ການຂົນສົ່ງດອກໄມ້ 24 ຊົ່ວໂມງ ຂ້າມແດນ 1500 ກິໂລແມັດ, 72 ຊົ່ວໂມງສາມາດໄປເຖິງອາຊີຕາເວັນອອກສ່ຽງໃຕ້
ອີງຕາມການຂົນສົ່ງດ້ວຍລະບົບຕ່ອງໂສ້ຄວາມເຢັນ ທັງທາງບົກ ແລະ ທາງອາກາດ, ດອກໄມ້ຕັດສົດຢຸນນານໄດ້ຖືກສົ່ງອອກໄປ 60 ປະເທດ ແລະ ພາກພື້ນ,ຂະໜາດການສົ່ງອອກຍັງຄົງຮັກສາອັນດັບໜຶ່ງຂອງປະເທດຈີນເປັນເວລາ 7 ປີຕິດຕໍ່ກັນ. ການຂົນສົ່ງທຸກຍາມບຸນກຸດຈີນ, ຍອດການສົ່ງອອກດອກໄມ້ສົດຂອງແຂວງຢຸນນານ ແມ່ນສູງສຸດ, ໂດຍສະເລ່ຍແລ້ວ, ສະໜາມບິນສາກົນຄຸນໝິງມີການສົ່ງອອກດອກໄມ້ປະມານ 150.000 ດອກຕໍ່ມື້. ເພື່ອຮັບປະກັນຄວາມທັນເວລາຂອງການສົ່ງອອກດອກໄມ້, ດ່ານພາສີໄດ້ສ້າງຕັ້ງປ່ອງຢ້ຽມແຈ້ງພາສີພິເສດ ແລະ "ຊ່ອງທາງສີຂຽວ" ສະເພາະສຳລັບຜະລິດຕະພັນສົດ, ເຊິ່ງສາມາດແຈ້ງພາສີ, ກວດສອບ ແລະ ປ່ອຍອອກໄດ້ທັນທີ, ເຮັດໃຫ້ການກວດສອບ ແລະ ປ່ອຍອອກເປັນໄປຢ່າງວ່ອງໄວ. ບໍ່ພຽງແຕ່ເທົ່ານັ້ນ, ທາງຫຼວງຄຸນໝິງ-ບາງກອກ ແລະ ທາງດ່ວນຄຸນໝິງ-ຮາຍໂຂວ ຍັງເຮັດໃຫ້ບັນຍາກາດຂອງລະດູບານໃໝ່ຢຸນນານ ຂ້າມຜ່ານສາຍພູສາຍນໍ້າ, ໂດຍຜ່ານການຂົນສົ່ງທາງບົກຂ້າມຊາຍແດນ, ສົ່ງໄປເຖິງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ພາຍໃນ 72 ຊົ່ວໂມງ. ໃນການແຂ່ງຂັນທີ່ແຂ່ງກັບເວລານີ້, ບໍ່ມີພາຫະນະຂົນສົ່ງໃດທີ່ຂາດຫາຍໄປ. ປັດຈຸບັນ, ຢຸນນານໄດ້ສ້າງຕັ້ງຕະຫຼາດການຄ້າດອກໄມ້ ແລະ ລະບົບການໄຫຼວຽນທີ່ແຜ່ຂະຫຍາຍໄປທົ່ວປະເທດ, ອວ່າຍໜ້າສູ່ອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້, ໂດຍມີຜົນຜະລິດດອກໄມ້ຕັດສົດປະຈໍາປີສູງເຖິງ 20 ຕື້ກ້ານຂຶ້ນໄປ, ແລະ ປະລິມານການຜະລິດ ແລະ ການຂາຍໄດ້ຄອງອັນດັບໜຶ່ງຂອງປະເທດຈີນເປັນເວລາຫຼາຍສິບປີຕິດຕໍ່ກັນ.