ປີ 2025, ການນຳເຂົ້າ ແລະ ສົ່ງອອກຂອງແຂວງຢຸນນານໄປຍັງອາຊຽນແມ່ນ 132,08 ຕື້ຢວນ

2026-02-03 13:22:17

ປີ 2025, ການນຳເຂົ້າ ແລະ ສົ່ງອອກຂອງແຂວງຢຸນນານໄປຍັງອາຊຽນແມ່ນ 132,08 ຕື້ຢວນ, ເພີ່ມຂຶ້ນ 20,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຂະໜາດການນຳເຂົ້າ ແລະ ສົ່ງອອກບັນລຸລະດັບສູງເປັນປະຫວັດການ.

ໃນໄລຍະ"ແຜນການ 5 ປີຄັ້ງທີ 14", ການນຳເຂົ້າ ແລະ ສົ່ງອອກຂອງແຂວງຢຸນນານບັນລຸ 1,39 ພັນຕື້ຢວນ, ເພີ່ມຂຶ້ນ 40,8% ເມື່ອທຽບໃສ່ໄລຍະດຽວກັນຂອງ"ແຜນການ 5 ປີຄັ້ງທີ 13". ປັດຈຸບັນ, ມີ 193 ປະເທດ ແລະ ເຂດແຄວ້ນທີ່ມີຄົບຫາໃນດ້ານການຄ້າກັບແຂວງຢຸນນານ,ໃນນັ້ນມິ 146 ປະເທດ ແລະ ເຂດແຄວ້ນໄດ້ບັນລຸການເຕີບໂຕໃນດ້ານການນຳເຂົ້າແລະສົ່ງອອກ.

ປີ 2025, ການນຳເຂົ້າ ແລະ ສົ່ງອອກສິນຄ້າຂອງແຂວງຢຸນນານມີ 273,74 ຕື້ຢວນ, ເພີ່ມຂຶ້ນ 10,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ການນຳເຂົ້າ ແລະ ສົ່ງອອກສິນຄ້າໄປຕາເວັນອອກກາງ, ອາເມລິກາລາຕິນ ແລະ ອາຟຣິກກາ ເພີ່ມຂຶ້ນ 3,7%, 51.1% ແລະ 75.6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ການສົ່ງອອກຜະລິດຕະພັນກະສິກຳມີ 19,79 ຕື້ຢວນ, ກວມເອົາ 21% ຂອງມູນຄ່າການສົ່ງອອກທັງໝົດ, ແລະ ຂະໜາດການສົ່ງອອກເປັນອັນດັບໜຶ່ງໃນເຂດພາກກາງແລະພາກຕາເວັນຕົກພາຍໃນ. ໃນນັ້ນ, ຂະໜາດການສົ່ງອອກດອກໄມ້ສົດແລະກາເຟເປັນອັນດັບໜຶ່ງໃນທົ່ວປະເທດ. ການສົ່ງອອກຜະລິດຕະພັນ "ສາມຕົວຢ່າງໃໝ່" ເຊັ່ນ: ຜະລິດຕະພັນພະລັງງານແສງແດດ ແລະ ແປເຕີຣີລີຕີແມ່ນ 3,35 ຕື້ຢວນ, ເພີ່ມຂຶ້ນ 1,4 ເທົ່າ.

ປີ 2025, ການນຳເຂົ້າ ແລະ ສົ່ງອອກຂອງແຂວງຢຸນນານໄປຍັງອາຊຽນແມ່ນ 132,08 ຕື້ຢວນ