中文 English {{ activeLangText || 'Languages' }} {{ item.text }}
ປະລິມານການນຳເຂົ້າໝາກຖົ່ວລຽນຂອງແຂວງຢຸນນານເປັນອັນດັບໜຶ່ງໃນປະເທດຈີນ
ຂ່າວ > ເນື້ອຫາ

ປະລິມານການນຳເຂົ້າໝາກຖົ່ວລຽນຂອງແຂວງຢຸນນານເປັນອັນດັບໜຶ່ງໃນປະເທດຈີນ

By QinXuedan|
分享到Facebook

ໃນ 6 ເດືອນຕົ້ນປີນີ້, ການນຳເຂົ້າໝາກຖົ່ວລຽນຢູ່ແຂວງຢຸນນານ ໄດ້ຄອງອັນດັບໜຶ່ງຂອງປະເທດຈີນ, ກວມເອົາເກືອບ 30% ຂອງຍອດຈຳນວນການນຳເຂົ້າທົ່ວປະເທດ. ຂໍ້ມູນຫຼ້າສຸດຈາກດ່ານພາສີຄຸນໝິງສະແດງໃຫ້ເຫັນວ່າ: ນັບແຕ່ເດືອນມັງກອນຫາເດືອນມິຖຸນາ, ແຂວງຢຸນນານນຳເຂົ້າໝາກຖົ່ວລຽນ 319.000 ໂຕນ, ມູນຄ່າສິນຄ້າ 9,65 ຕື້ຢວນ, ເພີ່ມຂຶ້ນ 58,2% ແລະ 46,5% ຕາມລຳດັບ
 ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ໃນນັ້ນ,  ໝາກຖົ່ວລຽນທີ່ຂົນສົ່ງຜ່ານທາງລົດໄຟລາວ-ຈີນ ມີເຖິງ 130,000 ໂຕນ, ເພີ່ມຂຶ້ນ 39.9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ປັດຈຸບັນ, ແມ່ນລະດູເກັບກ່ຽວໝາກຖົ່ວລຽນຢູ່ອາຊີຕາເວັນອອກສ່ຽງໃຕ້, ໝາກຖົ່ວລຽນສົດຈຳ
ນວນຫຼວງຫຼາຍໄດ້ຂົນສົ່ງຜ່ານທາງສາຍດ່ວນ “ລ້ານຊ້າງ-ແມ່ຂອງ” ຂອງທາງລົດ
ໄຟລາວ-ຈີນ ທີ່ມີລະບົບຕ່ອງໂສ້ຄວາມເຢັນ, ໂດຍຜ່ານດ່ານລົດໄຟພາສີບໍ່ຫານຂາເຂົ້າ  ແລະ ໄດ້ຖືກສົ່ງອອກໄປຍັງຕະຫຼາດທົ່ວປະເທດຈີນຢ່າງວ່ອງໄວ. ຍົກຕົວ
ຢ່າງ, ບໍລິສັດການຄ້າແຫ່ງໜຶ່ງໃນທ້ອງຖິ່ນ, ໝາກຖົ່ວລຽນສົດທີ່ນຳເຂົ້າຈາກປະ
ເທດໄທ ສາມາດຂົນສົ່ງໄປຮອດບໍ່ຫານໄດ້ໄວທີ່ສຸດພາຍໃນ 24 ຊົ່ວໂມງ, ໂດຍອາໄສທ່າແຮງຂອງການຂົນສົ່ງຫຼາຍຮູບແບບທີ່ເຊື່ອມຕໍ່ກັນລະຫວ່າງທາງລົດໄຟລາວ-ຈີນ ແລະ ຊ່ອງທາງໃໝ່ທາງບົກ-ທາງທະເລຕາເວັນຕົກ, ສາມາດຂົນສົ່ງໂດຍກົງໄປຍັງຕະຫຼາດການຄ້າຂະໜາດໃຫຍ່ ເຊັ່ນ: ຄຸນໝິງ, ຈົ່ງກິ່ງ, ເສີງຕູ ແລະ ອື່ນໆ.