ເລື່ອງ​ລາວ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ກອງ​ປະ​ຊຸມ​ສອງ​ສະ​ພາ: “ການ​ພັດ​ທະ​ນາກ​ະ​ສິ​ກຳ​ຕ້ອງ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ແນວ​ພັນ​ພືດ​ໃຫ້​ດີ”

ແຫຼ່ງຂ່າວ:CGTN   |    2026-03-10 09:40:10

“ມື້​ນີ້​ໄດ້​ຂຶ້ນ​ໜ້າ​ຈໍ​ໂທ​ລະ​ພາບ​ແລ້ວ​ເນາະ! ຂ້າ​ພະ​ເຈົ້າ​ຈື່​ຊື່​ຂອງ​ສະ​ຫາຍ​ແລ້ວ.”

ໃນ​ໄລ​ຍະ​ກອງ​ປະ​ຊຸມ​ສອງ​ສະ​ພາຂອງ​ຈີນ​ປີ2026ນີ້, ມື້​ໜຶ່ງ, ຢູ່​ຫ້ອງ​ປະ​ຊຸມ​ການ​ພິ​ຈາ​ລະ​ນາ​ຂອງ​ຄະ​ນະ​​ຜູ້​ແທນ​ແຂວງ​ຈ່ຽງ​ຊູ​ໃນ​ກອງ​ປະ​ຊຸມ​ຄັ້ງ​ທີ 4 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່​ງ​ຊາດ​ຈີນຊຸດ​ທີ 14, ​ທ່ານ ກ່າວ​ເຕີ​ຢົງ ຜູ້ແທນ​ປະ​ຊາ​ຊົນ​ທີ່​ມາ​ຈາກ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ກະ​ສິ​ກຳ​ເຂດຫຼີ​ເຊ້ຍ​ເຫີ ​ແຂວງ​ຈ່ຽງ​ຊູ ພໍ​ເອີ່ຍ​ປາກຈະ​ປະ​ກອບ​ຄຳ​ເຫັນ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ກໍ​ໄດ້​ຈື່​ລາວ​ທັນ​ທີ ​ເລີຍ​ຖາມ​ດ້ວຍ​ຮອຍ​ຍີ້ມ​ແບບ​ນັ້ນ.

ໃນ​ການ​ໃຫ້​ສຳ​ພາດ​ລວມ​ໝູ່​ຂອງ​ຜູ້​ແທນ​ປະ​ຊາ​ຊານ​ຄັ້ງ​ທຳ​ອິດ ​ທີ່​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ມື້​ດຽວ​ກັນ, ທ່ານ ກ່າວ​ເຕີ​ຢົງ ໄດ້​ແບ່ງ​ປັນ​ເລື່ອງ​ລາວ​ຂອງ​ຕົນ​ກ່ຽວ​ກັບ​ການ​ຜ່ານຜ່າ​ຂອດ​ຍາກ​ເພື່ອ​ເພາະ​ພັນ​ເຂົ້າ​ຫວີດ​ໃນ​ຕະ​ຫຼອດ​ໄລ​ຍະ 30 ກວ່າ​ປີ​ຜ່ານ​ມາ. ລາວ​ເວົ້າ​ວ່າ: “ການ​ປັບ​ປຸງ​ແນວ​ພັນ​ພືດ​ໃຫ້​ມີ​ຄຸນ​ນະ​ພາບ​ດີ​ຂຶ້ນ​ແມ່ນ​ດຳ​ເນີນ​ຕະ​ຫຼອດ​ໄປ,​​ ເປົ້າ​ໝາຍ​ຂອງ​ພວກ​ເຮົາ​ບໍ່​ພຽງ​ແຕ່​ຢາກ​ ‘ກິນ​ອີ່ມ’ ​ເທົ່າ​ນັ້ນ, ຍິ່ງ​ຢາກ​ ‘ກິນ​ແນວດີ’ ແລະ​ ຍັງ​ຢາກ​ໃຫ້​ຊາວ​ນາ​ປູກ​ເຂົ້າ​ມີ​ຄວາມ​ຫວັງ​ນຳ​ອີກ.”

ຢູ່​ທີ່​ປະ​ຊຸມ​ການ​ພິ​ຈາ​ລະ​ນາ​ຂອງ​ຄະ​ນະ​ຜູ້​ແທນ​ແຂວງ​ຈ່ຽງ​ຊູ, ທ່ານ ກ່າວ​ເຕີ​ຢົງ ໄດ້​ລາຍ​ງານ​ໃຫ້​ທ່ານ ສີ​ຈິ້ນ​ຜິງ ຊາບ​ເຖິງ​ຄວາມ​ຄືບ​ໜ້າ​ດ້ານ​ການ​ບົ່ມ​ເພາະ​ແນວ​ພັນ​ ທີ່​ມີ​ຜົນ​ຜະ​ລິດ​ສູງ​ ແລະ​ ຕ້ານ​ສັດຕູພືດ. ທ່ານ ສີ​ຈິ້ນ​ຜິງ ຟັງ​ການ​ລາຍ​ງານ​ແລ້ວ​ໄດ້​ຊີ້​ນຳ​ວ່າ: “ອຸດ​ສາ​ຫະ​ກຳ​ແນວ​ພັນ​​ພືດແມ່ນ​ສຳ​ຄັນ​ທີ່​ສຸດ, ການ​ພັດ​ທະ​ນາ​ກະ​ສິ​ກຳ​ຕ້ອງ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ແນວ​ພັນ​ພືດ​ໃຫ້​ດີ.”

ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ​ເປັນ​ສິ່ງ​ສຳ​ຄັນ​ຂອງ​ຊາດ​ຈີນ, ແນ​ວ​ພັນ​ພືດ​ແມ່ນ​ພົວ​ພັນ​ເຖິງ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ​ຂ​ອງ​ຄົນ​ຈີນ. ທ່ານ ສີ​ຈິ້ນ​ຜິງ ເຄີຍ​ເນັ້ນ​ໜັກ​ວ່າ: “ຄວາມ​ທັນ​ສະ​ໄໝ​ດ້ານ​ກະ​ສິ​ກຳ, ແນວ​ພັນ​ພືດ​ເປັນ​ພື້ນ​ຖານ, ຕ້ອງ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ແນວ​ພັນ​ພືດ​ຂອງ​ຊາດ​ໃຫ້​ດີ, ຍົກ​ລະ​ດັບ​ຄວາມ​ໝັ້ນ​ຄົງ​ດ້ານ​ແຫຼ່ງ​ແນວ​ພັນ​ພືດ​ຂຶ້ນ​ເປັນ​ຍຸດ​ທະ​ສາດ​ທີ່​ຕິດ​ພັນ​ກັບ​ຄວາມ​ໝັ້ນ​ຄົງ​ຂອງ​ຊາດ.”

ໃນ​ເວ​ລາ​ເຂົ້າ​ຮ່ວມ​ການ​ປະ​ຊຸມ​ຫາ​ລື​ຮ່ວມ​ຂອງ​ສະ​ມາ​ຊິກວົງ​ການ​ຕ່າງໆ​ ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ ໃນກອງ​ປະ​ຊຸມ​ສອງ​ສະ​ພາ​ ປີ 2022, ​ທ່ານ ສີ​ຈິ້ນ​ຜິງ ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: “ທາງ​ອອກ​ພື້ນ​ຖານ​ໃນການ​ແກ້​ໄຂ​ບັນ​ຫາ​ເຂົ້າ​ກິນ​ແມ່ນ​ຢູ່​ນຳ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ. ຄວາມ​ໝັ້ນ​ຄົງ​ດ້ານ​ແຫຼ່ງ​ແນວ​ພັນ​ພືດ​ພົວ​ພັນ​ເຖິງ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ, ຕ້ອງ​ຕັດ​ສິນ​ໃຈຢ່າງ​ເດັດ​ດ່ຽວ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ແນວ​ພັນ​ພືດ​ຂອງ​ປະ​ເທດ​ເຮົາ​ໃຫ້​ດີ, ບັນ​ລຸ​ການ​ເພິ່ງ​ຕົນ​ເອງ​ ແລ​ະ​ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ທາງ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ ຂ​ອງ​ອຸດ​ສາ​ຫະ​ກຳ​ແນວ​ພັນ​ພືດ, ​ມີແຫຼ່ງແນວພັນພືດ​ທີ່ເປັນເຈົ້າຕົນເອງ ແລະ ສາມາດຄວບຄຸມໄດ້.”

  

ຫຼັງ​ຈາກ​ນັ້ນ​ເດືອນ​ປາຍ, ທ່ານ ສີ​ຈິ້ນ​ຜິງ ​ໄດ້​ເດີນ​ທາງ​ໄປ​ເຄື່ອນ​ໄຫວ​ຢ້ຽມ​ຢາມ​ຢູ່​ແຂວງ​ໄຫຫຼຳ, ບ່ອນ​ທຳ​ອິດ ​ເພິ່ນໄດ້ເດີນທາງໄປເຖິງຫ້ອງທົດລອງແນວພັນພືດອ່າວຢາໂຈ່ວ ທີ່ຕັ້ງຢູ່ເຂດນິຄົມວິທະຍາສາດເຕັກໂນໂລຊີອ່າວຢາໂຈ່ວ ຂອງນະຄອນຊ່ານຢ້າ.​ ທ່ານ​ກ່າວ​ວ່າ: “ຂ້າ​ພະ​ເຈົ້າ​ໄດ້​ເອົາ​ໃຈ​ໃສ່​ຕິດ​ຕາມ​​ສູນຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ດ້ານ​ການ​ບົ່ມເພາະ​ແນວ​ພັນ​ພືດ​ນານ​ຟານ​ແຫ່ງ​ຊາດ​ມາ​ໂດ​ຍ​ຕະ​ຫຼອດ, ຕ້ອງ​ເລັ່ງ​ຊຸກ​ຍູ້​ການ​ວາງ​ແຜນ​ຕາມ​ຫຼັກ​ວິ​ທະ​ຍາ​ສາດ ​ເພື່ອສ້າງ​ສູນ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ແຫ່ງ​ນີ້​ໃຫ້​ເປັນ “ເຂດ​ນິ​ຄົມ​ເຕັກ​ນິກ​ສູງ ຫຼື Silicon Valley ນານ​ຟານ” ເພື່ອ​ຮັບ​ໃຊ້​ທົ່ວ​ປະ​ເທດ.” “ສິ່ງ​ນີ້​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ຕໍ່​ການຫຼໍ່​ລ້ຽງ​ປະ​ຊາ​ຊາດ​ຈີນ.”

ຈີນ​ມີ​ປະ​ຊາ​ກອນ​ຫຼາຍກວ່າ 1,4 ຕື້ຄົນ, ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ​ຕ້ອງ​ຮັບ​ປະ​ກັນ​ດ້ວຍ​ຕົນ​ເອງ, ຖ້ວຍ​ເຂົ້າ​ຂອງ​ຄົນ​ຈີນ​ຄວນ​ໃສ່​ສະ​ບຽງ​ອາ​ຫານ​ທີ່​ຈີນ​ຜະ​ລິດ​ເອງ. ທ່ານ ສີ​ຈິ້ນ​ຜິງ ໄດ້​ຊີ້​ໃຫ້​ເຫັນ​ຢ່າງ​ເລິກ​ເຊິ່ງວ່າ: “ມີພຽງແຕ່ກຳເອົາແນວພັນພືດຈີນໄວ້ໃນມືຂອງຕົນໃຫ້ແໜ້ນ, ຈີນຈິ່ງຈະສາມາດຈັບຖ້ວຍເຂົ້າໃຫ້ແໜ້ນໄດ້, ຈິ່ງຈະສາມາດບັນລຸຄວາມໝັ້ນຄົງດ້ານສະບຽງອາຫານໄດ້.”

ປີ 2024, ພາຍ​ຫຼັງ​ກອ​ງ​ປະ​ຊຸມ​ສອງ​ສະ​ພາ​ຂອງ​ຈີນ​ຫາ​ກໍ່​​ອັດລົງ​ບໍ່​ດົນ, ທ່ານ ສີ​ຈິ້ນ​ຜິງ ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ແຂວງ​ຫູ​ໜານ ໂດຍ​ໄດ້​ໄປ​ເຖິງ​ເຂດ​ສາ​ທິດ​ກວມ​ລວມ​ການ​ຜະ​ລິດ​ທັນ​ຍາ​ຫານ​ຕາ​ແສງ​ເຊ້ເຈ່ຍ​ພູ້​ ນະ​ຄອນ​ສາງ​ເຕີ ທີ່ກວມ​ເນື້ອ​ທີ່​ປະ​ມາ​ນ ​700 ເຮັກ​ຕາ ​ເພື່ອ​ຮັບ​ຮູ້​ສະ​ພາບ​ການ​ຊຸກ​ຍູ້​ການ​ຫັນ​ເປັນ​ທັນ​ສະ​ໄໝ​ດ້ານ​ກະ​ສິ​ກຳ​ຢ່າງ​ມີ​ຄຸນ​ນະ​ພາບ​ສູງ​ຂອງ​ທ້ອງ​ຖິ່ນ​ດັ່ງ​ກ່າວ ພ້ອມ​ທັງ​ປຶກ​ສາ​ຫາ​ລື​ກັບ​ຊາວ​ກະ​ສິ​ກອນ​ຜູ້​ປູກ​ເຂົ້າ​ລາຍ​ໃຫຍ່, ນັກ​ວິ​ຊາ​ການ​ເຕັກ​ນິກ​ກະ​ສິ​ກຳ ແລະ ພະ​ນັກ​ງານ​ຂັ້ນ​ຮາກ​ຖານ​ ກ່ຽວ​ກັບ​ຕົ້ນ​ທຶນ ​ແລະ ​ຜົນ​ຜະ​ລິດ​ທັນ​ຍາ​ຫານ.

 

ທ່ານ ​ສີ​ຈິ້ນ​ຜິງ​ ເນັ້ນ​ໜັກ​ວ່າ: “ຕ້ອງ​ສ້າງ​ດິນ​ນາ​ທີ່​ມີມາດ​ຕະ​ຖານ​ສູງ, ຊຸກ​ຍູ້​ການ​ດຳ​ເນີນ​ທຸ​ລະ​ກິດ​ໃນ​ຂະ​ໜາດ​ອັນ​ເໝາະ​ສົມ, ເພີ່ມ​ທະ​ວີ​ການ​ສະ​ໜັບ​ສະ​ໜູນ​ດ້ານ​ນະ​ໂຍ​ບາຍ​ແລະ​ ການ​ນຳ​ພາ​ດ້ວຍການ​ສາ​ທິດ, ເພີ່ມ​ຄວາມ​ແຮງ​ໃນ​ການ​ເຜີຍ​ແຜ່​ແນ​ວ​ພັນ​ດີ, ກົນ​ຈັກ​ກະ​ສິ​ກຳ​ທີ່​ທັນ​ສະ​ໄໝ​ ແລະ​ ວິ​ທີ​ການ​ປູກ​ຝັງ​ຕາມ​ລັກ​ວິ​ທະ​ຍາ​ສາດ, ສຸມ​ຄວາມ​ພະ​ຍາ​ຍາມ​ເຂົ້າ​ໃນ​ການ​ປູກ​ຝັງ​ຢ່າງ​ລະ​ອຽດ, ຍົກ​ສູງ​ສະ​ມັດ​ຕະ​ພາບ ​ແລະ ​ຄຸນ​ນະ​ພາບ​ຂອງ​ພືດ​ພັນ​ທັນ​ຍາ​ຫານ​ຕື່ມ​ອີກ, ເຮັດ​ໃຫ້​ການ​ປູກ​ພືດ​ພັນ​ທັນ​ຍາ​ຫານ​ ກໍ​ສາ​ມາດ​ສ້າງ​ຄວາມ​ຮັ່ງ​ມີ​ໄດ້​ເຊັ່ນ​ກັນ, ເພື່ອ​ດຶງ​ດູດ​ໃຫ້​ຊາວ​ກະ​ສິ​ກອນ​ມີ​ສ່ວນ​ຮ່ວມ​ ໃນ​ການ​ພັດ​ທະ​ນາ​ກະ​ສິ​ກຳ​ທັນ​ສະ​ໄໝ​ໃຫ້​ຫຼາຍ​ຂຶ້ນ, ເດີນ​ຕາມ​ເສັ້ນ​ທາງ​ຫັນ​ເປັນ​ທັນ​ສະ​ໄໝດ້ານ​ກະ​ສິ​ກຳ​ ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ຢ່າງ​ໜັກ​ແໜ້ນ”.

ໃນ​ໄລ​ຍະ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັ​ງ​ຄົມ​ແຫ່ງ​ຊາດ 5 ປີ ​ຄັ້ງ​ທີ 14, ຈີນ​ໄດ້​ຊຸກ​ຍູ້​ຂະ​ບວນ​ການຍົກ​ສູງ​ຂີດ​ຄວາມ​ສາ​ມາດ​ການ​ຜະ​ລິດ​ສະ​ບຽງ​ອາ​ຫານ 50 ລ້ານ​ໂຕນ​ຮອບ​ໃໝ່​ຢ່າງ​ໜັກ​ແໜ້ນ, ອອກ​ແຮງ​ຊຸກ​ຍູ້​ການ​ສ້າງ​ດິນ​ນາ​ທີ່​ມີມາດ​ຕະ​ຖານ​ສູງ, ລົງ​ເລິກ​ປະ​ຕິ​ບັດ​ການ​ເຄື່ອນ​ໄຫວ ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ແນວ​ພັນ​ພືດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ, ຍົກ​ສູງ​ຄວາມ​ສາ​ມາດ​​ສັງ​ລວມ​ແຫ່ງການ​ຜະ​ລິດ​ສະ​ບຽງ​ອາ​ຫານ​ຢ່າງ​ຕໍ່​ເນື່ອງ. ​ປີ 2025 ຜົນ​ຜະ​ລິດ​ພັນ​ຍາ​ຫານ​ຂອງ​ທົ່ວ​ປະ​ເທດ​ຈີນ ​ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ອີກ​ຄັ້ງ​​ເປັນປະ​ຫວັດ​ສາດ ​ໂດຍ​ສາ​ມາດ​ບັນ​ລຸຫຼາຍກວ່າ 700 ລ້ານ​ໂຕນຢ່າງ​ໝັ້ນ​ທ່ຽງ​ ເປັນ​ເວ​ລາ​ສອງ​ປີ​ຕິດ​ຕໍ່​ກັນ. ຈີນ​ໄດ້​ສຳ​ເລັດ​ການ​ສຳ​ຫຼວດ​ຊັບ​ພະ​ຍາ​ກອນ​ພັນ​ທຸ​ກຳ​​ຂອງຂະ​ແໜງ​ກະ​ສິ​ກຳ​ໃນ​ທົ່ວ​ປະ​ເທດ​ ທີ່​ມີ​ຂະ​ໜາດ​ໃຫຍ່​ທີ່​ສຸດ ​ແລະ ​ປົກ​ຄຸມ​ຂອບ​ເຂດກວ້າງ​ຂວາງ​ທີ່​ສຸດ ​ນັບ​ແຕ່​ປະ​ເທດ​ຈີນ​ໃໝ່​ສະ​ຖາ​ປະ​ນາ​ຂຶ້ນ​ເປັນ​ຕົ້ນ​ມາ, ພ້ອມ​ທັງ​ໄດ້​ສ້າງ​ຄັງ​ຊັບ​ພະ​ຍາ​ກອນ​ພັນ​ທຸ​ກຳ​ແຫ່ງ​ຊາດ​ ລະ​ດັບ​ແຖວ​ໜ້າ​ໃນ​ສາ​ກົນ​ຈຳ​ນວນສາມ​ແຫ່ງ​ຄື ​ພືດ​ກະ​ສິ​ກຳ, ສັດ​ລ້ຽງ​ ແລະ ຂະ​ແໜງ​ການ​ປະ​ມົງ​ທາງ​ທະ​ເລ, ​ຍອດປະ​ລິ​ມານ​ສະ​ສົມ​ຊັບ​ພະ​ຍາ​ກອນ​ພັນ​ທຸ​ກຳ​ ໄດ້​ຂຶ້ນ​ຄອງ​ອັນ​ດັບ​ໜຶ່ງ​ຂອງ​ໂລກ.

ປີ 2026 ເປັນ​ປີ​ທຳ​ອິດ​ຂອງ​ການ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັ​ງ​ຄົມ​ແຫ່ງ​ຊາດ5 ປີ​ ຄັ້ງ​ທີ 15 (2026-2030) ຂອງ​ຈີນ, ການ​ພັດ​ທະ​ນາ​ວຽກ​ງານ​ກ່ຽວ​ກັບຊົນ​ນະ​ບົດ ​ກະ​ສິ​ກຳ ແລະ ຊາວ​ກະ​ສິ​ກອນ​ໃຫ້​ດີ ​ແມ່ນ​ມີ​ຄວາມ​ສຳ​ຄັນ​ຫຼາຍ​ທີ່​ສຸດ. ເອ​ກະ​ສານ​ໝາຍ​ເລກ​ໜຶ່ງ​ຂອງ​ສູນ​ກາງຈີນ​ປີ​ນີ້​ໄດ້​ກຳ​ນົດ​ຢ່າງ​ຈະ​ແຈ້ງວ່າ: ລົງ​ເລິກ​ປະ​ຕິ​ບັດ​ຂະ​ບວນ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ແນວ​ພັນ​ພືດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ, ເລັ່ງ​ຄັດ​ເລືອກ,​ ບົ່ມ​ເພາະ ແລະ ​ເຜີຍ​ແຜ່ແນວ​ພັນ​ພືດ​ທີ່​ມີ​ລັກ​ສະ​ນະ​ບຸ​ກທະ​ລຸ, ຊຸກ​ຍູ້​ການ​ບົ່ມ​ເພາະ​ແນວ​ພັນ​ຊີ​ວະ​ພາບ​ໃຫ້​ຫັນ​ເປັນ​ອຸດ​ສາ​ຫະ​ກຳ.

ຄື​ດັ່ງ​ທີ່ທ່ານ ສີ​ຈິ້ນ​ຜິງ ໄດ້​ເນັ້ນ​ໜັກວ່າ: “ມີພຽງແຕ່ກຳເອົາແນວພັນພືດຈີນໄວ້ໃນມືຂອງຕົນໃຫ້ແໜ້ນ, ຈີນຈິ່ງຈະສາມາດຈັບຖ້ວຍເຂົ້າໃຫ້ແໜ້ນໄດ້, ຈິ່ງຈະສາມາດບັນລຸຄວາມໝັ້ນຄົງດ້ານສະບຽງອາຫານໄດ້.”

ແຫຼ່ງ​ຂ່າວ​ຈາກ: CGTN

ເລື່ອງ​ລາວ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ກອງ​ປະ​ຊຸມ​ສອງ​ສະ​ພາ: “ການ​ພັດ​ທະ​ນາກ​ະ​ສິ​ກຳ​ຕ້ອງ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ແນວ​ພັນ​ພືດ​ໃຫ້​ດີ”