ບລັອກເກີຊາວອາຟຣິກາໃຕ້: ໂອກາດໃນການດຳລົງຊີວິດແບບຊ້າໆ

2026-03-24 15:33:21

ຢູ່ແຂວງຢຸນນານ ມີຍິງສາວຄົນໜຶ່ງຊື່ວ່າ ລີສ໌ ມາຈາກອາຟຣິກາໃຕ້. 7  ປີກ່ອນ,  ນາງໄດ້ຍ້າຍມາຢູ່ນະຄອນຄຸນໝິງຍ້ອນການປ່ຽນແປງວຽກງານ, ແລະ ບໍ່ຄາດຄິດວ່າການພົບພໍ້ຄັ້ງນີ້ຈະເຮັດໃຫ້ນາງຕັ້ງຖິ່ນຖານຢູ່ທີ່ນີ້ຕະຫຼອດໄປ. ນາງເອີ້ນແຂວງຢຸນນານເປັນ "ເມືອງທີ່ດີທີ່ສຸດໃນໂລກ" ແລະ ໄດ້ໃຊ້ກ້ອງຖ່າຍຮູບເພື່ອເລົ່າເລື່ອງຄວາມງາມຂອງທີ່ນີ້ໃຫ້ໂລກໄດ້ຮູ້.

ເມື່ອມາຮອດຄຸນໝິງໃນເບື້ອງຕົ້ນ, ດ້ວຍສະພາບອາກາດທີ່ຄືກັບລະດູໃບໄມ້ປົ່ງຕະຫຼອດປີ, ຈັງຫວະຊີວິດທີ່ສະຫງົບ, ແລະ ວັດທະນະທໍາພື້ນເມືອງທີ່ຫຼາກຫຼາຍສີສັນ, ໄດ້ເຮັດໃຫ້ນາງລີສ໌ ຕົກຫລຸມຮັກຕັ້ງແຕ່ປະສົບພົບພໍ້ໃນເທື່ອທຳອິດ. ແຕ່ເດີມນາງເປັນພຽງແຕ່ແຂກຜ່ານທາງ, ແຕ່ນາງຕັດສິນໃຈທີ່ຈະຢູ່ຕໍ່, ແລະຢູ່ທີ່ນີ້ເປັນເວລາ 7 ປີ.

ຈາກນັກທ່ອງທ່ຽວຈົນເຖິງຜູ້ປະກອບການ, ຢຸນນານໄດ້ໃຫ້ແຮງບັນດານໃຈຢ່າງຕໍ່ເນື່ອງແກ່ ນາງ ລີສ໌. 2 ປີກ່ອນ, ນາງໄດ້ສ້າງຕັ້ງບໍລິສັດສື່ມວນຊົນວັດທະນະທໍາຂອງຕົນເອງຢູ່ນະຄອນຄຸນໝິງ, ໂດຍໃຊ້ກ້ອງຖ່າຍຮູບເພື່ອບັນທຶກອາຫານຕາມຖະໜົນ, ຮີດຄອງປະເພນີຂອງຊົນເຜົ່າ ແລະ ເລື່ອງລາວມະນຸດທີ່ອົບອຸ່ນ, ເຊິ່ງໄດ້ເປີດປ່ອງຢ້ຽມໃຫ້ແກ່ຊາວເນັດຕ່າງປະເທດໄດ້ຮຽນຮູ້ກ່ຽວກັບຢຸນນານທີ່ແທ້ຈິງ.

ເມື່ອເວົ້າເຖິງປະສົບການການປະກອບການ, ນາງ ລີສ໌ ໄດ້ໃຊ້ຄໍາວ່າ "ລຽບງ່າຍ" ເພື່ອອະທິບາຍ - ສະພາບແວດລ້ອມທາງທຸລະກິດໃນທ້ອງຖິ່ນໄດ້ເຮັດໃຫ້ນາງຮູ້ສຶກປະຫຼາດໃຈຫຼາຍ. ແລະ ການເປີດນໍາໃຊ້ທາງລົດໄຟລາວ-ຈີນ, ການຈັດຕັ້ງປະຕິບັດນະໂຍບາຍຍົກເວັ້ນວີຊາ 240 ຊົ່ວໂມງສໍາລັບຜູ້ຜ່ານແດນ, ຍິ່ງໄດ້ສະໜອງພື້ນທີ່ກວ້າງຂວາງໃຫ້ແກ່ການສ້າງສັນຂອງນາງ. ການເດີນທາງດ້ວຍລົດໄຟໄປສິບສອງປັນນາ ເພື່ອຖ່າຍທໍາ, ປັດຈຸບັນໄດ້ກາຍເປັນກິດຈະວັດປະຈໍາວັນ.

ພາຍໃຕ້ບັນຊີຕ່າງປະເທດຂອງນາງ ລີສ໌, ແຟນໆເຕັມໄປດ້ວຍຄວາມປາຖະໜາຕໍ່ນາຂັ້ນໄດ ແລະ ພູຫິມະໃນຢຸນນານ, ແລະ ມີຄວາມສຸກກັບງານບຸນຊົນເຜົ່າ, ໝໍ້ໄຟເຫັດປ່າ. ດັ່ງທີ່ນາງໄດ້ກ່າວໄວ້, ຊາວຕ່າງປະເທດຈໍານວນຫຼາຍຍັງຮູ້ຈັກຢຸນນານໜ້ອຍຫຼາຍ, ແຕ່ເມື່ອພວກເຂົາມາຮອດທີ່ນີ້, ເກືອບທຸກຄົນຈະຕົກຫລຸມຮັກທີ່ນີ້.

"ຈັງຫວະຊ້າ" ແລະ "ຄວາມຝັນ" ແມ່ນຊີວິດຢູ່ໃນຢຸນນານໃນສາຍຕາຂອງນາງ ລີສ໌, ສ່ວນ "ໂອກາດ" ແມ່ນຈຸດເລີ່ມຕົ້ນຂອງການປະກອບອາຊີບຂອງນາງ. ປັດຈຸບັນ, ຊາວຕ່າງປະເທດຈໍານວນຫຼາຍທີ່ຄືກັບນາງ,  ໄດ້ພົບເຫັນຊີວິດ ແລະ ອາຊີບຂອງຕົນເອງໃນດິນແດນທີ່ເປີດກວ້າງ ແລະ ມີຄວາມທົນທານແຫ່ງນີ້.

ບລັອກເກີຊາວອາຟຣິກາໃຕ້: ໂອກາດໃນການດຳລົງຊີວິດແບບຊ້າໆ