ການຄ້າພາຍໃນ ແລະ ຕ່າງປະເທດຂອງຜົນຜະລິດຕະພັນຢຸນນານມີທ່າແຮງທີ່ເຂັ້ມແຂງ
ໃນ 6 ເດືອນຕົ້ນປີ 2026, ການນໍາເຂົ້າ ແລະ ສົ່ງອອກຜະລິດຕະພັນກະສິກຳພິເສດຂອງຢຸນນານມີທ່ວງທ່າແຂງແຮງ ແລະ ມີຈຸດເດັ່ນຫຼາຍດ້ານ, ການນໍາເຂົ້າໝາກຖົ່ວລຽນ, ການສົ່ງອອກດອກໄມ້ຕັດສົດ ແລະ ການສົ່ງອອກກາເຟແມ່ນຈັດຢູ່ແຖວນຳໜ້າທົ່ວປະເທດ. ໂດຍອາໄສລະບົບໂລຈິສຕິກຢູ່ດ່ານຊາຍແດນທີ່ສະດວກສະບາຍ ແລະ ການບໍລິການຄຸ້ມຄອງພາສີທີ່ມີປະສິດທິພາບສູງ, ການຄ້າພາຍໃນ
ແລະ ຕ່າງປະເທດຂອງຜະລິດຕະພັນກະສິກຳຢຸນນານໄດ້ຮັບການຊຸກຍູ້ຢ່າງແຂງ
ແຮງ.

ຕາມສະຖິຕິຂອງດ່ານພາສີນະຄອນຄຸນໝິງ, ໃນ 6 ເດືອນຕົ້ນປີນີ້, ແຂວງຢຸນນານໄດ້ນຳເຂົ້າໝາກຖົ່ວລຽນສົດ 319.000 ໂຕນ, ມູນຄ່າ 9,65 ຕື້ຢວນ, ເພີ່ມຂຶ້ນ 58,2% ແລະ 46,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ປະລິມານ
ແລະ ມູນຄ່າການນຳເຂົ້າກວມເອົາເກືອບ 30% ຂອງປະລິມານ ແລະ ມູນຄ່າການນຳເຂົ້າໝາກຖົ່ວລຽນສົດທັງໝົດຂອງປະເທດ, ຈັດຢູ່ໃນອັນດັບ 1 ຂອງປະເທດ
ຈີນ.
ປັດຈຸບັນແມ່ນລະດູການໝາກຖົ່ວລຽນອາຊີຕາເວັນອອກສ່ຽງໃຕ້ເຂົ້າສູ່ຕະ
ຫຼາດ, ໝາກຖົ່ວລຽນສົດທີ່ເກັບກ່ຽວຈຳນວນຫຼວງຫຼາຍຈາກອາຊີຕາເວັນອອກສ່ຽງໃຕ້ໄດ້ຂົນສົ່ງຜ່ານດ່ານລົດໄຟບໍ່ຫານດ້ວຍຂະບວນລົດໄຟຂົນສົ່ງສິນຄ້າສາຍເຢັນສາ
ກົນ “ລ້ານຊ້າງ-ແມ່ນໍ້າຂອງ” ຂອງທາງລົດໄຟລາວ-ຈີນ. ອີງຕາມທ່າແຮງດ້ານການຂົນສົ່ງຫຼາຍຮູບແບບຂອງທາງລົດໄຟລາວ-ຈີນ ແລະ ການເຊື່ອມຕໍ່ກັບຊ່ອງທາງໃໝ່ທາງບົກ-ທາງທະເລຕາເວັນຕົກ, ໝາກຖົ່ວລຽນສາມາດຂົນສົ່ງໂດຍກົງໄປເຖິງຕະຫຼາດຊື້-ຂາຍຂະໜາດໃຫຍ່ພາຍໃນປະເທດຈີນເຊັ່ນ: ຄຸນໝິງ, ຈົງກິ່ງ, ເສີງຕູ ແລະ ອື່ນໆ, ຈາກນັ້ນຈຶ່ງຈຳໜ່າຍໄປທົ່ວປະເທດຈີນ. “ບໍລິສັດຂອງພວກເຮົາສ່ວນຫຼາຍແມ່ນນຳເຂົ້າໝາກຖົ່ວລຽນສົດຈາກປະເທດໄທ, ຫຼັງຈາກສິນຄ້າຖືກບັນ
ຈຸໃສ່ຕູ້ຄອນເທນເນີສາຍເຢັນຢູ່ໜອງຄາຍ ປະເທດໄທ, ມັນສາມາດຂົນສົ່ງໄປເຖິງດ່ານບໍ່ຫານພາຍໃນ 24 ຊົ່ວໂມງ, ອັດຕາການເສຍຫາຍຂອງໝາກໄມ້ສົດຫຼຸດລົງຢ່າງຫຼວງຫຼາຍ. ລາຄາຂາຍຢູ່ຕະຫຼາດປາຍທາງທີ່ນຳເຂົ້າໃນປີນີ້ຫຼຸດລົງປະມານ 30% ເມື່ອທຽບໃສ່ປີກ່ອນ, ແຕ່ປະລິມານການຂາຍເພີ່ມຂຶ້ນຢ່າງຕໍ່ເນື່ອງ.” ຜູ້ປະກອບການກ່າວ.
ປັດຈຸບັນ, ໝາກຖົ່ວລຽນລາວໄດ້ຮັບການອະນຸມັດເຂົ້າສູ່ຕະຫຼາດຈີນ, ປີນີ້, ທາງລົດໄຟລາວ-ຈີນໄດ້ນຳເຂົ້າໝາກຖົ່ວລຽນຈາກກຳປູເຈຍເປັນຄັ້ງທຳອິດ, ແຫຼ່ງນຳເຂົ້າໄດ້ເປີດກວ້າງອອກຢ່າງຕໍ່ເນື່ອງ. ໃນ 6 ເດືອນຕົ້ນປີນີ້, ໝາກຖົ່ວລຽນສົດທີ່ນຳເຂົ້າຜ່ານທາງລົດໄຟລາວ-ຈີນບັນລຸເຖິງ 130.000 ໂຕນ, ເພີ່ມຂຶ້ນ 39,9%ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ທາງລົດໄຟລາວ-ຈີນໄດ້ກາຍເປັນເສັ້ນທາງບົກທີ່ສຳຄັນສຳລັບການນຳເຂົ້າໝາກໄມ້ສົດຈາກອາຊີຕາເວັນອອກສ່ຽງໃຕ້ເຂົ້າສູ່ຕະ
ຫຼາດຈີນ.
ໃນຂົງເຂດການຄ້າສົ່ງອອກ, ກາເຟຊັ້ນປານີດຂອງຢຸນນານ ແລະ ດອກໄມ້ຕັດສົດ ໄດ້ສ້າງຜົນງານທີ່ໂດດເດັ່ນ.
ໃນ 6 ເດືອນຕົ້ນປີນີ້, ມູນຄ່າການສົ່ງອອກດອກໄມ້ຕັດສົດຂອງຢຸນນານ ບັນ
ລຸ 790 ລ້ານຢວນ, ເພີ່ມຂຶ້ນ 48,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ກວມ 61,1% ຂອງມູນຄ່າການສົ່ງອອກດອກໄມ້ທົ່ວປະເທດ, ການສົ່ງອອກກວມເອົາ 59 ປະເທດ ແລະ ພາກພື້ນທົ່ວໂລກ ເຊັ່ນ: ກາຊັກສະຖານ, ໄທ, ຣັດເຊຍຫວຽດ
ນາມ, ຂະໜາດການສົ່ງອອກດອກໄມ້ຕັດສົດ ຍັງຄົງຮັກສາອັນດັບໜຶ່ງຂອງປະ
ເທດຈີນຢ່າງຕໍ່ເນື່ອງ.
ຢູ່ໂຮງງານການຫຸ້ມຫໍ່ຂອງບໍລິສັດ ຄຸນໝິງ ຢາຕູ້ ດອກໄມ້ ຈຳກັດ, ດອກຄາເນຊັນສົດ 6 ໂຕນກຳລັງຖືກຫຸ້ມຫໍ່, ເຈົ້າໜ້າທີ່ພາສີໄດ້ກວດກາ ແລະ ສອບສວນກ່ອນການສົ່ງອອກຜ່ານທາງວິດີໂອຄວາມແຈ້ງສູງກັບໂຮງງານຂອງວິສາຫະກິດ. ຍ້ອນຮູບແບບການຄຸ້ມຄອງ “ການກວດກາ (ພະຍາດ) ເປັນຊຸດ + ການກວດກາ ແລະ ສອບສວນທາງໄກຜ່ານວິດີໂອ”, ດອກໄມ້ຕັດສົດທີ່ເຫຼືອຫຼາຍກວ່າ 100 ໂຕນ ທີ່ຢູ່ໃນ “ໜ່ວຍກວດກາ ແລະ ສອບສວນເປັນຊຸດ” ດຽວກັນກັບຖານປູກດອກໄມ້ສົດທີ່ໄດ້ລົງທະບຽນໄວ້ຂອງບໍລິສັດ, ສາມາດປ່ອຍອອກມາໄດ້ຢ່າງວ່ອງໄວໂດຍການກວດສອບເອກະສານ ແລະ ການປະກາດຄຸນນະພາບຂອງວິສາຫະກິດ.
ໃນ 6 ເດືອນຕົ້ນປີນີ້, ຢຸນນານໄດ້ສົ່ງອອກກາເຟ 8.282 ໂຕນ, ມູນຄ່າ 340 ລ້ານຢວນ, ປະລິມານ ແລະ ມູນຄ່າທັງສອງຢ່າງແມ່ນຢູ່ໃນອັນດັບທໍາອິດຂອງປະ
ເທດຈີນ, ຜະລິດຕະພັນໄດ້ຖືກຂາຍໄປຍັງ 40 ປະເທດ ແລະ ພາກພື້ນໃນທົ່ວໂລກເຊັ່ນ: ຫວຽດນາມ, ມາເລເຊຍ, ເຢຍລະມັນ ແລະ ອື່ນໆ.
ທ່ານ ໂຈ່ວຈື້ຢຽນ, ຫົວໜ້າພະແນກປູກຝັງຂອງບໍລິສັດກາເຟຢຸນນານ ຊືເໝົາ ເປີຍກຸຍ ຈຳກັດ ກ່າວວ່າ: “ພວກເຮົາໄດ້ນຳເຂົ້າແນວພັນທີ່ມີຄຸນນະພາບສູງ ແລະ ທົນທານຕໍ່ພະຍາດ ເຊັ່ນ: ‘ກຸ້ຍຊ່າ’ ແລະ ‘ຊາຊີໂມ’, ພ້ອມທັງສົ່ງເສີມການນຳໃຊ້ລະບົບນ້ຳ ແລະ ຝຸ່ນແບບປະສົມປະສານ ແລະ ເຕັກໂນໂລຊີການຄວບຄຸມສັດຕູພືດແບບສີຂຽວຢ່າງຮອບດ້ານ, ເຊິ່ງໄດ້ຊ່ວຍຍົກລະດັບຄຸນນະພາບ ແລະ ສົ່ງຜົນໂດຍກົງຕໍ່ການເພີ່ມຂຶ້ນຂອງຍອດຂາຍ.” ທ່ານ ໂຈ່ວຈື້ຢຽນ ບອກໃຫ້ຮູ້ຕື່ມວ່າ: ໃນ6 ເດືອນຕົ້ນປີນີ້, ບໍລິສັດໄດ້ສົ່ງອອກເມັດກາເຟຊັ້ນໜຶ່ງໄປຍັງຕະຫຼາດສະຫະ
ພາບເອີຣົບຫຼາຍກວ່າ 600 ໂຕນ, ເຊິ່ງລາຄາສູງກວ່າເມັດກາເຟຊັ້ນສອງຫຼາຍກວ່າ 50%.