ທາງລົດໄຟລາວ-ຈີນ, ທະລຸ 18 ລ້ານໂຕນ!

ນັບແຕ່ເປີດນຳໃຊ້ໃນວັນທີ 3 ທັນວາ 2021 ເປັນຕົ້ນມາ, ປະລິມານການຂົນສົ່ງສິນຄ້າຂ້າມແດນ ຂອງທາງລົດໄຟລາວ-ຈີນ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ມາຮອດວັນທີ 10 ມີນາ 2026, ປະລິມານການຂົນສົ່ງສິນຄ້າຂ້າມແດນສະສົມໄດ້ບັນລຸຫຼາຍກວ່າ 18 ລ້ານໂຕນ, ບົດບາດຂອງ “ຊ່ອງທາງຄຳ” ດ້ານການຂົນສົ່ງສິນຄ້າສາກົນຂອງທາງລົດໄຟລາວ-ຈີນນັບມື້ນັບພົ້ນເດັ່ນຂຶ້ນ.
ນັບແຕ່ເປີດນຳໃຊ້ເປັນຕົ້ນມາ, ທາງລົດໄຟລາວ-ຈີນ ໄດ້ມີການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າທີ່ຂະຫຍາຍຕົວຢ່າງແຂງແຮງ. ປັດຈຸບັນ, ປະເພດສິນຄ້າຂ້າມແດນ ຂອງທາງລົດໄຟລາວ-ຈີນ ໄດ້ຂະຫຍາຍຈາກ 10 ກວ່າຊະນິດ ໃນໄລຍະເລີ່ມຕົ້ນ ເຊັ່ນ: ປຸ໋ຍ, ສິນຄ້າທົ່ວໄປ ແລະ ອື່ນໆ ມາເປັນ 3.800 ກວ່າຊະນິດ ເຊັ່ນ: ເຄື່ອງເອເລັກໂຕຣນິກ, ພະລັງງານແສງຕາເວັນ, ໝາກໄມ້ຕ່ອງໂສ້ຄວາມເຢັນ ແລະ ອື່ນໆ, ການຂົນສົ່ງສິນຄ້າຂ້າມແດນໄດ້ກວມເອົາ 31 ແຂວງ (ເຂດ, ນະຄອນ) ແລະ 19 ປະເທດຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ”.
ໂຕເລກຂໍ້ມູນສະແດງໃຫ້ເຫັນວ່າ: ປະລິມານການຂົນສົ່ງສິນຄ້າຂ້າມແດນຂອງທາງລົດໄຟລາວ-ຈີນ ໄດ້ເພີ່ມຂຶ້ນຢ່າງວ່ອງໄວ, ໃນປີ 2025 ໄດ້ຂົນສົ່ງສິນຄ້າຂ້າມແດນ 5,46 ລ້ານໂຕນ, ເພີ່ມຂຶ້ນ 14% ເມື່ອທຽບໃສ່ປີ 2024; ນັບແຕ່ຕົ້ນປີມານີ້ ຍັງສືບຕໍ່ຮັກສາທ່າອ່ຽງການພັດທະນາທີ່ດີ, ໂດຍສະເລ່ຍແລ້ວແຕ່ລະວັນ ໄດ້ຂົນສົ່ງສິນຄ້າຂ້າມແດນ 15.000 ໂຕນ. ໂດຍສະເພາະ, ປະລິມານການຂົນສົ່ງສິນຄ້ານຳເຂົ້າໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ຜະລິດຕະພັນກະສິກຳທີ່ມີຄຸນນະພາບສູງ ເຊັ່ນ: ຢາງພາລາ, ຖົ່ວລຽນ, ໝາກມັງຄຸດ ແລະ ອື່ນໆ ຈາກບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ໄດ້ຖືກຂົນສົ່ງຜ່ານທາງລົດໄຟລາວ-ຈີນ ໄປສູ່ແຂວງຢຸນນານຢ່າງບໍ່ຂາດສາຍ, ຈາກນັ້ນ ຈຶ່ງໄດ້ແຈກຢາຍໄປທົ່ວປະເທດ. ພ້ອມກັນນັ້ນ, ເຄື່ອງຈັກ, ເຄື່ອງໃຊ້ໄຟຟ້າ, ແຜ່ນແພ, ຜະລິດຕະພັນພະລັງງານແສງຕາເວັນ ແລະ ອື່ນໆ ຂອງຈີນ ກໍໄດ້ຖືກຂົນສົ່ງຜ່ານທາງລົດໄຟສາຍນີ້ ໄປສູ່ປະເທດລາວຢ່າງວ່ອງໄວ ແລະ ຂົນສົ່ງໄປຍັງບັນດາປະເທດອ້ອມຂ້າງ, ຊຸກຍູ້ການໄປມາຫາສູ່ກັນທາງດ້ານເສດຖະກິດການຄ້າ ແລະ ການຮ່ວມມືດ້ານກຳລັງການຜະລິດລະຫວ່າງພາກພື້ນ.