中文 English {{ activeLangText || 'Languages' }} {{ item.text }}
ທາງ ແລະວິທີທາງການປົກຄອງຕົວເມືອງຂອງບັນດາທ່ານເຈົ້າຄອງເມືອງ
ຂ່າວ > ເນື້ອຫາ

ທາງ ແລະວິທີທາງການປົກຄອງຕົວເມືອງຂອງບັນດາທ່ານເຈົ້າຄອງເມືອງ

By QinXuedan|
分享到Facebook

ຄຳວ່າ “ທາງ” ມີຄວາມໝາຍເລິກເຊິ່ງໃນວັດທະນະທຳຈີນ. ສຳລັບເມືອງໜຶ່ງແລ້ວ, “ທາງ” ແມ່ນທັງຖະໜົນຫົນທາງທີ່ຄົນຍ່າງຜ່ານ, ແລະ ຍັງເປັນຫຼັກການປົກຄອງທີ່ສະຫຼາດໃນການຄຸ້ມຄອງພື້ນທີ່ນັ້ນ.

ໃນເດືອນ ກໍລະກົດ ນີ້, ກິດຈະກຳ “ການສົນທະນາເຈົ້າຄອງນະຄອນໂລກ 2026 · ສິບສອງປັນນາ” ໄດ້ຈັດຂຶ້ນ, ໂດຍມີເຈົ້າຄອງນະຄອນຈາກຫຼາຍເມືອງໃນອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ ໄດ້ນຳເອົາປະສົບການ ແລະ ແນວຄິດຂອງເມືອງຂອງຕົນມາສູ່ຢຸນນານ. ພວກເຂົາເຈົ້າໄດ້ເຂົ້າໄປໃນຊຸມຊົນ, ສວນສາທາລະນະ, ແລະ ສວນຊາ, ເພື່ອສຳຫຼວດເບິ່ງການເຕີບໃຫຍ່ຂອງເມືອງຕ່າງໆໃນປະເທດຈີນເທື່ອລະກ້າວ. ການນັ່ງລົມກັນຢູ່ສະຖານທີ່ຈັດກອງປະຊຸມ ແລະ ການລົງມືປະຕິບັດຕົວຈິງໃນການຢ້ຽມຢາມ, ແມ່ນເພື່ອສ້າງບ້ານເຮືອນທີ່ດີກວ່າ ແລະ ຊີວິດທີ່ມີຄວາມສຸກກວ່າ ໂດຍຜ່ານການຮຽນຮູ້ ແລະ ແລກປ່ຽນເຊິ່ງກັນ ແລະ ກັນ.

ທ່ານ ຄຳຮູ້ ອິນດາວົງ ຄະນະປະຈຳພັກ, ຮອງເຈົ້າຄອງນະຄອນຫຼວງພະບາງ - ແຮງບັນດານໃຈຈາກເຈ້ຍໄຕລື້

ຢູ່ເຮືອນຊົງຕີນໄມ້ຂອງຊາວໄຕລື້ ທີ່ເມືອງຊຽງຮຸ່ງ, ທ່ານ ຄຳຮູ້ ອິນດາວົງ ກຳມະການປະຈຳພັກ ຮອງເຈົ້າຄອງນະຄອນຫຼວງພະບາງ ນັ່ງຢູ່ເທິງຕັ່ງນ້ອຍ ກົ້ມລົງໃສ່ເນື້ອໄມ້ເປືອກໄມ້ທີ່ບົດລົງໃສ່ກະດານໄມ້ ເພື່ອສຳຜັດກັບສິລະປະການເຮັດເຈ້ຍໄຕລື້. “ຢູ່ຫຼວງພະບາງ ກໍມີສີມືທີ່ຄ້າຍຄືກັນ, ພວກເຮົາເອີ້ນວ່າເຈ້ຍສາ.” ທ່ານເວົ້າພ້ອມທັງເບິ່ງເນື້ອໄມ້ທີ່ຢູ່ໃນມື. “ເຖິງແມ່ນວ່າຫຼວງພະບາງຈະມີປະເພນີການເຮັດເຈ້ຍສາ, ແຕ່ກໍບໍ່ມີການເຮັດໃຫ້ມໍລະດົກວັດທະນະທຳນີ້ກາຍເປັນປະສົບການທີ່ສາມາດສຳຜັດໄດ້ດ້ວຍມືແບບນີ້.”

ທ່ານ ຄຳຮູ້ ອິນດາວົງ ກ່າວວ່າ, ການທີ່ຫຼວງພະບາງເປັນເມືອງມໍລະດົກໂລກ ແລະ ການເປີດນຳໃຊ້ເສັ້ນທາງລົດໄຟລາວ-ຈີນ ໄດ້ສ້າງແຮງຂັບເຄື່ອນອັນແຂງແຮງໃຫ້ແກ່ການທ່ອງທ່ຽວຂອງຫຼວງພະບາງ, ການເພີ່ມຂຶ້ນຂອງນັກທ່ອງທ່ຽວຍັງຮຽກຮ້ອງໃຫ້ມີການປົກປ້ອງເມືອງຢ່າງເຂັ້ມງວດກວ່າເກົ່າ. ມີພຽງແຕ່ປົກປັກຮັກສາຮູບແບບເມືອງບູຮານ ແລະ ມູນເຊື້ອດັ້ງເດີມໃຫ້ດີເທົ່ານັ້ນ ຈຶ່ງຈະສາມາດສືບຕໍ່ສ້າງຊີວິດຊີວາໃຫ້ແກ່ມໍລະດົກໂລກ ແລະ ດຶງດູດນັກທ່ອງທ່ຽວໄດ້ຢ່າງຕໍ່ເນື່ອງ. “ຂ້າພະເຈົ້າເປັນທັງຜູ້ບໍລິຫານເມືອງ, ຜູ້ປົກປ້ອງມໍລະດົກວັດທະນະທຳໂລກ, ແລະ ຍິ່ງໄປກວ່ານັ້ນ, ຕ້ອງຄິດຫາວິທີເຮັດໃຫ້ມໍລະດົກອັນລ້ຳຄ່ານີ້ສືບຕໍ່ສ້າງຜົນປະໂຫຍດໃຫ້ແກ່ທ້ອງຖິ່ນ.”

ຫົວຂໍ້ຂອງກິດຈະກຳຄັ້ງນີ້ “ປ່າຝົນກັບເຮືອນ: ຢູ່ຮ່ວມກັນ, ສ້າງຮ່ວມກັນ ແລະ ແບ່ງປັນຮ່ວມກັນ” ໄດ້ສ້າງຄວາມຮູ້ສຶກຮ່ວມໃຫ້ແກ່ ທ່ານ ຄຳຮູ້ ອິນດາວົງ. ທ່ານກ່າວວ່າ: ນີ້ບໍ່ພຽງແຕ່ເປັນຫົວຂໍ້ການພັດທະນາຂອງສິບສອງປັນນາ, ແຕ່ຍັງເປັນຄວາມປາຖະໜາຮ່ວມກັນຂອງບັນດາເມືອງຕາມລຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ. ໃນທັດສະນະຂອງທ່ານ, ການຢູ່ຮ່ວມກັນໝາຍເຖິງຄວາມກົມກຽວລະຫວ່າງຄົນກັບທຳມະຊາດ. ຢູ່ຫຼວງພະບາງ, ແນວຄິດນີ້ໄດ້ຖືກປູກຝັງຢ່າງເລິກເຊິ່ງໃນວັດທະນະທຳ ແລະ ຄວາມເຊື່ອ. ການສ້າງຮ່ວມກັນໝາຍເຖິງປະຊາຊົນທຸກຄົນເປັນຜູ້ປົກປັກຮັກສາ ແລະ ຜູ້ກໍ່ສ້າງບ້ານເຮືອນ. ສ່ວນຄວາມໝາຍຂອງການແບ່ງປັນຮ່ວມກັນນັ້ນ, ບໍ່ພຽງແຕ່ໝາຍເຖິງເມືອງດຽວ ຫຼື ພື້ນທີ່ດຽວ, ແຕ່ຍັງໝາຍເຖິງບັນດາເມືອງຕາມລຳແມ່ນ້ຳສາຍນີ້ທີ່ກ້າວໄປສູ່ອະນາຄົດທີ່ດີກວ່າຮ່ວມກັນ.

ການເດີນທາງມາຢ້ຽມຢາມແຂວງຢຸນນານຄັ້ງນີ້, ເຈັ້ຍໄຕລື້ທີ່ລຽບງ່າຍນັ້ນໄດ້ເຮັດໃຫ້ທ່ານ ຄຳຮູ້ ອິນດາວົງ ເຫັນເຖິງຄວາມເປັນໄປໄດ້ອີກຮູບແບບໜຶ່ງຂອງວັດທະນະທຳ: ຫັດຖະກຳພື້ນເມືອງສາມາດກາຍເປັນສິ່ງທີ່ສຳຜັດໄດ້ຂອງນັກທ່ອງທ່ຽວ. ທ່ານກ່າວວ່າ: ການປົກປ້ອງມໍລະດົກວັດທະນະທຳບໍ່ຄວນຢຸດຢູ່ພຽງແຕ່ໃນພິພິທະພັນເທົ່ານັ້ນ, ຕ້ອງສ້າງພະລັງງານໃໝ່ໃຫ້ຫຼາຍຂຶ້ນ, ມໍລະດົກວັດທະນະທຳຈຶ່ງຈະສາມາດມີຊີວິດຢູ່ ແລະ ກ້າວໄປໄດ້ໄກ. ໃນຂະນະທີ່ປົກປ້ອງປະຫວັດສາດວັດທະນະທຳ, ກໍຕ້ອງຮູ້ຈັກປະສົມປະສານກັບອຸດສາຫະກຳທ່ອງທ່ຽວ ແລະ ອື່ນໆ, ເພື່ອເຮັດໃຫ້ຫັດຖະກຳບູຮານກັບຄືນມາມີຊີວິດຊີວາອີກຄັ້ງ. ຜ່ານການສຳຜັດດ້ວຍຕົນເອງ ແລະ ການເຂົ້າຮ່ວມດ້ວຍຕົນເອງ, ນັກທ່ອງທ່ຽວຈຳນວນຫຼາຍສາມາດສຳຜັດໄດ້ຢ່າງເລິກເຊິ່ງເຖິງສະເໜ່ທາງວັດທະນະທຳຂອງຫຼວງພະບາງ, ແລະ ຊ່າງຫັດຖະກຳກໍສາມາດໄດ້ຮັບຜົນປະໂຫຍດຢ່າງແທ້ຈິງຈາກການປົກປ້ອງ.

“ນັກທ່ອງທ່ຽວທີ່ຈະມາຢ້ຽມຢາມຫຼວງພະບາງໃນອະນາຄົດ, ສາມາດສຳຜັດກັບວັດທະນະທຳພື້ນເມືອງທີ່ຫຼາກຫຼາຍຂອງທ້ອງຖິ່ນໄດ້ຢ່າງເລິກເຊິ່ງ.” ລາວເວົ້າວ່າ, ຫວັງວ່າພວກເຂົາຈະນັ່ງລົງ ແລະ ບົດເຈັ້ຍດ້ວຍມືຂອງຕົນເອງ, ເພື່ອຈົດຈຳເລື່ອງລາວຂອງເມືອງເກົ່າຫຼວງພະບາງທີ່ຕັ້ງຢູ່ຄຽງຄູ່ກັບປ່າຝົນ.

ທ່ານ ສຸວິໄສ ສີສົມຫວັງ ຮອງເລຂາພັກນະຄອນ, ເຈົ້າຄອງນະຄອນປາກເຊ - ສ້າງປາກເຊໃຫ້ເປັນສີຂຽວ

“ ‘ມີປ່າໄມ້ຈຶ່ງມີນ້ຳ, ມີນ້ຳຈຶ່ງມີທົ່ງນາ, ມີທົ່ງນາຈຶ່ງມີເຂົ້າ, ມີເຂົ້າຈຶ່ງມີຄົນ.’ ຄຳສອນບູຮານຂອງຊາວໄຕລື້ນີ້ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃຫ້ແກ່ຂ້າພະເຈົ້າ.” ທ່ານ ສຸວິໄສ ສີສົມຫວັງ, ຮອງເລຂາຄະນະພັກນະຄອນປາກເຊ, ເຈົ້ານະຄອນປາກເຊ ກ່າວ.

ປາກເຊເປັນໜຶ່ງໃນສູນກາງການຄ້າທາງພາກໃຕ້ຂອງລາວ, ທັງເປັນຈຸດໝາຍປາຍທາງທີ່ນັກທ່ອງທ່ຽວປາຖະໜາ. “ວິໄສທັດການພັດທະນາຕົ້ນຕໍຂອງພວກເຮົາແມ່ນການສ້າງປາກເຊໃຫ້ເປັນສີຂຽວ.” ທ່ານ ສຸວິໄສ ສີສົມຫວັງ ກ່າວວ່າ, ປັດຈຸບັນ ປາກເຊກຳລັງສຸມໃສ່ການຈັດການຂີ້ເຫຍື້ອ ແລະ ການແກ້ໄຂບັນຫານ້ຳຖ້ວມໃນລະດູຝົນ, ເພີ່ມພື້ນທີ່ສີຂຽວໃນຕົວເມືອງ, ເພີ່ມຄວາມຫຼາກຫຼາຍທາງຊີວະພາບ; ພ້ອມດຽວກັນນັ້ນ, ກໍສ້າງແຫຼ່ງລາຍຮັບເພີ່ມເຕີມໃຫ້ແກ່ປະຊາຊົນຜ່ານອຸດສາຫະກຳການທ່ອງທ່ຽວ.

ລາວໄດ້ແນະນຳໃຫ້ຮູ້ວ່າ: ພູພຽງບໍລະເວນເປັນທັງແຫຼ່ງຮັກສາແຫຼ່ງນ້ຳທີ່ສຳຄັນຂອງເມືອງປາກຊ່ອງ, ທັງເປັນເຂດຜະລິດກາເຟທີ່ມີຄຸນນະພາບສູງ ແລະ ເປັນຄັງເກັບຮັກສາແນວພັນຊີວະນາໆພັນທີ່ມີຄຸນຄ່າ. ເມືອງປາກຊ່ອງພວມຊຸກຍູ້ສົ່ງເສີມກະສິກຳທີ່ເປັນມິດກັບສິ່ງແວດລ້ອມຢ່າງຕັ້ງໜ້າ, ຍົກສູງຄຸນນະພາບກາເຟ ແລະ ຜະລິດຕະພັນກະສິກຳອື່ນໆຢ່າງບໍ່ຢຸດຢັ້ງ, ທັງເພີ່ມມູນຄ່າເພີ່ມຂຶ້ນໂດຍຜ່ານການປຸງແຕ່ງ, ການສ້າງຍີ່ຫໍ້ ແລະ ການຂະຫຍາຍຕະຫຼາດ. ຢູ່ບັນດາປະຊາຄົມຢູ່ດອນສີ່ພັນດອນ ແລະ ລຽບຕາມແມ່ນ້ຳຂອງ, ເມືອງປາກຊ່ອງໄດ້ສົ່ງເສີມການທ່ອງທ່ຽວແບບອະນຸລັກ ແລະ ການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມຢ່າງແຂງແຮງ, ຊຸກຍູ້ການພັດທະນາຫັດຖະກຳພື້ນເມືອງ ແລະ ຜະລິດຕະພັນທີ່ເປັນເອກະລັກ “ໜຶ່ງບ້ານ ໜຶ່ງຜະລິດຕະພັນ”, ພ້ອມທັງປົກປັກຮັກສາວິຖີຊີວິດ ແລະ ສິ່ງແວດລ້ອມທຳມະຊາດເດີມໄວ້.

ການເດີນທາງມາ ສິບສອງພັນນາ ໃນຄັ້ງນີ້, ທ່ານ ສຸວິໄສ ສີສົມຫວັງ ໄດ້ສັງເກດເຫັນວ່າ ທ້ອງຖິ່ນໄດ້ຍົກລະດັບພື້ນຖານໂຄງລ່າງຊົນນະບົດຢ່າງແຂງແຮງ, ຊຸກຍູ້ການພັດທະນາກະສິກຳທີ່ທັນສະໄໝ, ພ້ອມທັງສົ່ງເສີມການທ່ອງທ່ຽວແບບມີສ່ວນຮ່ວມຂອງຊຸມຊົນຢ່າງຕັ້ງໜ້າ, ເຮັດໃຫ້ປະຊາຊົນສາມາດເພີ່ມລາຍຮັບໄປພ້ອມໆກັບການປົກປັກຮັກສານ້ຳ ແລະ ປ່າໄມ້. ໃນທັດສະນະຂອງທ່ານ, ຮູບແບບຍືນຍົງທີ່ຄຳນຶງເຖິງທັງການປົກປັກຮັກສາລະບົບນິເວດ ແລະ ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນນີ້ ສົມຄວນແກ່ການຮຽນຮູ້ ແລະ ນຳໄປປັບໃຊ້.

“ເປົ້າໝາຍສຸດທ້າຍຂອງການພັດທະນາແມ່ນເພື່ອໃຫ້ປະຊາຊົນທັງໝົດໄດ້ຮັບຜົນປະໂຫຍດຮ່ວມກັນ. ການມາຢ້ຽມຢາມຄັ້ງນີ້, ຂ້າພະເຈົ້າໄດ້ເຫັນເຖິງຄວາມເປັນໄປໄດ້ໃນການຮ່ວມມືຫຼາຍຢ່າງ.” ທ່ານ ສຸວິໄສ ສີສົມຫວັງ ກ່າວ, ໃນໂອກາດດັ່ງກ່າວ, ທ່ານໄດ້ແລກປ່ຽນຢ່າງເລິກເຊິ່ງກັບຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງຫຼາຍເມືອງຕາມລຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ແລະ ໄດ້ຮຽນຮູ້ປະສົບການອັນລ້ຳຄ່າຫຼາຍຢ່າງໃນການຄຸ້ມຄອງເມືອງ.

ທ່ານກ່າວວ່າ: ເພີ່ມທະວີການປົກປັກຮັກສາລະບົບນິເວດ ແລະ ການຄຸ້ມຄອງຊັບພະຍາກອນນ້ຳແບບຍືນຍົງ, ຮ່ວມກັນປົກປ້ອງແມ່ນ້ຳແມ່ຂອງພວກເຮົາ. ຊຸກຍູ້ການພັດທະນາກະສິກຳສີຂຽວ ແລະ ກະສິກຳນິເວດ, ຍົກສູງມູນຄ່າເພີ່ມຂອງຜະລິດຕະພັນກາເຟ, ຊາ ແລະ ອື່ນໆ, ສ້າງຍີ່ຫໍ້ທີ່ມີຊື່ສຽງໃນພາກພື້ນ. ພ້ອມກັນນັ້ນ, ບັນລຸການພັດທະນາທີ່ເຊື່ອມໂຍງກັນລະຫວ່າງອຸດສາຫະກຳນິເວດ ແລະ ການທ່ອງທ່ຽວວັດທະນະທຳ. “ພວກເຮົາຍັງສາມາດຮຽນຮູ້ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນໃນດ້ານການຄຸ້ມຄອງເມືອງສີຂຽວ ເຊັ່ນ: ການວາງແຜນຕົວເມືອງ, ການຄຸ້ມຄອງຂີ້ເຫຍື້ອ, ການປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ ແລະ ອື່ນໆ, ສ້າງເວທີປຶກສາຫາລືແບບປົກກະຕິລະຫວ່າງຊາວໜຸ່ມ, ນັກວິຊາການ, ຜູ້ປະກອບການ ແລະ ອົງການປົກຄອງທ້ອງຖິ່ນ.” ທ່ານ ສຸວິໄສ ສີສົມຫວັງ ກ່າວວ່າ: ຫວັງວ່າພາຍໃຕ້ການເປັນສັກຂີພິຍານຂອງແມ່ນ້ຳທີ່ຍິ່ງໃຫຍ່ ກໍຄື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ບັນດາເມືອງຕາມແຄມຝັ່ງແມ່ນ້ຳ ຈະຮ່ວມກັນກ້າວເດີນໄປສູ່ເສັ້ນທາງທີ່ຈະເລີນຮຸ່ງເຮືອງ ແລະ ສີຂຽວຮ່ວມກັນ.

ທ່ານ ແສງສາທິດ ພິມເມືອງ ຮອງເລຂາພັກເມືອງ ເຈົ້າເມືອງຈັນທະບູລີ ນະຄອນຫຼວງວຽງຈັນ - ຂ້າພະເຈົ້າໄດ້ຄຳຕອບຢູ່ບ້ານສາມມັນ

ເມືອງຈັນທະບູລີ ຕັ້ງຢູ່ໃຈກາງນະຄອນຫຼວງວຽງຈັນ, ເຊິ່ງເປັນສູນກາງທາງດ້ານການຄ້າ, ການບໍລິຫານ ແລະ ວັດທະນະທຳປະຫວັດສາດ. ດ້ວຍການຂະຫຍາຍຕົວຂອງຕົວເມືອງຢ່າງວ່ອງໄວ, ທ່ານ ແສງສາທິດ ພິມເມືອງ ຮອງເລຂາພັກເມືອງ ເຈົ້າເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ມີຄວາມກັງວົນໃໝ່ວ່າ: “ການພັດທະນາຕົວເມືອງທີ່ມາພ້ອມກັບມົນລະພິດສິ່ງແວດລ້ອມ, ການຄຸ້ມຄອງຊຸມຊົນ, ການສຶກສາ, ສາທາລະນະສຸກ... ຄວາມກົດດັນເຫຼົ່ານີ້ຈະດຸ່ນດ່ຽງກັນໄດ້ແນວໃດ? ຈະຮັກສາປະເພນີໄວ້ໄດ້ແນວໃດໃນການພັດທະນາ?”

ໃນເດືອນ ກໍລະກົດ, ລາວໄດ້ເດີນທາງມາເຖິງເມືອງຊຽງຮຸ່ງ ເພື່ອເຂົ້າຮ່ວມກິດຈະກຳ “ການສົນທະນາເຈົ້າຄອງນະຄອນໂລກ 2026 · ສິບສອງປັນນາ”. ນີ້ແມ່ນການຢ້ຽມຢາມເມືອງຊຽງຮຸ່ງຄັ້ງທີສອງຂອງລາວ, ຫຼັງຈາກ 3 ປີຜ່ານໄປ, ລາວໄດ້ກັບມາອີກຄັ້ງ ແລະ ຮູ້ສຶກປະຫຼາດໃຈທີ່ພົບວ່າຄຳຕອບນັ້ນແມ່ນຢູ່ທີ່ນີ້.

ຄວາມສາມັກຄີ ແລະ ຄວາມສາມາດໃນການຈັດຕັ້ງປະຕິບັດຂອງປະຊາຊົນທ້ອງຖິ່ນ ເຮັດໃຫ້ຂ້າພະເຈົ້າປະທັບໃຈຫຼາຍ. ທ່ານ ແສງສາທິດ ພິມເມືອງ ກ່າວ, ຢູ່ບ້ານ “ສາມມັນ” ເມືອງຫາງ ນະຄອນຊຽງຮຸ່ງ, ລາວເຫັນວ່າຊາວບ້ານທ້ອງຖິ່ນມີຄວາມເປັນເຈົ້າການຢ່າງເຕັມທີ່, ການຄັດແຍກຂີ້ເຫຍື້ອ, ການປັບປຸງເດີ່ນບ້ານ, ການອະນາໄມບໍລິເວນສ່ວນລວມ ແລະ ອື່ນໆ ລ້ວນແຕ່ແມ່ນຊາວບ້ານໄດ້ພ້ອມກັນປຶກສາຫາລື, ພ້ອມກັນຮັບຜິດຊອບ, ພ້ອມກັນປະຕິບັດ, ທຸກຄົນມີສ່ວນຮ່ວມ, ທຸກຄອບຄົວມີການເຄື່ອນໄຫວ. ສະພາບແວດລ້ອມສະອາດຈົບງາມ ແລະ ມີລະບຽບຮຽບຮ້ອຍ, ນະໂຍບາຍໄດ້ຮັບການເຊື່ອມຊຶມຢ່າງເລິກເຊິ່ງ, ຮູບແບບການຄຸ້ມຄອງຕົນເອງ ແລະ ການບໍລິການຕົນເອງນີ້ ແມ່ນເສັ້ນທາງທີ່ມີປະສິດທິພາບໃນການແກ້ໄຂບັນຫາການຄຸ້ມຄອງຊຸມຊົນ ແລະ ສາທາລະນະສຸກ, ທັງຍັງເຮັດໃຫ້ວັດທະນະທຳດັ້ງເດີມໄດ້ສືບທອດຕໍ່ໄປຢ່າງເປັນທຳມະຊາດໃນການພັດທະນາ.

ຢູ່ສວນໄຕລື້, ທ່ານ ແສງສາທິດ ພິມເມືອງ ໄດ້ຍົກໂທລະສັບຂຶ້ນບັນທຶກພາບບັນຍາກາດຄຶກຄື້ນທີ່ປະຊາຊົນທ້ອງຖິ່ນຫົດນໍ້າກັນຢ່າງມ່ວນຊື່ນ. ລາວເວົ້າວ່າ: “ຮູບແບບການທ່ອງ

ທ່ຽວວັດທະນະທຳທີ່ປະສົມປະສານກັບ ‘ບຸນຫົດນໍ້າທຸກວັນ’ ນີ້ ໄດ້ສ້າງແຮງບັນດານໃຈໃຫ້ຂ້າພະເຈົ້າ, ນັ້ນຄືການປ່ຽນບຸນປະເພນີໃຫ້ກາຍເປັນຜະລິດຕະພັນການທ່ອງທ່ຽວທີ່ຍືນຍົງ, ທັງເປັນການສືບທອດວັດທະນະທຳ ແລະ ຊຸກຍູ້ລາຍຮັບຂອງຊາວບ້ານ, ແນວຄິດນີ້ຄຸ້ມຄ່າແກ່ການຮຽນຮູ້ຢ່າງຍິ່ງ.”

ໃນສອງສາມມື້ທີ່ຜ່ານມາຢູ່ຢຸນນານ, ຈຳນວນບາດກ້າວຍ່າງຂອງລາວໃນໂມງສາຍຮັດແຂນ ແມ່ນຫຼາຍກວ່າ 10,000 ບາດກ້າວໃນແຕ່ລະວັນ. “ທຸກໆບາດກ້າວລ້ວນແຕ່ມີຜົນສຳເລັດ.” ລາວໄດ້ຍົກຕົວຢ່າງຄວາມຄິດຂອງລາວໃນຫຼາຍມື້ທີ່ຜ່ານມາ: ຕ້ອງສືບຕໍ່ປັບປຸງພື້ນຖານໂຄງລ່າງ, ສະໜອງມາດຕະການທີ່ສະດວກກວ່າໃຫ້ແກ່ຊີວິດການເປັນຢູ່ຂອງປະຊາຊົນ, ແລະ ຍັງມີພື້ນທີ່ໃຫ້ປັບປຸງອີກຫຼາຍໃນດ້ານການສຶກສາ, ການຄົມມະນາຄົມ, ສິ່ງແວດລ້ອມ ແລະ ອື່ນໆ... ລາວເວົ້າວ່າ: "ສິບສອງພັນນາ ບອກພວກເຮົາວ່າ, ເມືອງຕ່າງໆສາມາດພັດທະນາຢ່າງວ່ອງໄວ ແລະ ຍັງຄົງຮັກສາຮາກເຫງົ້າຂອງຕົນເອງໄວ້ໄດ້."

ທ່ານ ແສງສາທິ ພິມເມືອງ ກ່າວວ່າ: ຜ່ານມາ, ເມືອງຈັນທະບູລີ ໄດ້ມີການຮ່ວມມືແຮກສ່ຽວ ກັບເຂດສາວຢາງນະຄອນຫຼວງປັກກິ່ງ ແລະ ນະຄອນອື່ນໆ, ປັດຈຸບັນ ກຳລັງຮີບຮ້ອນດຳເນີນວຽກງານກ່ຽວຂ້ອງກັບການແຮກສ່ຽວກັບນະຄອນຊຽງຮຸ່ງ. ທ່ານຫວັງວ່າຈະນຳເອົາຮູບແບບການພັດທະນາຂອງບ້ານ “ສາມມັນ” ກັບຄືນນະຄອນຫຼວງວຽງຈັນ, ພ້ອມທັງຄາດຫວັງວ່າສອງຝ່າຍຈະເພີ່ມທະວີການຮ່ວມມືໃນດ້ານການປົກປັກຮັກສາສິ່ງແວດລ້ອມ, ການຄຸ້ມຄອງຕົວເມືອງ, ສາທາລະນະສຸກ ແລະ ອຸດສາຫະກຳວັດທະນະທຳ-ທ່ອງທ່ຽວ ເພື່ອເຮັດໃຫ້ການພົວພັນແຮກສ່ຽວເກີດດອກອອກຜົນຕົວຈິງ.