ປຶຶ້ມຊ່ວຍແສງສະຫວ່າງນໍາທາງ

2026-03-05 10:38:02

ປື້ມທີ່ດີ, ໄດ້ຊ່ວຍແສງສະຫວ່າງນຳທາງກ້າວໄປຂ້າງໜ້າແນວໃດ? ຫວ່າງມໍ່ໆມານີ້, ໃນງານກິດຈະກໍາອ່ານປຶ້ມໃນຫົວຂໍ້ “ການຫຼຸດພົ້ນອອກຈາກຄວາມທຸກຍາກ” ທີ່ຫໍສະໝຸດແຫ່ງຊາດລາວ, ບັນດາແຂກຜູ້ມີກຽດຈາກຈີນແລະ ລາວ ໄດ້ນຳເອົາປຶ້ມທີ່ຕົນມັກຮັກທີ່ສຸດມາພ້ອມ, ຖືໜ້າປຶ້ມເປັນຂົວຕໍ່, ຖືເລື່ອງລາວເປັນໂຄມໄຟ, ຮ່ວມກັນເວົ້າເຖິງວິວັດທະນາການແຫ່ງການຫຼຸດຜ່ອນຄວາມທຸກຍາກ ແລະ ການປ່ຽນແປງຊີວິດການເປັນຢູ່ຂອງປະຊາຊົນທີ່ຂ້າມຜ່ານພູເຂົາ ແລະ ທະເລ.

 

ເວທີສໍາລັບການແບ່ງປັນຄວາມຮູ້

ໃນກິດຈະກໍາດັ່ງກ່າວ, ອົງການພິມຈໍາໜ່າຍພາສາຕ່າງປະເທດຈີນໄດ້ມອບປຶ້ມ “ຫຼຸດພົ້ນອອກຈາກຄວາມທຸກຍາກ” (ສະບັບພາສາລາວ) ໃຫ້ແກ່ຫໍສະໝຸດແຫ່ງຊາດລາວ. ໃນເວລາດຽວກັນ, ໄດ້ມີການເປີດຕົວ “ຕູ້ປື້ມຄັງປັນຍາຈາກພາກໃຕ້” ທີ່ຝ່າຍຈີນມອບໃຫ້ຫໍສະມຸດແຫ່ງຊາດລາວອີກດ້ວຍ.

“ຫຼຸດພົ້ນອອກຈາກຄວາມທຸກຍາກ” (ສະບັບພາສາລາວ) ໄດ້ຮີບໂຮມເອົາທັດສະນະ ແລະ ແນວຄິດຂອງ ທ່ານ ສີຈິ້ນຜິງ ປະທານປະເທດຈີນໃນການລຶບລ້າງຄວາມທຸກຍາກ, ການປົກຄອງທ້ອງຖິ່ນ, ການປະຕິຮູບ ແລະ ການພັດທະນາ ເປັນຕົ້ນ. ໃນຊຸມປີມໍ່ໆມານີ້, ຈີນບໍ່ພຽງແຕ່ປະສົບຜົນສຳເລັດ ວຽກງານທີ່ຫຍຸ້ງຍາກໃນການລຶບລ້າງຄວາມທຸກຍາກຢ່າງສິ້ນເຊີງເທົ່ານັ້ນ, ແຕ່ຍັງໃຊ້ການກະທໍາຕົວຈິງ ສໜັບສະໜູນປະເທດກຳລັງພັດທະນາ ເພື່ອຫຼຸດຜ່ອນຄວາມທຸກຍາກ. ໃນໄລຍະຢ້ຽມຢາມຈີນຂອງຜູ້ນຳລາວ ໄດ້ລົງຢ້ຽມຢາມຮາກຖານຂອງຈີນ, ເພື່ອຮັບຮູ້ມາດຕະການແກ້ໄຂຄວາມທຸກຍາກ, ຊຸກຍູ້ການ ແລກປ່ຽນ ແລະ ການຮ່ວມມືລະຫວ່າງສອງຝ່າຍ. ການພິມເຜີຍແຜ່ປື້ມ “ຫຼຸດພົ້ນອອກຈາກຄວາມທຸກຍາກ” (ສະບັບພາສາລາວ) ກໍແມ່ນຜົນສຳເລັດທີ່ສໍາຄັນຂອງການຮ່ວມມືຫຼຸດຜ່ອນຄວາມທຸກຍາກລະຫວ່າງລາວ-ຈີນ.

ທ່ານ ຄຳພູ ເພຍສັກຂາ ຮັກສາການຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວລາວ ກ່າວວ່າ: ການຫຼຸດຜ່ອນຄວາມທຸກຍາກແມ່ນສິ່ງທ້າທາຍທົ່ວໄປຂອງມວນມະນຸດທົ່ວໂລກ. ການຮ່ວມມືລະຫວ່າງສອງປະເທດ ລາວ-ຈີນ ໃນການປັບປຸງພື້ນຖານໂຄງລ່າງ, ສະໜັບສະໜູນຂະແໜງການທີ່ມີລັກສະນະພິເສດ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ເຮັດໃຫ້ປະຊາຊົນສອງປະເທດແບ່ງປັນໝາກຜົນແຫ່ງການພັດທະນາຮ່ວມກັນ. ການນໍາສະເໜີພູມປັນຍາ ແລະ ປະສົບການອັນລໍ້າຄ່າທີ່ມີຢູ່ໃນປື້ມ “ຫຼຸດພົ້ນອອກຈາກຄວາມທຸກຍາກ” ເປັນບົດຮຽນທີ່ສຳຄັນໃນການຄົ້ນຫາເສັ້ນທາງຫຼຸດຜ່ອນຄວາມທຸກຍາກທີ່ສອດຄ່ອງກັບສະພາບການຂອງປະເທດລາວ. “ຕູ້ປື້ມຄັງປັນຍາຈາກພາກໃຕ້” ແມ່ນການສະແດງອອກເຖິງພຶດຕິກໍາທີ່ອົບອຸ່ນຂອງການແລກປ່ຽນວັດທະນະທຳລະຫວ່າງສອງປະເທດ ແລະ ຍັງເປັນການປະຕິບັດທີ່ມີຊີວິດຊີວາຂອງການຫຼຸດຜ່ອນຄວາມທຸກຍາກດ້ານວັດທະນະທຳ.

ທ່ານ ຢູເວີນ ຮອງຫົວໜ້າສູນການສື່ສານອາຊີ-ປາຊີຟິກ ອົງການພິມຈໍາໜ່າຍພາສາຕ່າງປະເທດຈີນ ກ່າວວ່າ: ປັດຈຸບັນ, ສອງປະເທດຈີນ ແລະ ລາວ ພວມຢູ່ໃນໄລຍະບາດລ້ຽວສຳຄັນຂອງການຫັນເປັນທັນສະໄໝ. ຜົນສຳເລັດຂອງຈີນໃນການຫຼຸດຜ່ອນຄວາມທຸກຍາກສາມາດເປັນບົດຮຽນສຳລັບລາວໄດ້, ໃນຂະນະທີ່ການຄົ້ນຄວ້າຂອງລາວໃນການປົກປ້ອງກະສິກຳແບບດັ້ງເດີມ ແລະ ການພັດທະນາກະສິກຳນິເວດວິທະຍາກໍໄດ້ນຳເອົາແຮງບັນດານໃຈມາສູ່ຈີນເຊັ່ນກັນ. ການສ້າງຕັ້ງ “ຕູ້ປື້ມຄັງປັນຍາຈາກພາກໃຕ້” ແມ່ນເພື່ອສ້າງເວທີການແບ່ງປັນຄວາມຮູ້ທີ່ໝັ້ນຄົງຍາວນານ, ໃຫ້ກໍາລັງໃຈຊາວໜຸ່ມເຂົ້າຮ່ວມວຽກງານຫຼຸດຜ່ອນຄວາມທຸກຍາກ, ສືບທອດມິດຕະພາບລະຫວ່າງສອງປະເທດ, ເຮັດໃຫ້ຈິດໃຈຄູ່ຮ່ວມຊາຕາກຳຈີນ-ລາວ, ລາວ-ຈີນ ໄດ້ຮັບການປູກຝັງຜ່ານກິ່ນຫອມຂອງການອ່ານປຶ້ມ, ເກີດໜໍ່ແໜງໃນດວງໃຈຂອງຄົນຮຸ່ນໃໝ່.

 

ໄດ້ຍິນສຽງຂອງຄວາມຝັນ
ທີ່ງານກິດຈະກໍາການອ່ານປື້ມ, ທ່ານ ອາໂນສັກ ແພງທິມມະວົງ ຮອງຫົວໜ້າກົມພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມລາວໄດ້ແບ່ງປັນປະສົບການຈາກການອ່ານປຶ້ມ “ປະຈັກພະຍານຂອງປະຊາຊົນ: ປະຫວັດສາດປາກເປົ່າ 10 ປີ ແຫ່ງການປ່ຽນແປງຢ່າງໃຫຍ່ຫຼວງຂອງບ້ານສິບແປດຖ້ຳ”. ຍ້ອນວ່າລາວເຂົ້າໃຈພາສາຈີນ, ລາວໄດ້ອ່ານປຶ້ມຕົ້ນສະບັບໂດຍກົງ. ໃນປື້ມດັ່ງກ່າວໄດ້ບັນທຶກຄວາມຮູ້ສຶກທີ່ແທ້ຈິງຂອງຊາວບ້ານສິບແປດຖ້ຳ, ແຂວງຫູນານ, ປະເທດຈີນ ຫຼັງຈາກຫຼຸດພົ້ນອອກຈາກຄວາມທຸກຍາກ, ເຊິ່ງໄດ້ເຮັດໃຫ້ລາວຮູ້ສຶກຊາບຊຶ້ງໃຈເປັນຢ່າງຍິ່ງ.

ໃນປີ 2023, ທ່ານ ອາໂນສັກ ແພງທິມມະວົງ ໄດ້ໄປຢ້ຽມຢາມບ້ານສິບແປດຖ້ຳດ້ວຍຕົນເອງ. ໃນເວລານັ້ນ, ພໍດີຄົບຮອບ 10 ປີຂອງການຫຼຸດພົ້ນອອກຄວາມທຸກຍາກຂອງບ້ານສິບແປດຖ້ຳ. ລາວໄດ້ເຫັນຊາວບ້ານບໍ່ໄດ້ລໍຖ້າການຊ່ວຍເຫຼືອ, ແຕ່ສ້າງຄວາມຮັ່ງມີຢ່າງຫ້າວຫັນໂດຍຜ່ານການອອກແບບຜະລິດຕະພັນສ້າງສັນດ້ານວັດທະນະທຳ, ເຮັດເຮືອນພັກໃຫ້ເຊົ່າ ເປັນຕົ້ນ. ໃນເວລານັ້ນ, ແນວຄວາມຄິດຂອງ “ການຫຼຸດຜ່ອນຄວາມທຸກຍາກກ່ອນອື່ນ ຕ້ອງສ້າງຈິດສໍານຶດເສີມສ້າງສັກກະຍະພາບທາງຄວາມຄິດ, ການຫຼຸດຜ່ອນຄວາມທຸກຍາກກ່ອນອື່ນຕ້ອງພັດທະນາທັກສະສີມື” ໄດ້ກາຍເປັນຮູບປະທໍາລະອຽດທີ່ສຸດ. ທ່ານ ຮັບຮູ້ວ່າການຫຼຸດຜ່ອນຄວາມທຸກຍາກຄວນສຸມໃສ່ປະສິດທິຜົນ, ເຄົາລົບຄວາມຄິດເຫັນຂອງປະຊາຊົນ ແລະ ປັບຕົວເຂົ້າກັບສະພາບທ້ອງຖິ່ນ, ດັ່ງນັ້ນ, ການພັດທະນາຈຶ່ງສາມາດຢັ່ງຮາກລົງເລິກໄດ້.

  

ທ່ານ ນາງ ພັນທອງ ຄຳທອງມີ, ຜູ້ອຳນວຍການໂຮງຮຽນປະຖົມສຶກສາສົມບູນມິດຕະພາບລາວ-ຈີນ ບ້ານໜອງປີງ, ໄດ້ເລົ່າເລື່ອງລາວ “ຈົດໝາຍ” ພິເສດສະບັບໜຶ່ງໃຫ້ຜູ້ເຂົ້າຮ່ວມງານຟັງ. ໃນເດືອນເມສາ 2019, ຄູອາຈານ ແລະ ນັກຮຽນຂອງໂຮງຮຽນໄດ້ຮັບຈົດໝາຍຕອບກັບຈາກປະທານ ສີຈິ້ນຜິງ, ເຊິ່ງໄດ້ໃຫ້ກໍາລັງໃຈນັກຮຽນໃຫ້ “ກາຍເປັນຜູ້ສືບທອດມິດຕະພາບຈີນ- ລາວ”. ຈົດໝາຍສະບັບນີ້ໄດ້ຮັບການເກັບຮັກສາໄວ້ເປັນຢ່າງດີຈາກໂຮງຮຽນ ແລະ ເປັນກໍາລັງໃຈໃຫ້ຄູອາຈານ ແລະ ນັກຮຽນມາຈົນເຖິງປັດຈຸບັນ. ພາຍຫຼັງເສັ້ນທາງລົດໄຟລາວ-ຈີນ ເປີດໃຫ້ບໍລິການ, ນັກຮຽນໄດ້ຂີ່ລົດໄຟໄປນະຄອນຫຼວງປັກກິ່ງ, ນະຄອນຄຸນໝິງ ແລະ ແຫ່ງອື່ນໆຂອງຈີນເປັນຄັ້ງທຳອິດ ແລະ ໄດ້ເຫັນໂລກທີ່ກວ້າງໃຫຍ່ໄພສານ. ພວກເຂົາເຈົ້າໄດ້ຂຽນວ່າ: “ໂລກຢູ່ນອກພູເຂົານັ້ນແມ່ນກວ້າງໃຫຍ່ໄພສານຫຼາຍ ແລະ ທາງລົດໄຟໄດ້ເຊື່ອມຕໍ່ທຸກສິ່ງເຂົ້າດ້ວຍກັນ.”

ໃນມື້ນີ້, ຫ້ອງສະໝຸດ CSG ທີ່ຫາກໍ່ເປີດເພີ່ມໃໝ່ ໃນໂຮງຮຽນໄດ້ກາຍເປັນອຸທິຍານໃໝ່. ມີປື້ມສອງພາສາລາວ-ຈີນ ທີ່ອຸດົມສົມບູນ ແລະ ອຸປະກອນອ່ານທີ່ອັດສະລິຍະ. ນັກຮຽນມັກອ່ານ “ລົດໄຟດ່ວນ, ຂີ່ມ່ວນທັງປອດໄພ” ແລະ ເວົ້າດ້ວຍຄວາມຕື່ນເຕັ້ນເມື່ອພວກເຂົາອ່ານປື້ມ: “ອາຈານ, ມັນຄ້າຍຄືກັບລົດໄຟທີ່ພວກເຮົາເຄີຍຂີ່!” “ຂ້ອຍກໍຢາກຂັບລົດໄຟໃນອະນາຄົດ!” ເມື່ອພິກໜ້າປຶ້ມໄປເລື້ອຍໆ, ທ່ານ ນາງ ພັນທອງ ຄຳທອງມີ ໄດ້ຍິນສຽງຂອງຄວາມຝັນທີ່ເຕີບໃຫຍ່ຂຶ້ນ.

 

ການຫວ່ານເມັດພັນແຫ່ງຄວາມຫວັງ

ໃນກິດຈະກໍາການອ່ານປື້ມ, ມີຊາວກະສິກອນຫຼາຍຄົນໄດ້ແບ່ງປັນປະສົບການຈາກປື້ມທີ່ມີກິ່ນອາຍດິນຕົມ. “ເພື່ອນເກົ່າ” ທ່ານ ບຸນສະຫວັດ ພົງດາລາ ຮອງຫົວໜ້າສູນທົດລອງແນວພັນພືດທີ່ດີຮ່ວມມື ລາວ-ຈີນ, ສະຖາບັນຄົ້ນຄ້ວາກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດລາວ ໄດ້ນໍາສະເໜີປຶ້ມ “ການປູກໝາກສາລີ”. ໃນພາບໜ້າຈໍ WeChat Moments ຂອງ “ຜູ້ຊ່ຽວຊານສາລີ” ສ່ວນຫຼາຍແມ່ນກ່ຽວກັບສາລີ, ມີການອອກດອກ, ການປະສົມເກສອນ, ການຕິດຊໍ່ດອກຕົວຜູ້ຂອງສາລີ... 8 ໃນ 10 ໂພສກ່ຽວຂ້ອງກັບສາລີ ເຮັດໃຫ້ໝູ່ເພື່ອນເວົ້າຫຼິ້ນໆວ່າ ເປັນປື້ມບັນທຶກປະຈໍາວັນການເພາະພັນສາລີ. ລາວໄດ້ໄປຮຽນຢູ່ຈີນໃນປີ 2011 ແລະ ໄດ້ນຳເອົາເຕັກນິກການເພາະພັນຂອງຈີນກັບຄືນສູ່ທົ່ງນາຂອງລາວ ເພື່ອໃຫ້ເມັດພັນທີ່ດີໄດ້ຝັງຮາກຢູ່ໃນດິນ ແລະ ຈຸດປະກາຍຄວາມຫວັງໃຫ້ແກ່ຊາວກະສິກອນ.

ທ່ານ ຫຼິວເຈີ້ນກົວ (Liu Zhenguo), ນັກຄົ້ນຄວ້າຂອງສະຖາບັນວິທະຍາສາດ ກະສິກຳແຂວງຢຸນນານ, ໄດ້ຢູ່ກັບໝາກໂມເປັນເວລາຫຼາຍກວ່າ 30 ປີ. ປື້ມທີ່ລາວຂຽນ ແລະ ອ່ານຫຼາຍທີ່ສຸດແມ່ນໝາກໂມ ແລະ ແຄນຕາລຸບ. “ເມື່ອໝາກໂມຫວານແລ້ວ, ວັນເວລາຂອງຊາວກະສິກອນກໍຈະຫວານ” ນີ້ແມ່ນຄວາມອົດທົນທີ່ລຽບງ່າຍທີ່ສຸດຂອງລາວ. ປັດຈຸບັນ, ອຸດສາຫະກຳໝາກໂມຂອງການຮ່ວມມື ລາວ-ຈີນໄດ້ຂ້າມຜ່ານຂໍ້ຈໍາກັດຂອງລະດູການ, ເຮັດໃຫ້ຄວາມຫວານຊື່ນໄດ້ຮັບການສະໜອງຕະຫຼອດປີ.

  

ທ່ານ ຄໍາຈັນ ບຸດວິໃນ ນາຍບ້ານ, ບ້ານຊໍ່ ເມືອງສັງທອງ, ນະຄອນຫຼວງວຽງຈັນ ຍັງຈື່ໄດ້ວ່າ ໃນປີ 2012 ແມ່ນມີແຕ່ຂີ້ຕົມ ແລະ ຍາກທີ່ຈະເດີນທາງໄດ້, ມີ 150 ຄອບຄົວ ດຳລົງຊີວິດຢ່າງແໜ້ນໜາ. ປີ 2015, ພາຍຫຼັງໂຄງການຊ່ວຍເຫຼືອຈີນ-ລາວສຳເລັດ, ບ້ານໄດ້ເພີ່ມພື້ນຖານໂຄງລ່າງໃໝ່ 9 ແຫ່ງຄື: ຂົວ, ຫ້ອງການບ້ານ, ສຸກສາລາ, ເສັ້ນທາງປູຢາງ, ໂຮງຮຽນ ແລະ ອື່ນໆ, ຂະແໜງການຫຍິບປັກຖັກແສ່ວ ກໍໄດ້ຮັບການຂະຫຍາຍຕົວ. ບາງຄົນໃນໝູ່ບ້ານໄດ້ຊື້ລົດ, ບາງຄົນໄດ້ຊື້ເຄື່ອງໃຊ້ໄຟຟ້າ ແລະ ຊີວິດ ຂອງທຸກໆຄົນກໍມີຄວາມຫວັງຫຼາຍຂຶ້ນເລື້ອຍໆ. ທ່ານ ນາງ ແວວຄໍາຊາວສວນເມືອງໄຊທານີ, ນະຄອນຫຼວງວຽງຈັນ ຢູ່ບ້ານທ່າດອກຄໍາ, ເມືອງໄຊທານີ, ຍາກທີ່ຈະລືໄດ້: ເຮືອນແກ້ວທີ່ທັນສະໄໝ ທີ່ຈີນຊ່ວຍເຫຼືອໃນປີ 2024 ໄດ້ທົດແທນເຕັ້ນແລະເຮືອນແກ້ວແບບເກົ່າແກ່ 23 ແຫ່ງ, ນັວິຊາການຈີນ-ລາວ ສອນຊາວບ້ານກ່ຽວກັບວິທີປູກຜັກໂດຍນໍາໃຊ້ເຕັກນິກວິທະຍາສາດ. ຕໍ່ມາ, ໝູ່ບ້ານໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ໃບໜ້າຂອງທຸກໆຄົນກໍມີຄວາມສົດໃສ. ຈາກປື້ມໄປຫາເມັດພືດ, ຈາກເຮືອນແກ້ວໄປຫາບ້ານ, ການຮ່ວມມືດ້ານກະສິກຳ ລະຫວ່າງຈີນ-ລາວ ໄດ້ຝັງຮາກເລິກ ໃນທົ່ງນາ ແລະ ນໍາພາຄວາມຫວານຊື່ນມາສູ່ຊີວິດ.

ໃນກິດຈະກໍາການອ່ານປື້ມ, ບາງຄົນນໍາເອົາປື້ມວິຊາການທີ່ອ່ານຈົນເກົ່າມາ, ບາງຄົນນໍາເອົາປື້ມຮູບພາບທີ່ເດັກນ້ອຍມັກມາ ແລະ ບາງຄົນນໍາເອົາປື້ມບັນທຶກທີ່ເຕັມໄປດ້ວຍຂໍ້ຄວາມມາພ້ອມ. ແຕ່ທ້າຍທີ່ສຸດແລ້ວ, ປື້ມທີ່ດີທີ່ສຸດແມ່ນຊີວິດປະຈຳວັນທີ່ອົບອຸ່ນຂອງປະຊາຊົນລາວ ແລະ ຈີນ ກຳລັງດຳລົງຊີວິດ - ໜ້າເຈ້ຍທີ່ບັນທຶກຮຸ່ງອາລຸນໃນຍາມເຊົ້າ ແລະ ຄ້ອຍຄໍ່າຍາມແລງທີ່ຖືກແສງສະຫວ່າງໂດຍຄວາມຮູ້, ເສັ້ນແຖວຂອງທົ່ງນາທີ່ຖືກປ່ຽນແປງໂດຍເຕັກໂນໂລຊີ ແລະ ເສັ້ນທາງທີ່ເຊື່ອມຕໍ່ກັນໂດຍການຮ່ວມມື...

ບັນນາທິການ: Yang Chunmei (ວິມົນ ຢາງ)

ປຶຶ້ມຊ່ວຍແສງສະຫວ່າງນໍາທາງ