ກອງປະຊຸມໃຫຍ່ຄັ້ງທີ 4 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 14 ຈະດຳເນີນເປັນເວລາ 8 ວັນ

ແຫຼ່ງຂ່າວ:CGTN   |    2026-03-05 10:10:33

ການຖະແຫຼງຂ່າວກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ 4 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 14 ໄດ້ຈັດຂຶ້ນຢູ່ຫໍສະພາປະຊາຊົນແຫ່ງຊາດຈີນທີ່ນະຄອນຫຼວງປັກກິ່ງໃນວັນທີ 4 ມີນານີ້. ທ່ານໂຫຼວສິນຈຽນ ໂຄສົກຂອງກອງປະຊຸມໃຫຍ່ໄດ້ຕອບຄຳຖາມຂອງນັກຂ່າວຈີນແລະຕ່າງປະເທດກ່ຽວກັບວາລະຂອງກອງປະຊຸມໃຫຍ່ແລະບັນຫາທີ່ກ່ຽວຂ້ອງກັບວຽກງານຂອງສະພາປະຊາຊົນແຫ່ງຊາດຈີນ.

ຄອນຫຼວງປັກກິ່ງໃນວັນທີ 4 ມີນານີ້. ທ່ານໂຫຼວສິນຈຽນ ໂຄສົກຂອງກອງປະຊຸມໃຫຍ່ໄດ້ຕອບຄຳຖາມຂອງນັກຂ່າວຈີນແລະຕ່າງປະເທດກ່ຽວກັບວາລະຂອງກອງປະຊຸມໃຫຍ່ແລະບັນຫາທີ່ກ່ຽວຂ້ອງກັບວຽກງານຂອງສະພາປະຊາຊົນແຫ່ງຊາດຈີນ.

ທ່ານໂຫຼວສິນຈຽນໃຫ້ຮູ້ວ່າ ກອງປະຊຸມໃຫຍ່ຄັ້ງທີ 4 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 14 ຈະຈັດຂຶ້ນໃນຕອນເຊົ້າວັນທີ 5 ມີນານີ້ແລະຈະອັດລົງໃນຕອນແລງວັນທີ 12 ມີນາ,ລວມໄລຍະເວລາປະຊຸມ 8 ມື້,ຈະຈັດວາງກອງ ປະຊຸມຄົບຄະນະທັງຫມົດ 3 ຄັ້ງ.ກອງປະຊຸມໃຫຍ່ມີວາລະປະຊຸມລວມທັງຫມົດ 11ລາຍການເຊິ່ງລວມທັງການຄົ້ນຄວ້າພິຈາລະນາບົດລາຍງານວຽກງານຂອງລັດຖະບານ,ສຳຫຼວດຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15 ແລະອື່ນໆ.

ໃນໄລຍະຈັດກອງປະຊຸມໃຫຍ່ຈະຈັດກອງປະຊຸມຖະແຫຼງຂ່າວ 3 ຄັ້ງທີ່ກວມເອົາ ຫົວຂໍ້ດ້ານເສດຖະກິດ,ຊີວິດການເປັນຢູ່ຂອງປະຊາຊົນແລະການຕ່າງປະເທດ,ຈະຈັດການສຳພາດຢູ່ບໍລິເວນໃຫ້ຂອງຜູ້ແທນ 3 ຄັ້ງຢູ່”ແລະເຂດໃຫ້ສຳພາດຂອງລັດຖະມົນຕີ 3 ຄັ້ງ

ກອງປະຊຸມໃຫຍ່ຄັ້ງທີ 4 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 14 ຈະດຳເນີນເປັນເວລາ 8 ວັນ