ເຫັດຕີນແຮດຊຸດທຳອິດທີ່ປູກດ້ວຍຄົນຂອງນະຄອນເວີນຊານໄດ້ເຂົ້າສູ່ຕະຫຼາດ
ເມື່ອບໍ່ດົນມານີ້,ເຫັດຕີນແຮດຊຸດທຳອິດທີ່ປູກດ້ວຍຄົນຢູ່ບ້ານຫວາງລົງປາຕາແສງມ້າທາງນະຄອນເວີນຊານໄດ້ຖືກເກັບແລະໄດ້ເຂົ້າສູ່ຕະຫຼາດ.

ບໍລິສັດຂະແໜງການເຫັດຕ່ຽນເຈີນນະຄອນເວີນຊານໄດ້ສ້າງພື້ນຖານການປູກເຫັດດ້ວຍຄົນແລະໄດ້ສຳເລັດຜະລິດຢູ່ບ້ານຫວາງລົງປາໃນທ້າຍເດືອນທັນວາປີກາຍນີ້. ໃນວັນທີ 5 ມັງກອນປີນີ້, ເຫັດຕີນແຮດຊຸດທຳອິດທີ່ປູກດ້ວຍຄົນໄດ້ຖືກເກັບ. ຫຼັງຈາກການທົດສອບ, ຕົວຊີ້ວັດທັງໝົດເຫັດຕີນແຮດແມ່ນສອດຄ່ອງກັບມາດຕະຖານ, ສ່ວນໃຫຍ່ແມ່ນຂາຍໄປນະຄອນຄຸນໝິງ, ລາຄາຂາຍສົ່ງແມ່ນ 65 ຢວນຫາ 70 ຢວນຕໍ່ກິໂລ.
ເມື່ອປຽບທຽບກັບເຫັດຕີນແຮດຂອງປ່າ, ຜະລິດຕະພັນປູກດ້ວຍຄົນມີທ່າແຮງເຊັ່ນ:ບໍ່ມີສານພິດ, ບໍ່ມີຕາແມງໄມ້, ບໍ່ເນົ່າເປື່ອຍງ່າຍ, ແລະຄຸນນະພາບມີຄວາມໝັ້ນຄົງກວ່າເກົ່າ, ເຊິ່ງໄດ້ດຶງດູດຜູ້ຄ້າຂາຍອາຫານຈຳນວນຫຼາຍໃນນະຄອນເວີນຊານເພື່ອສັ່ງຊື້. ດ້ວຍການເກັບກ່ຽວເຫັດຕີນແຮດທີ່ຫຼົ່ນລົງໃໝ່ໃນທ້າຍເດືອນມັງກອນ, ຜົນຜະລິດປະຈຳວັນຂອງພື້ນຖານສາມາດບັນລຸ 500 ກິໂລ.