ໂຮງຮຽນຂອງຂ້ອຍຢູ່ “ເທິງສະຫວັນ”
ວັນທີ 31 ກໍລະກົດ, “ລົດເມໂຮງຮຽນທາງອາກາດ” ເລກ 2 - “ຂັ້ນໄດຟູຢາວ” ຢູ່ຮ່ອມພູໃຫຍ່ ນີຈູເຮີ, ຕາແສງຜູລີ້, ເມືອງຊວນເຫວີຍ, ນະຄອນສູຈິ່ງ, ແຂວງຢຸນນານ ໄດ້ເລີ່ມນຳໃຊ້ຢ່າງເປັນທາງການ, ເຊິ່ງຕັ້ງຄູ່ຂະໜານກັບ “ລົດເມໂຮງຮຽນທາງອາກາດ” ເລກ 1 - “ຂັ້ນໄດຊິງຢຸນ” ແລະ ຮ່ວມກັນປະກອບເປັນພູມສັນຖານລົດເມໂຮງຮຽນເທິງອາກາດແບບຂັ້ນໄດຄູ່ທີ່ເປັນເອກະລັກສະເພາະແຫ່ງດຽວໃນທົ່ວປະເທດຈີນ, ກາຍເປັນແບບຢ່າງທີ່ໂດດເດັ່ນຂອງ “ການພັດທະນາພື້ນຖານໂຄງລ່າງວັດທະນະທຳ ແລະ ການທ່ອງທ່ຽວ ເພື່ອສົ່ງເສີມການສຶກສາຊົນນະບົດ”.

ຮ່ອມພູໃຫຍ່ ນີຈູເຮີ ເປັນສະຖານທີ່ທ່ອງທ່ຽວລະດັບ 4 ດາວແຫ່ງຊາດ, ມີຄວາມສູງຕັ້ງ 500 ກວ່າແມັດ, ເຊິ່ງເຄີຍກີດຂວາງບ້ານເຮືອນທີ່ຕັ້ງຢູ່ເລິກເຂົ້າໄປໃນຮ່ອມພູຈາກໂລກພາຍນອກ. ກ່ອນການກໍ່ສ້າງສະຖານທີ່ທ່ອງທ່ຽວ, ຊາວບ້ານຕ້ອງເດີນທາງໄປເຖິງຍອດຮ່ອມພູໂດຍໃຊ້ເສັ້ນທາງຜາໃນຮ່ອມພູ, ເຊິ່ງໃຊ້ເວລາປະມານ 6 ຊົ່ວໂມງຕໍ່ໜຶ່ງຮອບ. ເດັກນ້ອຍທີ່ຈະໄປໂຮງຮຽນປະຖົມກວນຈ້າຍ ທີ່ຕັ້ງຢູ່ເທິງຍອດຮ່ອມພູ, ຕ້ອງໄດ້ຮັບການເບິ່ງແຍງຈາກພໍ່ແມ່ ແລະ ປີນຂຶ້ນຕາມຜາທີ່ຕິດກັບຮ່ອມພູເປັນເວລາຫຼາຍກວ່າ 3 ຊົ່ວໂມງຈຶ່ງຈະຮອດໂຮງຮຽນ.

ໃນປີ 2017, ເມືອງຊວນເຫວີຍ ໄດ້ນຳສະເໜີໂຄງການເຂດທ່ອງທ່ຽວວັດທະ
ນະທຳນິເວດຮ່ອມພູ ນີຈູເຮີ. ໃນປີ 2022, ລິຟຊົມວິວເບີ 1 ສູງ 268 ແມັດ ແລະ ອູ່ລອຍຟ້າ ໄດ້ຖືກນຳໃຊ້, ເຊິ່ງຊ່ວຍຫຼຸດຜ່ອນເວລາເດີນທາງ 3 ຊົ່ວໂມງຂອງເດັກ
ນ້ອຍຈາກໜ້າຜາໄປໂຮງຮຽນ ໃຫ້ເຫຼືອພຽງ 30 ນາທີ, ນີ້ຄື “ລົດເມໂຮງຮຽນທາງອາ
ກາດ” ເບີ 1 – “ຂັ້ນໄດຊິງຢຸນ”, ເລື່ອງລາວນີ້ໄດ້ສ້າງຄວາມປະທັບໃຈໃຫ້ແກ່ທົ່ວສັງ
ຄົມພາຍຫຼັງທີ່ໄດ້ຮັບການລາຍງານອອກໄປ.
ໃນຊຸມປີມໍ່ໆມານີ້, ດ້ວຍຈໍານວນນັກທ່ອງທ່ຽວທີ່ເພີ່ມຂຶ້ນໃນແຕ່ລະປີ, ຄວາມສາມາດໃນການຮອງຮັບ“ຂັ້ນໄດຊິງຢຸນ” ຈຳນວນ 400 ຄົນຕໍ່ຊົ່ວໂມງແມ່ນເກີນກຳນົດຢ່າງຮ້າຍແຮງ. ໃນເດືອນ ຕຸລາ 2024, "ລົດເມໂຮງຮຽນທາງອາກາດ" ສາຍທີສອງໄດ້ເລີ່ມຕົ້ນການກໍ່ສ້າງຢ່າງເປັນທາງການ, ແລະ ສຳເລັດການກໍ່ສ້າງໂຄງສ້າງຫຼັກໃນເດືອນກັນຍາ 2025, ໃຊ້ເວລາໜຶ່ງປີເຄິ່ງເພື່ອການນຳໃຊ້ຢ່າງເຕັມທີ່, ມີຄວາມສູງ 288 ແມັດ ແລະ ໃຊ້ການອອກແບບພາຍນອກທີ່ໂປ່ງໃສ 360° ດ້ວຍຝາແກ້ວ.

“ລົດເມໂຮງຮຽນທາງອາກາດ” ຄັນທີ 2 ສືບຕໍ່ນະໂຍບາຍຂອງ “ລົດເມໂຮງ
ຮຽນທາງອາກາດ” ຄັນທີ 1, ໃຫ້ບໍລິການຟຣີແບບຖາວອນແກ່ຊາວບ້ານທັງໝົດ
ແລະ ນັກຮຽນທີ່ກຳລັງຮຽນຢູ່ບ້ານນີຈູເຮີ ແລະ ບ້ານກວນໄຈ່, ພ້ອມທັງໄດ້ຈັດຕັ້ງຊ່ອງທາງສີຂຽວສຳລັບນັກຮຽນໃນການໄປ-ກັບໂຮງຮຽນ. ລິຟສອງໜ່ວຍທີ່ຕິດຢູ່ໜ້າຜາໄດ້ເປີດເສັ້ນທາງການເດີນທາງໃນເຂດພູດອຍ, ພ້ອມທັງສົ່ງເສີມການຈ້າງງານຂອງຊາວບ້ານ ແລະ ການສົ່ງອອກຜະລິດຕະພັນກະສິກຳພິເສດ, ເຊິ່ງກາຍເປັນຊ່ອງທາງການພັດທະນາຊົນນະບົດຢູ່ເທິງໜ້າຜາ.