະຮ້າຍ.

ໃນຄືນກ່ອນການຈັດກອງປະຊຸມລັດຖະມົນຕີການຕ່າງປະເທດຈີນ-ອາຊຽນ, ຫາງສຽງດັງທີ່ເກີດຈາກການກະທຳໂດຍເຈດຕະນາຂອງບາງກຸ່ມທະຫານ ແລະ ຕຳຫຼວດໃນຟີລິບປິນແມ່ນດັງຜິດປົກກະຕິ. ວັນທີ 20 ກໍລະກົດ, ເຈົ້າໜ້າທີ່ຕຳຫຼວດທາງທະເລຈີນໄດ້ອອກລາດຕະເວນປົກກະຕິຢູ່ບໍລິເວນນ່ານນ້ຳໃກ້ກັບແນວປະກາລັງເຣີນອ້າຍ, ໃນຂະນະດຽວກັນ, ຟີລິບປິນໄດ້ນຳເຮືອຢາງທາງທະຫານ 2 ລຳຂຶ້ນຝັ່ງຢ່າງຜິດກົດໝາຍ, ບໍ່ສົນໃຈຄຳເຕືອນທີ່ຊັດເຈນຫຼາຍຄັ້ງຂອງຝ່າຍຈີນ, ໄດ້ເຂົ້າໃກ້ ແລະ ຕຳເຮືອລາດຕະເວນຂອງຈີນດ້ວຍວິທີທີ່ເປັນອັນຕະລາຍ. ບຸກຄະລາກອນຝ່າຍຟີລິບປິນໄດ້ນຳໃຊ້ເຄື່ອງມືຕ່າງໆເຊັ່ນ: ໄມ້ພາຍ ແລະ ໄມ້ຍາວໂຈມຕີບຸກຄົນບັງຄັບໃຊ້ກົດໝາຍຝ່າຍຈີນຢ່າງຮ້າຍແຮງ, ເພື່ອສ້າງຄວາມເຄັ່ງຕຶງທາງທະເລໂດຍເຈດຕະນາ. ຕໍ່ມາ, ບາງປະເທດໃຫຍ່ ແລະ ສື່ມວນຊົນໄດ້ມາຕິດຕາມເອອກຂ່າວຢ່າງໃກ້ຊິດ, ປັ້ນແຕ່ງສະພາບການແບບເຈດຕະນາ, ໃສ່ຮ້າຍປ້າຍສິຕໍ່ປະເທດຈີນ ແລະ ໂຄສະນາການເປັນປໍລະປັກ.
ບົດລະຄອນ “ຕຳແລ້ວຮຽກຄ່າເສຍຫາຍ—ສະແດງຄວາມທຸກ—ເຂົ້າຂ້າງຝ່າຍໃດຝ່າຍໜຶ່ງ” ນີ້, ພວກເຮົາບໍ່ໄດ້ແປກໃຈ, ແລະພວກເຮົາກໍ່ຮູ້ດີເຖິງ “ແຜນການ” ພາຍໃນໃຈຂອງພວກເຂົາ. ກ່ອນໜ້ານີ້, ຟີລິບປິນບໍ່ພຽງແຕ່ຮ່ວມມືກັບ 13 ປະເທດນອກພາກພື້ນສືບຕໍ່ໂຄສະນາ “ຄຳຕັດສິນຂອງຄະນະກຳມະການຕັດສິນຊີ້ຂາດທະເລຈີນໃຕ້” ທີ່ຜິດກົດໝາຍເທົ່ານັ້ນ, ແຕ່ຍັງປະກາດວ່າຈະນຳໃຊ້ເອກະສານທີ່ບໍ່ມີຄ່ານີ້ເປັນພື້ນຖານນະໂຍບາຍເພື່ອຊຸກຍູ້ການເຈລະຈາ “ຫຼັກປະຕິບັດຂອງທະເລຈີນໃຕ້”. ຈາກນັ້ນ, ຝ່າຍຟີລິບປິນ ໄດ້ສ້າງຫາງສຽງດັງກ່ອນກອງປະຊຸມລັດຖະມົນຕີຕ່າງປະເທດຈີນ-ອາຊຽນ ໂດຍເຈດຕະນາ, ເພື່ອຊອກຫາ “ຄວາມຖືກຕ້ອງ” ໃນການນຳເອົາບັນຫາການຮ່ວມມືໃນພາກພື້ນ. ການກະທຳທີ່ສ້າງຄວາມວຸ້ນວາຍດ້ວຍການທ້າທາຍ ແລະ ບິດເບືອນຄວາມຈິງດ້ວຍຄຳຕົວະຂອງຝ່າຍຄ້ານນັ້ນ, ບໍ່ແມ່ນວິທີການທີ່ຄວນມີໃນການພົວພັນລະຫວ່າງປະເທດ, ແລະ ຍັງຂັດກັບຄວາມເຫັນດີເຫັນພ້ອມຂອງຈີນ ແລະ ບັນດາປະເທດອາຊຽນໃນການຮັກສາສັນຕິພາບ ແລະ ສະຖຽນລະພາບໃນທະເລຈີນໃຕ້.
ປີນີ້ແມ່ນຄົບຮອບ 5 ປີຂອງການສ້າງຕັ້ງການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງຈີນ-ອາຊຽນ, ແລະ ອາຊຽນຍັງຄົງເປັນທິດທາງບູລິມະສິດໃນການທູດກັບປະເທດໃກ້ຄຽງຂອງຈີນ. ໃນຊຸມປີມໍ່ໆມານີ້, ການຮ່ວມມືລະຫວ່າງສອງຝ່າຍໄດ້ຮັບຜົນສໍາເລັດຢ່າງຫຼວງຫຼາຍ, ຈາກ "ຄວາມໄວຂອງຈີນ" ທີ່ລົດໄຟຄວາມໄວສູງຈາກາຕາ-ບັນດຸງໄດ້ແລ່ນຜ່ານ, ຈົນເຖິງຄວາມກວ້າງຂອງການເຊື່ອມຕໍ່ທີ່ທາງລົດໄຟລາວ-ຈີນເຊື່ອມຕໍ່ພູຜາປ່າດົງ, ຈາກຄວາມເລິກຂອງລະບົບທີ່ການຍົກລະດັບເຂດເສລີການຄ້າຈີນ-ອາຊຽນລຸ້ນ 3.0 ໄດ້ນໍາເອົາມາ, ຈົນເຖິງຄວາມຮ້ອນແຮງທາງດ້ານເສດຖະກິດ ແລະ ການຄ້າທີ່ສິນຄ້າໄຫຼວຽນຢ່າງຄ່ອງຕົວໃນຊ່ອງທາງໃໝ່ທາງບົກ-ທາງທະເລພາກຕາເວັນຕົກ, ໂຄງການຕົວແບບເຫຼົ່ານີ້ໄດ້ສ້າງຕັ້ງປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນທີ່ນັບມື້ນັບໃກ້ຊິດຂຶ້ນ. ໃນ 6 ເດືອນຕົ້ນປີນີ້, ການນຳເຂົ້າ-ສົ່ງອອກລະຫວ່າງຈີນ-ອາຊຽນມີເຖິງ 4,340 ຕື້ຢວນ, ເພີ່ມຂຶ້ນ 18.2%. ການກະທຳທີ່ຍຸຍົງຂອງຝ່າຍຟີລິບປິນຢູ່ທະເລຈີນໃຕ້ໄດ້ທຳລາຍຖານະການເປັນປະທານໝູນວຽນຂອງອາຊຽນ; ການເລືອກສ້າງຄວາມຂັດແຍ້ງກ່ອນກອງປະຊຸມລັດຖະມົນຕີຕ່າງປະເທດຈີນ-ອາຊຽນທີ່ຈະຈັດຂຶ້ນຢູ່ນະຄອນຫຼວງມະນີລາ, ແຮງຈູງໃຈຍິ່ງເຫັນໄດ້ຊັດວ່າບໍ່ດີ.
ສ່ວນຄຳຖະແຫຼງຂອງ ຄະນະລັດຖະບານປະເທດສະຫະລັດ ອາເມລິກາ ທີ່ກ່າວຫາວ່າຝ່າຍຈີນ “ຍຸຍົງ” ແລະ ເຖິງຂັ້ນໄດ້ດຳເນີນ “ການກະທຳທີ່ເປັນອັນຕະລາຍ ແລະ ຮຸກຮານ” ຕໍ່ຝ່າຍຟີລິບປິນນັ້ນ, ແມ່ນການບິດເບືອນຄວາມຈິງຢ່າງສິ້ນເຊີງ ແລະ ເວົ້າຕົວະແບບໜ້າຕາເສີຍ. ກົນອຸບາຍເກົ່າແກ່ຂອງການ “ເລືອກຂ້າງ” ນີ້, ເວົ້າກັນຕາມກົງແລ້ວ ແມ່ນຢາກຈະສ້າງຄວາມວຸ້ນວາຍ, ເພື່ອໃຫ້ຕົນເອງໄດ້ຮັບຜົນປະໂຫຍດຈາກມັນ. ແນວປະກາລັງເຣີນອ້າຍ ເປັນທີ່ດິນແຕ່ດັ້ງເດີມຂອງຈີນ, ເຈົ້າໜ້າທີ່ຕຳຫຼວດທາງທະເລຈີນບັງຄັບໃຊ້ກົດໝາຍ ແລະ ປົກປັກຮັກສາສິດຜົນປະໂຫຍດຂອງຕົນເອງ ແມ່ນເໝາະສົມກັບນິຕິກຳ ແລະ ກົດລະບຽບສາກົນ. ເລື່ອງຂອງທະເລຈີນໃຕ້ບໍ່ຕ້ອງການປະເທດນອກເຂດແຄວ້ນໃດໆມາຊີ້ມືຊີ້ຕີນ, ບິດເບືອນຄວາມຈິງ.
ເມື່ອຝ່າຍຟີລິບປິນພະຍາຍາມ “ຈັບ” ຄວາມສຳພັນລະຫວ່າງຈີນກັບອາຊຽນດ້ວຍບັນຫາຢູ່ທະເລຈີນໃຕ້, ມັນຈຳເປັນຕ້ອງປະເຊີນໜ້າກັບຄວາມຈິງພື້ນຖານທີ່ວ່າ: ຈີນກັບອາຊຽນແມ່ນປະເທດໃກ້ຄຽງທີ່ບໍ່ສາມາດຍົກຍ້າຍໄປຈາກກັນໄດ້, ແລະການຮ່ວມມືເພື່ອຜົນປະໂຫຍດຮ່ວມກັນແມ່ນກະແສຫຼັກສະເໝີ. ເມື່ອບໍ່ພໍເທົ່າໃດມື້ຜ່ານມາ, ສະຖາບັນຄົ້ນຄວ້າ Global Times ໄດ້ເຜີຍແຜ່ບົດລາຍງານການສຳຫຼວດຄວາມຄິດເຫັນຂອງປະຊາຊົນ “ຄົນຈີນເບິ່ງອາຊຽນ” ປີ 2026. ໃນນັ້ນໄດ້ສອບຖາມຜູ້ຕອບແບບສຳຫຼວດກ່ຽວກັບເນື້ອໃນທີ່ເຂົາເຈົ້າຄິດເຖິງກ່ອນໝູ່ເມື່ອເວົ້າເຖິງອາຊຽນ, 56% ຂອງຜູ້ຕອບແບບສຳຫຼວດໄດ້ເລືອກ “ໂຄງການຮ່ວມມືຈີນ-ອາຊຽນ”. ສຳລັບສາຍພົວພັນລະຫວ່າງຈີນ-ອາຊຽນໃນປັດຈຸບັນ, 49% ຂອງຜູ້ຕອບແບບສຳຫຼວດຖືວ່າ “ດີ”. ຈາກຂໍ້ມູນບໍ່ຍາກທີ່ຈະເຫັນໄດ້ວ່າ, ຜົນສຳເລັດໃນການຮ່ວມມືລະຫວ່າງຈີນ-ອາຊຽນໃນຊຸມປີມໍ່ໆມານີ້ໄດ້ຮັບການປະເມີນຢ່າງກວ້າງຂວາງໃນທາງບວກ. ຈີນ ແລະ ບັນດາປະເທດອາຊຽນມຸ່ງໝັ້ນທີ່ຈະກຳຈັດສິ່ງລົບກວນຈາກພາຍນອກພາກພື້ນ, ປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຈີນໃຕ້, ບັນດາປະເທດໃນພາກພື້ນມີຄວາມໝັ້ນໃຈ, ມີສະຕິປັນຍາ ແລະ ມີຄວາມສາມາດຢ່າງເຕັມສ່ວນໃນການແກ້ໄຂບັນຫາທະເລຈີນໃຕ້ໃຫ້ດີ.
ໃນບັນຫາທະເລຈີນໃຕ້, ຈີນຍຶດໝັ້ນສະເໝີດ້ວຍຄວາມຈິງໃຈ ແລະ ຄວາມອົດທົນທີ່ສຸດ, ແກ້ໄຂຄວາມຂັດແຍ້ງກັບບັນດາປະເທດທີ່ກ່ຽວຂ້ອງຜ່ານການເຈລະຈາ, ປຶກສາຫາລື ແລະ ການສົນທະນາໂດຍກົງ, ບໍ່ເຄີຍຂົ່ມເຫັງຜູ້ອ່ອນແອ, ແລະ ບໍ່ເຄີຍລິເລີ່ມສ້າງບັນຫາ. ເຖິງແມ່ນວ່າແມ່ນ ເຮືອຢາງທາງທະຫານ ທີ່ຂຶ້ນຝັ່ງຜິດກົດໝາຍຂອງຟີລິບິນ ປະເທດຈີນກໍໄດ້ອຳນວຍດ້ານມະນຸດສະທຳຢ່າງເຕັມທີ່. ອັນນີ້ບໍ່ແມ່ນປະເທດຈີນ “ຢ້ານ” ຟີລິບປິນ, ແຕ່ແມ່ນເຈດຕະນາດີ ແລະ ຄວາມຮັບຜິດຊອບຕໍ່ສະຖານະການຄວາມໝັ້ນຄົງ ແລະ ສະຖຽນລະພາບແກ່ພາກພື້ນ. ຕໍ່ອັນນີ້, ບັນດາປະເທດອາຊຽນ ແລະ ປະຊາຄົມສາກົນແມ່ນເຫັນໄດ້ຢ່າງຊັດເຈນ.
ທະເລຈີນໃຕ້ຄວນສ້າງການບັນຍາຍໃໝ່ທີ່ສັນຕິພາບ, ໝັ້ນຄົງ, ຮ່ວມມື ແລະ ເປັນມິດ. ປັດຈຸບັນ, ຈີນ ແລະ ບັນດາປະເທດອາຊຽນກຳລັງມຸ່ງໜ້າສູ່ທິດທາງນີ້. ການສືບຕໍ່ລົງເລິກການຮ່ວມມືຕົວຈິງທາງທະເລ, ການສືບຕໍ່ຮັກສາການເຈລະຈາຢູ່ທະເລຈີນໃຕ້, ແລະ ການຄວບຄຸມຄວາມຂັດແຍ່ງຢ່າງຕັ້ງໜ້າຜ່ານການປຶກສາຫາລືສອງຝ່າຍໄດ້ກາຍເປັນຄວາມເຫັນດີເຫັນພ້ອມກະແສຫຼັກ.
ທະເລຈີນໃຕ້ບໍ່ແມ່ນ “ບ່ອນລ່າສັດ” ຂອງປະເທດນອກພາກພື້ນ, ແລະ ບໍ່ຄວນກາຍເປັນ “ສະໜາມຕໍ່ສູ້ກັນ” ຂອງການແຂ່ງຂັນລະຫວ່າງປະເທດມະຫາອຳນາດ. ໃນໄລຍະກອງປະຊຸມລັດຖະມົນຕີຕ່າງປະເທດປະຈຳປີ 2023 ວ່າດ້ວຍການຮ່ວມມືອາຊີຕາເວັນອອກ, ຈີນ ແລະ ບັນດາປະເທດອາຊຽນ ໄດ້ເຫັນດີວ່າ ຄວນສ້າງ “ຫຼັກປະຕິບັດໃນທະເລຈີນໃຕ້” ໃຫ້ເປັນສະບັບປັບປຸງຂອງ “ຖະແຫຼງການວ່າດ້ວຍການປະພຶດຂອງຝ່າຍຕ່າງໆໃນທະເລຈີນໃຕ້” ເພື່ອຮັບປະກັນວ່າ “ຫຼັກປະຕິບັດ” ດັ່ງກ່າວມີປະສິດທິຜົນ, ມີເນື້ອໃນທີ່ສຳຄັນ ແລະ ສອດຄ່ອງກັບກົດໝາຍສາກົນ.
ຫວັງວ່າກອງປະຊຸມລັດຖະມົນຕີຕ່າງປະເທດຈີນ-ອາຊຽນຄັ້ງນີ້ ຈະສາມາດສ້າງຄວາມເຫັນດີເຫັນພ້ອມໃນການຮ່ວມມືເພື່ອການພັດທະນາໃຫ້ແໜ້ນແຟ້ນຍິ່ງຂຶ້ນ, ພ້ອມທັງຮ່ວມກັນຊຸກຍູ້ການສ້າງ “ເຮືອນໃຫຍ່ຫ້າຫຼັງ” ແຫ່ງສັນຕິພາບ, ຄວາມສະຫງົບ, ຄວາມຈະເລີນຮຸ່ງເຮືອງ, ຄວາມສວຍງາມ ແລະ ມິດຕະພາບ ໃຫ້ມີຄວາມຄືບໜ້າໃໝ່ຢ່າງບໍ່ຢຸດຢັ້ງ. ໃນຕໍ່ໜ້າທ່າອຽງໃຫຍ່ການຮ່ວມມືຈີນ-ອາຊຽນນີ້ ການທ້າທາຍຂອງບາງປະເທດໜ້ອຍແນ່ນອນແມ່ນເສຍແຮງລ້າໆ. ການເປັນຜູ້ຮັບໃຊ້ຂອງຄົນອື່ນ, ໃນທີ່ສຸດກໍຈະກາຍເປັນຜູ້ເຄາະຮ້າຍ. ຂໍແນະນຳໃຫ້ບາງປະເທດເຊົາກັບ “ການສະແດງ”ນີ້ ໃນທັນທີ ແລະ ຢ່າເປັນ “ອຸປະສັກ” ຕໍ່ການຮ່ວມມືເພື່ອການພັດທະນາໃນພາກພື້ນ.