中文 English {{ activeLangText || 'Languages' }} {{ item.text }}
ຫຸ່ນກະບອກພື້ນເມືອງຂອງຊາວໄຕລື້ເມືອງເກິ່ງໝ່າແຂວງຢຸນນານ: ການສະແດງເທິງເວທີນ້ອຍໆທີ່ສະແດງເຖິງຊີວິດປະຈຳວັນຂອງໄຕລື້

ຫຸ່ນກະບອກພື້ນເມືອງຂອງຊາວໄຕລື້ເມືອງເກິ່ງໝ່າແຂວງຢຸນນານ: ການສະແດງເທິງເວທີນ້ອຍໆທີ່ສະແດງເຖິງຊີວິດປະຈຳວັນຂອງໄຕລື້

By QinXuedan|
分享到Facebook

ການສະແດງຫຸ່ນກະບອກພື້ນເມືອງຂອງຊາວໄຕລື້, ເຊິ່ງເປັນມໍລະດົກວັດ
ທະນະທຳນາມມະນຳທີ່ໄດ້ຮັບການສືບທອດຢູ່ໃນເມືອງປົກຄອງຕົນເອງເຜົ່າວາເກິ່ງໝ່ານະຄອນແຂວງຫຼິນຊາງແຂວງຢຸນນານ, ມັນໄດ້ເລົ່າເຖິງຄວາມຊົງຈຳອັນຍາວນານຫຼາຍພັນປີຂອງຊົນເຜົ່າໄຕລື້ ດ້ວຍການຮ້ອງເພງພາສາໄຕລື້ແບບດັ້ງເດີມ. ຫຸ່ນກະບອກທີ່ຖືກດຶງດ້ວຍສາຍເຊືອກແມ່ນນຸ່ງເຄື່ອງຊາວໄຕລື້ທີ່ສວຍງາມ, ມີຮູບຊົງທີ່ລະອຽດອ່ອນ, ແລະໄດ້ສະແດງຢ່າງມີຊີວິດຊີວາເຖິງນິທານພື້ນເມືອງ, ຊີວິດປະຈຳວັນ, ງານບຸນຕ່າງໆ, ເລື່ອງລາວຄວາມຮັກ ແລະເນື້ອໃນອື່ນໆ ໂດຍການເຄື່ອນໄຫວຢ່າງຄ່ອງແຄ້ວປາຍນິ້ວມື, ເຊິ່ງໄດ້ສະແດງໃຫ້ເຫັນເຖິງແກນຫຼັກທາງວັດທະນະທຳຂອງຊາວໄຕລື້ ທີ່ເຄົາລົບຄວາມຈິງ, ຄວາມດີ, ຄວາມງາມ ແລະຄວາມຮັກໃນການດຳລົງຊີວິດ.