ນາງ ຢາງ ຊຽວຮວາ ຜູແທນປະຊາຊົນທົ່ວປະເທດຈີນ– ຈາກ “ເວທີການສອນ” ສູ່ “ການກ່າວຄຳປາໄສເພື່ອປະຊາຊົນ”

2026-03-04 16:56:39

“ໃນຖານະທີ່ເປັນຜູ້ແທນປະຊາຊົນທົ່ວປະເທດຈີນ, ຂ້າພະເຈົ້າຮູ້ສຶກເຖິງກຽດສັກສີ ແລະ ຄວາມຮັບຜິດຊອບຢ່າງໜັກໜ່ວງໃນຕະຫຼອດ” : ນາງ ຢາງ ຊຽວຮວາທີ່ເປັນຜູ້ແທນປະຊາຊົນທົ່ວປະເທດຈີນ ແລະ ຄູສອນຂອງໂຮງຮຽນມັດທະຍົມຕອນຕົ້ນຢູລອງແຂວງຢຸນນານ ກ່າວ.

ນັບຕັ້ງແຕ່ກ້າວຂຶ້ນເວທີການສອນໃນປີ 2000, ອາຊີບການສຶກສາຂອງນາງຢາງ ຊຽວຮວາ ໄດ້ເຊື່ອມໂຍງຢ່າງໃກ້ຊິດກັບການພັດທະນາການສຶກສາໃນເຂດຊາຍແດນຂອງແຂວງຢຸນນານ. ຈາກໂຮງຮຽນຊົນນະບົດຈົນເຖິງໂຮງຮຽນມັດທະຍົມຕອນຕົ້ນລະດັບເມືອງ, ນາງໄດ້ອຸທິດຕົນເພື່ອການສອນມາດົນແລ້ວ. ຫຼັງຈາກໄດ້ຮັບເລືອກຕັ້ງເປັນຜູ້ແທນປະຊາຊົນທົ່ວປະເທດຈີນໃນປີ 2023, ນາງ ຢາງ ຊຽວຮວາ ໄດ້ຮັບຄວາມຮັບຜິດຊອບທີ່ໜັກໜ່ວງກວ່າເກົ່າ. ໃນຖານະທີ່ເປັນຕົວແທນຂອງວົງການສຶກສາ, ນາງໄດ້ສຸມໃສ່ຢ່າງຕໍ່ເນື່ອງກ່ຽວກັບອຸປະສັກ ແລະ ຄວາມຫຍຸ້ງຍາກໃນການພັດທະນາການສຶກສາໃນເຂດຊາຍແດນ, ປ່ຽນການສັງເກດການໃນຫ້ອງຮຽນຂອງຕົນໃຫ້ກາຍເປັນຄຳແນະນຳສຳ

ລັບການປະຕິບັດໜ້າທີ່ຂອງນາງ, ແລະ ນຳເອົາສຽງຂອງຊຸມຊົນຂັ້ນຮາກຖານໄປສູ່ສະພາປະຊາຊົນແຫ່ງຊາດ ແລະ ສະພາປຶກສາການເມືອງປະຊາຊົນຈີນ.

ນາງໄດ້ດຳເນີນການຄົ້ນຄວ້າຢ່າງເລິກເຊິ່ງໃນໂຮງຮຽນຊົນນະບົດຫ່າງໄກສອກຫຼີກແລະ ໄດ້ຍື່ນຂໍ້ສະເໜີທີ່ມີຫົວຂໍ້ວ່າ "ຄຳແນະນຳກ່ຽວກັບການເພີ່ມທະວີການສະໜັບສະໜູນການພັດທະນາການສຶກສາພາກບັງຄັບໃນເຂດຫ່າງໄກສອກຫຼີກ ແລະ ການສົ່ງເສີມການ

ພັດທະນາການສຶກສາພາກບັງຄັບທີ່ມີຄຸນນະພາບສູງ ແລະ ສົມດຸນ", ເຊິ່ງຊຸກຍູ້ການຈັດສັນຊັບພະຍາກອນດ້ານການສຶກສາໃຫ້ແກ່ເຂດຊົນນະບົດເຂດຊາຍແດນ. ດ້ວຍຄວາມກັງວົນກ່ຽວກັບການພັດທະນາທີມຄູ, ນາງໄດ້ສະເໜີໃຫ້ສ້າງຕັ້ງຖານຝຶກອົບຮົມຈັນຍາບັນຄູ ຈ່າງກຸ້ຍເໝີຍ ລະດັບຊາດ ເພື່ອສະໜອງເວທີການເຕີບໃຫຍ່ດ້ານວິຊາຊີບສຳລັບຄູໃນເຂດຊາຍແດນ. ເພື່ອຕອບສະໜອງຄວາມຕ້ອງການທາງສັງຄົມໃໝ່ທີ່ເກີດຈາກ "ນະໂຍບາຍລູກສອງຄົນທົ່ວໄປ", ນາງໄດ້ແນະນຳຢ່າງສະຫຼາດໃຫ້ເລັ່ງການພັດທະນາການບໍລິການດູແລເດັກໃນ

ເຂດຊົນເຜົ່າສ່ວນໜ້ອຍເຂດຊາຍແດນ. ນາງຍັງໄດ້ສະເໜີຄຳແນະນຳຢ່າງຕັ້ງໜ້າກ່ຽວກັບບັນຫາຕ່າງໆເຊັ່ນ: ສຸຂະພາບທາງຈິດຂອງໄວລຸ້ນ, ການຂົ່ມເຫັງໃນໂຮງຮຽນ, ແລະ ການປະກອບອາຊີບຫຼັງການຮຽນຈົບ. ແຕ່ລະຄຳແນະນຳແມ່ນສອດຄ່ອງກັບຄວາມຈິງຂອງການສຶກສາຢ່າງໃກ້ຊິດ, ແລະ ຄຳເວົ້າຂອງນາງມີຄວາມເປັນຫ່ວງຢ່າງເລິກເຊິ່ງຕໍ່ການເຕີບໃຫຍ່ຂອງຄົນລຸ້ນຕໍ່ໄປ. ຄຳແນະນຳເຫຼົ່ານີ້, ໂດຍອີງໃສ່ຄວາມຈິງຂອງການສຶກສາໃນເຂດຊາຍແດນ, ໄດ້ຮັບຄວາມສົນໃຈຢ່າງສູງຈາກກະຊວງສຶກສາທິການ ແລະ ພະແນກທີ່ກ່ຽວຂ້ອງອື່ນໆ, ກາຍເປັນຄຳແນະນຳທີ່ມີຄຸນຄ່າສຳລັບການສົ່ງເສີມການພັດທະນາການສຶກສາທີ່ມີຄຸນນະພາບສູງ.

ນາງຍັງໄດ້ຂະຫຍາຍຂອບເຂດໜ້າທີ່ຂອງຕົນໃຫ້ກວ້າງຂວາງຂຶ້ນເພື່ອລວມເອົາການພັດທະນາໂດຍລວມຂອງເຂດຊາຍແດນຂອງແຂວງຢຸນນານ, ໂດຍສຸມໃສ່ຂົງເຂດຕ່າງໆເຊັ່ນ: ຊີວິດການເປັນຢູ່ຂອງປະຊາຊົນ, ການຟື້ນຟູຊົນນະບົດ, ແລະ ການປົກປ້ອງລະບົບນິ

ເວດ. ໃນລະຫວ່າງການດຳລົງຕຳແໜ່ງຂອງຕົນ, ນາງໄດ້ເດີນທາງໄປທົ່ວເມືອງລີ້ຈ່ຽງ, ເຂົ້າໄປໃນຊຸມຊົນຮາກຖານຢ່າງເລິກເຊິ່ງເພື່ອຮັບຟັງຄວາມຕ້ອງການ ແລະ ຄວາມກັງວົນອັນຮີບດ່ວນຂອງປະຊາຊົນ, ໂດຍໄດ້ສົ່ງຄຳແນະນຳຫຼາຍກວ່າ 50 ຂໍ້. "ໃນເສັ້ນທາງໄປສູ່ການປະຕິບັດໜ້າທີ່ຂອງຂ້າພະເຈົ້າ, ສິ່ງທີ່ໜ້າຢ້ານກົວທີ່ສຸດບໍ່ແມ່ນຄວາມຫຍຸ້ງຍາກຂອງບັນຫາ, ແຕ່ເປັນການບໍ່ສົນໃຈຕໍ່ຄວາມຫຍຸ້ງຍາກຂອງປະຊາຊົນ," ນາງ ຢາງ ຊຽວຮວາ ກ່າວແບບນີ້, ແລະ ກໍໄດ້ເຮັດແບບນີ້.ຄຳແນະນຳຂອງນາງ "ກ່ຽວກັບບັນຫາເກມອອນໄລນ໌ທີ່ເປັນອັນຕະລາຍຕໍ່ຊາວໜຸ່ມ," ໄດ້ຖືກລວມເຂົ້າໃນບົດລາຍງານວຽກງານຂອງອົງການໄອຍະການປະຊາຊົນສູງສຸດປີ 2024; ຄຳແນະນຳຂອງນາງກ່ຽວກັບການສະໜັບສະໜູນການພັດທະນາເຂດຊົນເຜົ່າສ່ວນໜ້ອຍຊາຍແດນ ແລະ ການຊ່ວຍເຫຼືອໃນການກໍ່ສ້າງໂຄງການທ້ອງຖິ່ນທີ່ສຳຄັນໄດ້ຮັບຄຳຕິຊົມໃນທາງບວກ ແລະ ໄດ້ຖືກຈັດຕັ້ງປະຕິບັດ, ສົ່ງເສີມການພັດທະນາເຂດຊົນເຜົ່າສ່ວນໜ້ອຍຊາຍແດນຢ່າງມີປະສິດທິພາບ; ເມື່ອຮູ້ວ່າອຸດສາຫະກຳຢາພື້ນເມືອງຈີນໃນຕາແສງຫຼູຕຽນເມືອງຢູລອງກຳລັງປະສົບກັບພະຍາດ, ນາງໄດ້ຕິດຕໍ່ຫາທີມງານຜູ້ຊ່ຽວຊານໃນຕອນກາງຄືນເພື່ອອຳນວຍຄວາມສະດວກໃນການຟື້ນຟູອຸດສາຫະກຳທ້ອງຖິ່ນ, ໂດຍນຳໃຊ້ການປະພຶດຕົວຈິງມາແກ້ໄຂຄວາມຕ້ອງການອັນຮີບດ່ວນຂອງປະຊາຊົນ.

ນາງ ຢາງ ຊຽວຮວາ ຜູແທນປະຊາຊົນທົ່ວປະເທດຈີນ– ຈາກ “ເວທີການສອນ” ສູ່ “ການກ່າວຄຳປາໄສເພື່ອປະຊາຊົນ”