中文 English {{ activeLangText || 'Languages' }} {{ item.text }}
ຜູ້ມັກກາເຟຟັງທາງນີ້! ຢູ່ແຄມຝັ່ງໜອງຕຽນສືຄຸນໝິງ ເລີ່ມເປີດ “ງານບຸນກາເຟ 9 ມື້”!

ຜູ້ມັກກາເຟຟັງທາງນີ້! ຢູ່ແຄມຝັ່ງໜອງຕຽນສືຄຸນໝິງ ເລີ່ມເປີດ “ງານບຸນກາເຟ 9 ມື້”!

By QinXuedan|
分享到Facebook

ຕອນບ່າຍວັນທີ 1 ສິງຫາ, ງານປາຕີ້ກາເຟ ເລີ້ມຈັດຂຶ້ນຢ່າງຄຶກຄື້ນຢູ່ແຄມຝັ່ງຕາເວັນອອກຂອງໜອງຕຽນສື, ນະຄອນຄຸນໝິງ ແຂວງຢຸນນານ ປະເທດຈີນ! ນີ້ບໍ່ພຽງແຕ່ເປັນສະຖານທີ່ທີ່ດີສຳລັບການດື່ມກາເຟເທົ່ານັ້ນ, ແຕ່ຍັງເປັນຈຸດເດັ່ນທີ່ສຳຄັນໃນການຍົກລະດັບການທ່ອງທ່ຽວຂອງນະຄອນຄຸນໝິງອີກດ້ວຍ.

ກິດຈະກຳຄັ້ງນີ້ໄດ້ນຳໃຊ້ກາເຟເປັນ “ສື່ກາງ” ເພື່ອລວມເອົາທິວທັດໜອງນໍ້າ 
ແລະ ພູຜາທີ່ສວຍງາມ, ວັດທະນະທຳຊົນເຜົ່າ ແລະ ກະແສແຟຊັ່ນຂອງແຂວງຢຸນນານເຂົ້າກັນ. ເວົ້າງ່າຍໆຄື: ຢູ່ແຄມຝັ່ງໜອງນໍ້າທີ່ສວຍງາມທີ່ສຸດຢູ່ຄຸນໝິງ,  ດື່ມກາເຟທີ່ດີທີ່ສຸດ, ແລະ ໃຊ້ຊີວິດທີ່ມີຄວາມສຸກທີ່ສຸດ!

ກິດຈະກຳດັ່ງກ່າວດຳເນີນແຕ່ວັນທີ 1  ຫາ 9  ສິງຫາ, ຫົວຂໍ້ແມ່ນ "ເມືອງແຫ່ງລະດູໃບໄມ້ປົ່ງແຄມຝັ່ງໜອງນໍ້າ, ເມືອງແຫ່ງດອກໄມ້ ແລະ ພູຜາ" ຄຳຂວັນແມ່ນ “ກາເຟມາລວມກັນຢູ່ໜອງຕຽນສື ສັບພະສິ່ງຮຸ່ງເຮືອງ”. ຜູ້ຈັດງານແມ່ນກຸ່ມບໍລິສັດວັດທະນະທຳ ແລະ ທ່ອງທ່ຽວນະຄອນຄຸນໝິງ, ແລະ ໄດ້ຮັບການສະໜັບສະໜູນຢ່າງແຂງແຮງຈາກຫຼາຍພະແນກຂອງອົງການປົກຄອງເມືອງ. ຂໍເຊີນຊວນເພື່ອນມິດຈາກທົ່ວໂລກ, ມາສໍາຜັດກັບແສງແດດອັນອົບອຸ່ນ ແລະ ກິ່ນ
ຫອມຂອງກາເຟຂອງຄຸນໝິງ ຢູ່ແຄມໜອງຕຽນສື!