ປີກາຍນີ້, ແຂວງຢຸນນານໄດ້ຈັດຕັ້ງໂຄງການຝຶກອົບຮົມສີມືແຮງງານຂ້າມຊາຍແດນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ, ເຊິ່ງໄດ້ຝຶກອົບຮົມພະນັກງານທັງໝົດ 1.500 ກວ່າຄົນ

2026-03-13 11:38:00

ໃນປີ 2025, ແຂວງຢຸນນານ ໄດ້ຈັດຕັ້ງປະຕິບັດ 23 ໂຄງການຝຶກອົບຮົມສີມືແຮງງານຂ້າມຊາຍແດນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ, ໄດ້ຝຶກອົບຮົມໃຫ້ພະນັກງານລັດ, ຄູ-ອາຈານ ແລະ ນັກສຶກສາ, ກຳມະກອນເຕັກນິກ ຈາກຫວຽດນາມ, ລາວ, ໄທ, ກຳປູເຈຍ ແລະ ປະເທດອື່ນໆ ລວມທັງໝົດ 1.500 ກວ່າຄົນ.

ການຝຶກອົບຮົມແມ່ນໄດ້ນຳໃຊ້ຮູບແບບການບັນຍາຍທິດສະດີ, ການຝຶກອົບຮົມພາກປະຕິບັດຕົວຈິງ, ການແລກປ່ຽນຄູ-ອາຈານ ແລະ ອື່ນໆ ເພື່ອບຳລຸງສ້າງບຸກຄະລາກອນທີ່ມີສີມືແຮງງານທີ່ມີຄວາມຕ້ອງການສູງ ແລະ ຂາດແຄນ. ການຝຶກອົບຮົມແມ່ນກວມເອົາ 23 ສາຂາວຽກໃນ 6 ຂົງເຂດໃຫຍ່ຄື: ການຜະລິດອັດສະລິຍະ, ກະສິກຳ-ປ່າໄມ້ທັນສະໄໝ, ຂໍ້ມູນຂ່າວສານ-ໂທລະຄົມມະນາຄົມ, ການບໍລິການທ່ອງທ່ຽວ, ການຄ້າເອເລັກໂຕຣນິກແລະ ພະລັງງານໃໝ່.

ນັກສຶກສາລາວບາງຄົນທີ່ສຳເລັດການຝຶກອົບຮົມ “ການປຸງແຕ່ງອາຫານຈີນ” ຢູ່ສະຖາບັນເຕັກນິກ ປາວຊານ ໄດ້ຖືກແນະນຳໂດຍກະຊວງແຮງງານແລະ ສະຫວັດດີການສັງຄົມຂອງລາວ ໃຫ້ໄປເຮັດວຽກຢູ່ບໍລິສັດອາຫານຈີນໃນທ້ອງຖິ່ນ, ເຊິ່ງເຮັດໃຫ້ “ຮຽນຮູ້ສິ່ງທີ່ໄດ້ຮັບ, ມີຄວາມຊຳນານໃນສິ່ງທີ່ໄດ້ຮຽນຮູ້”. ຊຸດຝຶກອົບຮົມ “ການປູກກາເຟ” ແລະ “ການບໍລິການທ່ອງທ່ຽວ” ທີ່ຈັດຂຶ້ນຢູ່ເມືອງຈ່ຽງເສີງ ໄດ້ແບ່ງປັນຮູບແບບເມືອງນັກທຸລະກິດຂອງເມືອງ ພູເອີ, ເຊິ່ງໄດ້ຮັບການຕີລາຄາສູງຈາກພະແນກວັດທະນະທຳ ແລະ ທ່ອງທ່ຽວຂອງແຂວງຜົ້ງສາລີຂອງລາວ, ແລະ ໄດ້ສະໜອງການອ້າງອີງພາກປະຕິບັດເພື່ອສ້າງເສັ້ນທາງທ່ອງທ່ຽວຊາຍແດນທີ່ສຳຄັນ.

ການຝຶກອົບຮົມແມ່ນສອດຄ່ອງກັບການພັດທະນາອຸດສາຫະກໍາ ແລະ ຄວາມຕ້ອງການດ້ານບຸກຄະລາກອນຂອງບັນດາປະເທດໃນລຸ່ມແມ່ນໍ້າຂອງ, ໂດຍນໍາໃຊ້ເຕັກໂນໂລຊີເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການຫັນປ່ຽນອຸດສາຫະກໍາ 4.0,  ແລະ ໄດ້ບໍາລຸງສ້າງບຸກຄະລາກອນທີ່ມີສີມືຈໍານວນໜຶ່ງທີ່ເໝາະສົມກັບການພັດທະນາອຸດສາຫະກໍາໃນພາກພື້ນ, ໃນນັ້ນມີ: ບຸກຄະລາກອນດ້ານດິຈິຕອນ 89 ຄົນ, ບຸກຄະລາກອນດ້ານສີມືໄຟຟ້າ 183 ຄົນ, ບຸກຄະລາກອນດ້ານສີມືອີຄອມເມີຊ 142 ຄົນ, ແລະ ບຸກຄະລາກອນດ້ານສີມືການຜະລິດອັດສະລິຍະ 319 ຄົນ.

ຫຼາຍສະຖາບັນ ໄດ້ຮ່ວມມືກັບສະຖາບັນການສຶກສາ ແລະ ວິສາຫະກິດໃນລາວ ແລະ ຫວຽດນາມ ເພື່ອສ້າງຕັ້ງຮູບແບບການຮ່ວມມືໃນການສ້າງສາຂາວິຊາ ແລະ ການບຳລຸງສ້າງບຸກຄະລາກອນແບບ “ຕາມຄວາມຕ້ອງການ” ໃນຂົງເຂດລົດຍົນພະລັງງານໃໝ່,  ການຜະລິດອັດສະລິຍະ, ກະສິກຳ ແລະປ່າໄມ້, ຊຸກຍູ້ໃຫ້ຜົນສຳເລັດຂອງການຝຶກອົບຮົມໄລຍະສັ້ນປ່ຽນເປັນກົນໄກການຮ່ວມມືໄລຍະຍາວ.

ປີກາຍນີ້, ແຂວງຢຸນນານໄດ້ຈັດຕັ້ງໂຄງການຝຶກອົບຮົມສີມືແຮງງານຂ້າມຊາຍແດນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ, ເຊິ່ງໄດ້ຝຶກອົບຮົມພະນັກງານທັງໝົດ 1.500 ກວ່າຄົນ