ກອງປະຊຸມຄັ້ງທີ 4 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຊຸດທີ 14 ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງ

ກອງປະຊຸມຄັ້ງທີ 4 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຊຸດທີ 14 ໄດ້ໄຂຂຶ້ນຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງໃນຕອນບ່າຍວັນທີ 4 ມີນານີ້. ທ່ານ ສີຈິ້ນຜິງ ປະທານປະເທດຈີນ ພ້ອມດ້ວຍຜູ້ນໍາພັກ-ລັດຂອງຈີນທ່ານອື່ນໆໄດ້ເຂົ້າຮ່ວມພິທີໄຂກອງປະຊຸມດັ່ງກ່າວ.
ໃນກອງປະຊຸມທີ່ຈະດໍາເນີນເປັນເວລາ 7 ວັນ, ກໍາມະການສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຈາກ 34 ວົງການ ເຊັ່ນ: ເສດຖະກິດ, ວັດທະນະທໍາ, ການສຶກສາ, ຊັບພະຍາກອນ ແລະ ສິ່ງແວດລ້ອມ ເປັນຕົ້ນ ທັງໝົດ 2.078 ທ່ານຈະຮັບຟັງ ແລະ ຄົ້ນຄວ້າພິຈາລະນາບົດລາຍງານວຽກງານຂອງຄະນະປະຈໍາສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ແລະ ບົດລາຍງານກ່ຽວກັບວຽກງານດ້ານຍັດຕິຂອງກອງປະຊຸມ; ເຂົ້າຮ່ວມກອງປະຊຸມປະຈໍາປີຂອງສະພາປະຊາຊົນແຫ່ງຊາດຈີນເພື່ອຮັບຟັງບົດລາຍງານວຽກງານຂອງລັດຖະບານ ແລະ ບົດລາຍງານທີ່ກ່ຽວຂ້ອງອື່ນໆ ພ້ອມທັງປຶກສາຫາລືກ່ຽວກັບຮ່າງແຜນແມ່ບົດວ່າດ້ວຍການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15.
ສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນມີວາລະ 5 ປີຕໍ່ໜຶ່ງສະໄໝ ແລະ ຈັດກອງປະຊຸມຄົບຄະນະປີລະເທື່ອ.