ໃນ 6 ເດືອນຕົ້ນປີນີ້, ມູນຄ່າການຜະລິດທາງທະເລຂອງຈີນມີເຖິງ 5.500 ຕື້ຢວນ, ເພີ່ມຂຶ້ນ 5,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ເສດຖະກິດທາງທະເລໄດ້ເຕີບໃຫຍ່ຢ່າງໝັ້ນທ່ຽງ, ມີທ່ວງທ່າການພັດທະນາທີ່ດີ.

ກະຊວງຊັບພະຍາກອນທຳມະຊາດຈີນ ໄດ້ເຜີຍແຜ່ສະພາບການເຄື່ອນໄຫວເສດຖະກິດມະຫາສະໝຸດຂອງຈີນໃນວັນທີ 3 ສິງຫານີ້ວ່າ: ໃນ 6 ເດືອນຕົ້ນປີນີ້, ຂະໜາດເສດຖະກິດມະຫາສະໝຸດຂອງຈີນໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດ
ຢັ້ງ, ໄດ້ສະແດງໃຫ້ເຫັນເຖິງຄວາມໜຽວແໜ້ນຂອງການພັດທະນາພາຍໃນ, ບົດ
ບາດການຊຸກຍູ້ໄດ້ໂດດເດັ່ນຂຶ້ນ. ຕາມການຄິດໄລ່ເບື້ອງຕົ້ນ, ໃນ 6 ເດືອນຕົ້ນປີນີ້, ມູນຄ່າຜະລິດຕະພັນມະຫາສະໝຸດຂອງຈີນມີເຖິງ 5.500 ຕື້ຢວນ, ເພີ່ມຂຶ້ນ
5,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ສູງກວ່າຈັງຫວະການຂະຫຍາຍຕົວຂອງມູນຄ່າຜະລິດຕະພັນພາຍໃນປະເທດຈີນ 0,4%, ມູນຄ່າຜະລິດຕະພັນມະຫາ
ສະໝຸດກວມ 7,9% ຂອງມູນຄ່າຜະລິດຕະພັນພາຍໃນປະເທດຈີນ.
ທ່ານ ເມິ້ງ ຊິ່ງເລີຍ ຮອງຫົວໜ້າກົມແຜນຍຸດທະສາດ ແລະ ເສດຖະກິດທາງທະເລ ກະຊວງຊັບພະຍາກອນທຳມະຊາດຈີນ ກ່າວວ່າ: ນັບແຕ່ຕົ້ນປີນີ້ມາ, ການສະໜອງປັດໄຈຊັບພະຍາກອນທາງທະເລໃນທົ່ວປະເທດມີຄວາມໝັ້ນທ່ຽງ, ໄດ້ສ້າງພື້ນຖານທີ່ໜັກແໜ້ນໃຫ້ແກ່ການພັດທະນາເສດຖະກິດທາງທະເລ. ໃນ 6 ເດືອນຕົ້ນປີນີ້, ຈີນໄດ້ເພີ່ມໂຄງການນຳໃຊ້ທະເລ ແລະ ເກາະດອນຂຶ້ນໃໝ່ 1.246 ໂຄງ
ການ, ອະນຸມັດພື້ນທີ່ນຳໃຊ້ທະເລ ແລະ ເກາະດອນ 123.000 ເຮັກຕາ, ກ່ຽວຂ້ອງກັບມູນຄ່າການລົງທຶນ 380 ຕື້ກວ່າຢວນ, ໄດ້ຮັບປະກັນຢ່າງມີປະສິດທິຜົນຕໍ່ຄວາມຕ້ອງການນຳໃຊ້ທະເລ ແລະ ເກາະດອນຂອງຂະແໜງການປະມົງ, ອຸດສາ
ຫະກຳ, ຄົມມະນາຄົມ ແລະ ອື່ນໆ.