中文 English {{ activeLangText || 'Languages' }} {{ item.text }}
ຈາກການປຽບທຽບລາຄາໄປສູ່ການປຽບທຽບການອອກແບບ, ສິນຄ້າການແຂ່ງຂັນບານເຕະໂລກໄດ້ສ້າງຄວາມຕື່ນເຕັ້ນອີກຄັ້ງ

ຈາກການປຽບທຽບລາຄາໄປສູ່ການປຽບທຽບການອອກແບບ, ສິນຄ້າການແຂ່ງຂັນບານເຕະໂລກໄດ້ສ້າງຄວາມຕື່ນເຕັ້ນອີກຄັ້ງ

By QinXuedan|
分享到Facebook

ການແຂ່ງຂັນບານໂຕະໂລກອາເມລິກາ-ການາດາ-ເມັກຊິໂກ ພວມດຳເນີນໄປຢ່າງດຸເດືອດ, ເຊິ່ງໄດ້ຊຸກຍູ້ການພັດທະນາທາງອ້ອມໃຫ້ “ເມືອງນ້ອຍທີ່ຢູ່ທາງທິດຕາເວັນອອກອັນໄກພຸ້ນ” – ອີ໋ອູ.

ຈາກ “ປຽບທຽບລາຄາ” ໄປສູ່ “ປຽບທຽບການອອກແບບ”

“ຕົວຢ່າງວ່າ, ອັນນີ້ແມ່ນໄດ້ຮັບອະນຸຍາດຈາກທີມຊາດອາເຈນຕິນາ, ພວກເຮົາໄດ້ນຳເອົາມັນມາເຮັດເປັນຕຸກກະຕາຮູບຊົງລູກແກະນ້ອຍ, ເນື່ອງຈາກ GOAT ໃນພາສາອັງກິດໝາຍເຖິງນັກເຕະທີ່ດີທີ່ສຸດໃນປະຫວັດສາດ, ພວກເຮົາຈຶ່ງເອີ້ນມັນວ່າ ‘ເມີຊີ’.” ທ່ານ ລົວ ທຽນເລີ, ຜູ້ປະກອບການຈາກຕະຫຼາດການຄ້າສາກົນອີ໋ອູ ກ່າວວ່າ: “ຕອນນີ້ສິນຄ້ານີ້ກຳລັງຂາຍດີຫຼາຍ.”

ຢູ່ຮ້ານຂອງ ທ່ານ ລົວ ທຽນເລີ, ຕຸກກະຕາຂອງ ເມສຊີ ແລະ ໂຣນັລໂດ ຖືກວາງໄວ້ຢູ່ແຖວໜ້າ. ເພື່ອຈັບໂອກາດການແຂ່ງຂັນບານເຕະໂລກ, ລາວໄດ້ຮັບສິດທິພິເສດ IP ແບບຄົບວົງຈອນຈາກ 8 ທີມຊາດ (ພາກພື້ນ) ແລະ 8 ສະໂມສອນໃຫຍ່, ຕັ້ງແຕ່ສະຕິກເກີຕິດຕູ້ເຢັນ, ເຂັມຂັດ, ກະດຸມແຂນເສື້ອ ຈົນເຖິງຕຸກກະຕາຂົນ, ໂດຍມີການອັບເດດສິນຄ້າໃໝ່ 20-30 ລາຍການຕໍ່ອາທິດ.

ບໍ່ພຽງແຕ່ທ່ານ ລົວ ທຽນເລີ ເທົ່ານັ້ນ, ຜູ້ປະກອບການໃນຕະຫຼາດການຄ້າສາກົນອີ໋ອູບໍ່ໄດ້ພຽງແຕ່ກົ້ມໜ້າເຮັດວຽກໜັກອີກຕໍ່ໄປ, ແຕ່ໄດ້ເງີຍໜ້າຂຶ້ນເລືອກເສັ້ນທາງທຸລະກິດລ່ວງໜ້າ. ສຳລັບໃບສັ່ງຊື້ຈາກເຕະບານໂລກ, ແຕ່ກ່ອນແມ່ນແຂ່ງຂັນກັນວ່າໃຜຖືກກວ່າ, ດຽວນີ້ແມ່ນແຂ່ງຂັນກັນວ່າການອອກແບບຂອງໃຜເໝາະສົມກວ່າ.

ຈາກ “ການແຂ່ງຂັນລາຄາ” ໄປສູ່ “ການແຂ່ງຂັນສິດທິບັດ”

ທ່ານ ເວີນ ຊົງຈ້ຽນ ໄດ້ດໍາເນີນທຸລະກິດເສື້ອກິລາໃນເມືອງອີ໋ອູມາເປັນເວລາຫຼາຍກວ່າສິບປີ ແລະ ໄດ້ຮັບໃບສັ່ງຊື້ຈໍານວນຫຼາຍໃນການແຂ່ງຂັນເຕະບານໂລກຄັ້ງທີ່ຜ່ານມາ. ໃນການແຂ່ງຂັນເຕະບານໂລກຄັ້ງນີ້, ທີມທີ່ຈະເຂົ້າຮ່ວມຍັງບໍ່ທັນໄດ້ຖືກກໍານົດຢ່າງຄົບຖ້ວນ, ແຕ່ລາວໄດ້ຄາດຄະເນຢ່າງກ້າຫານກ່ຽວກັບທີມທີ່ຈະຜ່ານເຂົ້າຮອບ, ເລີ່ມຕົ້ນອອກແບບເສື້ອກິລາ, ແລະໃນເວລາດຽວກັນກໍໄດ້ຍື່ນຄໍາຮ້ອງຂໍສິດທິບັດການອອກແບບຮູບລັກສະນະຢູ່ຕ່າງປະເທດ.

ຫຼັງຈາກໄດ້ຮັບສິດທິບັດແລ້ວ, ລາຄາຜະລິດຕະພັນສາມາດເພີ່ມຂຶ້ນໄດ້ປະມານ 20%. ໃນການແຂ່ງຂັນເຕະບານໂລກຄັ້ງນີ້, ລາວໄດ້ຮັບໃບສັ່ງຊື້ຊຸດແຟນບານຢ່າງເປັນທາງການຈາກບຣາຊິນ ແລະ ອາເຈນຕິນາ, ເຊິ່ງມີຫຼາຍກວ່າ10,000 ຊຸດສະເພາະການອະນຸຍາດຢ່າງເປັນທາງການ.

ຈາກການແຂ່ງຂັນລາຄາ, ການແຂ່ງຂັນການອອກແບບ, ຈົນເຖິງການແຂ່ງຂັນສິດທິບັດ, ການປ່ຽນແປງບໍ່ໄດ້ເກີດຂຶ້ນພາຍໃນມື້ດຽວ. ທ່ານ ອູ໋ ສ່ຽວໝິງ, ປະທານສະມາຄົມອຸດສາຫະກຳຜະລິດຕະພັນກິລາ ແລະ ອອກກຳລັງກາຍເມືອງອີ໋ອູ, ຜູ້ທີ່ໄດ້ປະສົບສຳຜັດການແຂ່ງຂັນບານເຕະໂລກ 7 ຄັ້ງ, ມີຄວາມເຫັນທີ່ໜັກແໜ້ນທີ່ສຸດ. "ຍຸກສະໄໝທີ່ເນັ້ນແຕ່ການແຂ່ງຂັນລາຄາໄດ້ຜ່ານພົ້ນໄປແລ້ວ, ດຽວນີ້ແມ່ນການແຂ່ງຂັນດ້ານການພັດທະນາທີ່ມີຄຸນນະພາບສູງ."

ຂໍ້ມູນຢັ້ງຢືນເຖິງຄວາມນິຍົມ: ໃນເດືອນມັງກອນຫາເດືອນພຶດສະພາປີນີ້, ການສົ່ງອອກຜະລິດຕະພັນ ແລະ ອຸປະກອນກິລາຂອງເມືອງອີ໋ອູ ມີມູນຄ່າ 4.91 ຕື້ຢວນ, ເພີ່ມຂຶ້ນ 2.7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນການແຂ່ງຂັນບານເຕະໂລກຄັ້ງທີ່ຜ່ານມາ, "ຜະລິດຢູ່ອີ໋ອູ" ກວມເອົາເກືອບ 70% ຂອງສິນຄ້າອ້ອມຂ້າງ, ເຖິງແມ່ນວ່າຄັ້ງນີ້ຍັງບໍ່ທັນມີການຄາດຄະເນທີ່ແນ່ນອນ, ແຕ່ຄວາມນິຍົມຂອງຕະຫຼາດກໍສາມາດເຫັນໄດ້.