ການທ່ອງທ່ຽວຂ້າມຊາຍແດນທາງລົດໄຟລາວ-ຈີນກຳລັງໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍ

ຂໍ້ມູນຈາກ ບໍລິສັດ ທາງລົດໄຟຈີນ ສາຂາເມືອງຄຸນໝິງ ໃຫ້ຮູ້ວ່າ: ໃນໄລຍະພັກບຸນກຸດຈີນປະຈຳປີນີ້ 9 ວັນ, ການທ່ອງທ່ຽວຂ້າມຊາຍແດນຕາມ
ທາງລົດໄຟລາວ-ຈີນ ຍັງຄົງຄຶກຄື້ນ, ໂດຍໄດ້ຂົນສົ່ງຜູ້ໂດຍສານຂ້າມຊາຍແດນທັງໝົດ 12.900 ເທື່ອຄົນ, ເພີ່ມຂຶ້ນ 41,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ຜູ້ໂດຍສານຂາເຂົ້າ 6.300 ກວ່າເທື່ອຄົນ, ເພີ່ມຂຶ້ນ 52,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ຜູ້ໂດຍສານຂາອອກ 6.500 ກວ່າເທື່ອຄົນ, ເພີ່ມຂຶ້ນ 32,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ນັບແຕ່ເປີດນຳໃຊ້ເປັນຕົ້ນມາ, ດ້ວຍທ່າແຮງດ້ານທີ່ຕັ້ງພູມສາດທີ່ເປັນເອກະລັກ, ທາງລົດໄຟລາວ-ຈີນ ໄດ້ກາຍເປັນເສັ້ນທາງທ່ອງທ່ຽວຂ້າມຊາຍແດນທີ່ເປັນເສັ້ນທາງຄຳ ເຊື່ອມຕໍ່ລະຫວ່າງລາວກັບຈີນ. ທາງລົດໄຟໄດ້ເຊື່ອມຕໍ່ບັນດາເມືອງທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມເຊັ່ນ: ຄຸນໝິງ, ສິບສອງພັນນາ, ຫຼວງພະບາງ, ນະຄອນຫຼວງວຽງຈັນ ແລະ ອື່ນໆ, ຕາມເສັ້ນທາງລົດໄຟມີສະຖານທີ່ທ່ອງທ່ຽວຫຼາຍກວ່າ 560 ແຫ່ງ. ນັບແຕ່ເປີດນຳໃຊ້ໃນວັນທີ 3 ທັນວາ 2021 ຫາ ວັນທີ 3 ກຸມພາ 2026, ທາງລົດໄຟລາວ-ຈີນ ໄດ້ຂົນສົ່ງຜູ້ໂດຍສານທັງໝົດຫຼາຍກວ່າ 66 ລ້ານເທື່ອຄົນ, ໄດ້ດຶງດູດຜູ້ໂດຍສານຈາກ 120 ກວ່າປະເທດ ແລະ ເຂດແຄວ້ນທົ່ວໂລກຂີ່ຂະບວນລົດໄຟໂດຍສານສາກົນ ທ່ອງທ່ຽວຂ້າມຊາຍແດນ.
ປັດຈຸບັນ, ເສັ້ນທາງລົດໄຟລາວ-ຈີນ ໄດ້ກ້າວເຂົ້າສູ່ລະດູການທ່ອງທ່ຽວ, ພາກສ່ວນລົດໄຟໄດ້ເພີ່ມກຳລັງການຂົນສົ່ງ, ປັບປຸງແຜນການເດີນລົດໄຟ, ໃນແຕ່ລະວັນໄດ້ເປີດຂະບວນລົດໄຟໂດຍສານຫຼາຍກວ່າ 70 ຂະບວນ, ຈຳນວນຜູ້ໂດຍສານສືບຕໍ່ຮັກສາຢູ່ທີ່ 60.000 ຄົນ/ວັນ. ໃນນັ້ນ, ໄດ້ເປີດຂະບວນລົດໄຟໂດຍສານຂ້າມແດນ 4 ຂະບວນ, ໃນແຕ່ລະວັນມີຜູ້ໂດຍສານຂ້າມແດນຫຼາຍກວ່າ 1.000 ຄົນ.
ບໍລິສັດທາງລົດໄຟຈີນສາຂາຄຸນໝິງ ແລະ ອົງການທາງລົດໄຟລາວໄດ້ສ້າງຕັ້ງກົນໄກປະສານງານກັນ, ໂດຍຜ່ານມາດຕະການຕ່າງໆເຊັ່ນ: ການຄາດຄະເນຈຳນວນຜູ້ໂດຍສານຢ່າງຖືກຕ້ອງ, ການປັບປ່ຽນຄວາມສາມາດໃນການຂົນສົ່ງແບບເຄື່ອນໄຫວ, ການເພີ່ມຈຸດບໍລິການ ແລະ ອື່ນໆ, ເພື່ອຮັບປະກັນການເດີນທາງຂອງຜູ້ໂດຍສານຢ່າງຄ່ອງຕົວ. ພາກສ່ວນລົດໄຟຈີນໄດ້ຮ່ວມກັບພາກສ່ວນດ່ານພາສີ, ດ່ານກວດກາຄົນເຂົ້າເມືອງ ແລະ ພາກສ່ວນອື່ນໆ ເພື່ອເປີດຕົວ 10 ມາດຕະການບໍລິການທີ່ອຳນວຍຄວາມສະດວກໃຫ້ແກ່ປະຊາຊົນ, ເປີດຊ່ອງທາງພິເສດສຳລັບຜູ້ໂດຍສານທີ່ໄດ້ຮັບການຍົກເວັ້ນວີຊ່າ, ສົ່ງເສີມການຈອງຄິວຜ່ານດ່ານແບບອອນລາຍສຳລັບກຸ່ມທ່ອງທ່ຽວ, ຈັດຕັ້ງສະຖານີໃຫ້ຄຳປຶກສາເຄື່ອນທີ່ຢູ່ດ່ານຊາຍແດນ, ແລະ ເປີດນຳໃຊ້ລະບົບການປະກອບຂໍ້ມູນບັດເຂົ້າເມືອງຂອງຄົນຕ່າງປະເທດແບບອອນລາຍ, ເຮັດໃຫ້ປະສິດທິພາບການຜ່ານດ່ານສູງສຸດຕໍ່ມື້ເພີ່ມຂຶ້ນປະມານ
30%.