ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາຊີໃຕ້​ຄັ້ງ​ທີ 10 ຈະ​ຈັດ​ຂຶ້ນ​ຢູ່​ນະຄອນຄຸນ​ໝິງໃນເດືອນ ມິຖຸນາ

2026-03-18 16:42:14

ໃນມໍ່ໆນີ້ ນັກຂ່າວໄດ້ຮັບຂ່າວຈາກກອງປະຊຸມແນະນຳງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາຊີໃຕ້​ຄັ້ງ​ທີ  10   ແລະ ງານວາງສະແດງສິນຄ້ານໍາເຂົ້າ-ສົ່ງອອກຄຸນໝິງ ສປ ຈີນ ຄັ້ງທີ 30 ນີ້ວ່າ: ງານວາງສະແດງສິນຄ້າອາຊີໃຕ້ ຄັ້ງທີ 10 ຈະຈັດຂຶ້ນໃນເດືອນມິຖຸນາ ທີ່ນະຄອນຄຸນໝິງ.

ເພື່ອສ້າງງານວາງສະແດງສິນຄ້າທີ່ມີລະດັບສູງ ງານວາງສະແດງສິນຄ້າອາຊີໃຕ້ຄັ້ງນີ້ ຈະສ້າງເວທີ 5 ດ້ານຄື: ການຮ່ວມມືແບບເປີດກວ້າງ, ການແລກປ່ຽນດ້ານເສດຖະກິດ-ການຄ້າ, ການຮ່ວມມືດ້ານອຸດສາຫະກຳ, ການແລກປ່ຽນດ້ານວັດທະນະທຳ-ສັງຄົມ ແລະ ການສົ່ງເສີມການບໍລິໂພກ. ປັດຈຸບັນ, ງານວາງສະແດງສິນຄ້າອາຊີໃຕ້ ໄດ້ກາຍເປັນເວທີສຳຄັນສຳລັບຈີນ ແລະ ບັນດາປະເທດໃນອາຊີໃຕ້ ໃນການເພີ່ມທະວີການແລກປ່ຽນ, ເຮັດໃຫ້ການຮ່ວມມືເລິກເຊິ່ງຂຶ້ນ ແລະ ສະແຫວງຫາການພັດທະນາຮ່ວມກັນ. ໃນປີ 2025,  ມູນຄ່າການຄ້າລະຫວ່າງຈີນ ແລະ ບັນດາປະເທດໃນອາຊີໃຕ້ໄດ້ເກີນ 200  ຕື້ໂດລາສະຫະລັດ ເປັນຄັ້ງທຳອິດ,  ເພີ່ມຂຶ້ນ 10,7%  ເມື່ອທຽບໃສ່ປີຜ່ານມາ, ເຊິ່ງສະແດງໃຫ້ເຫັນເຖິງຄວາມທົນທານ ແລະ ຄວາມມີຊີວິດຊີວາຂອງການຮ່ວມມືທີ່ເຂັ້ມແຂງ.

ໃນງານແນະນຳ, ບັນດາທູຕານຸທູດປະເທດບັງກລາເທດ, ປາກິດສະຖານ, ສີລັງກາ, ເນປານ, ລາວ ແລະ ປະເທດອື່ນໆ ປະຈໍາ ສປ ຈີນ ໄດ້ຜັດປ່ຽນກັນຂຶ້ນກ່າວຄຳເຫັນ, ໂດຍໄດ້ຕີລາຄາສູງຕໍ່ບົດບາດສຳຄັນຂອງງານວາງສະແດງສິນຄ້າຈີນ-ອາຊີໃຕ້ ໃນການຊຸກຍູ້ການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ, ສະແດງຄວາມຄາດຫວັງຕໍ່ງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງທີ 10, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະຈັດຕັ້ງວິສາຫະກິດ, ສະພາການຄ້າ ຂອງປະເທດຕົນຢ່າງຕັ້ງໜ້າ ເພື່ອເຂົ້າຮ່ວມກອງປະຊຸມ ແລະ ງານວາງສະແດງສິນຄ້າ.

ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາຊີໃຕ້​ຄັ້ງ​ທີ 10 ຈະ​ຈັດ​ຂຶ້ນ​ຢູ່​ນະຄອນຄຸນ​ໝິງໃນເດືອນ ມິຖຸນາ