ສະຫຼອງບຸນຫົດນໍ້າຢູ່ສິບສອງພັນນາ
ລະຫວ່າງ ວັນທີ 13 ຫາ 15 ເມສານີ້, ບຸນປີໃໝ່ປີ 1387 ຕາມປະຕິທິນເຜົ່າລື້ຂອງກິ່ງແຂວງປົກຄອງຕົນເອງເຜົ່າລື້ ສິບສອງພັນນາ ແຂວງຢຸນນານ ໄດ້ໝູນວຽນມາເຖິງ, ກິດຈະກຳ “ຮ່ວມຫົດນ້ຳສິລິມຸງຄຸນໃນແມ່ນ້ຳສາຍດຽວກັນ” ໄດ້ຈັດຂຶ້ນໃນໄລຍະດຽວກັນ ໂດຍມີຊາວໜຸ່ມຈາກຈີນ, ລາວ, ໄທ, ກຳປູເຈຍ ແລະ ຫວຽດນາມ ໄດ້ຮ່ວມກັນສະເຫຼີມສະຫຼອງບຸນຫົດນ້ຳ ທີ່ເປັນບຸນປະເພນີຂອງເຜົ່າລື້, ສຳຜັດກັບວັດທະນະທຳທີ່ມີເອກະລັກພິເສດຂອງເຜົ່າລື້ ແລະ ຜູກມິດສຳພັນນຳກັນ.
ຜູກມິດສຳພັນໃນການສະຫຼອງບຸນຫົດນ້ຳຢູ່ສິບສອງພັນນາ
ເມື່ອເຮືອໄຟແຫ່ງຄວາມຫວັງໄດ້ໄຫຼລອຍຕາມແມ່ນ້ຳລ້ານຊ້າງ, ສຽງເພງຂອງຊາວໜຸ່ມປະເທດຕ່າງໆໄດ້ດັງກ້ອງກັງວານທົ່ວທ້ອງຟ້າ, ມິດຕະພາບລະຫວ່າງຊາວໜຸ່ມປະເທດຕ່າງໆ ໄດ້ຮັດແໜ້ນຂຶ້ນຕື່ມອີກ ທ່າມກາງສຽງເວົ້າສຽງຢອກກັນ ທີ່ມ່ວນຊື່ນ.
ທ້າວ ຊຸນປຽວ ນັກຮ້ອງເຜົ່າລື້ ໄດ້ນຳພາຊາວໜຸ່ມປະເທດຕ່າງໆ ໄຫຼເຮືອໄຟ ແລະ ຟ້ອນລຳຮ່ວມກັນ, ໄດ້ສື່ສານກັນດ້ວຍສຽງດົນຕີ. ທ້າວ ຊຸນປຽວ ກ່າວວ່າ: “ດົນຕີ ແລະ ຮອຍຍິ້ມ ເປັນວິທີສື່ສານກັນທີ່ດີທີ່ສຸດ. ພວກເຮົາໄດ້ຝາກຄວາມຫວັງທີ່ດີງາມໄປນຳເຮືອໄຟທຸກລໍາ ແລະ ຫົດນ້ຳໃສ່ກັນດ້ວຍຄວາມອວຍພອນທີ່ຈິງໃຈ.” ລາວກ່າວຕື່ມວ່າ: ວັດທະນະທຳທີ່ມີເອກະລັກພິເສດຂອງຊົນເຜົ່າເຊັ່ນ: ແບບຟ້ອນນົກຍູງເຜົ່າລື້, ຄ້ອງບັ້ງຕີນຊ້າງ ແລະ ອື່ນໆ ລ້ວນແຕ່ແມ່ນຂອງຂວັນທີ່ສິບສອງພັນນາ ມອບໃຫ້ເພື່ອນມິດແມ່ນ້ຳຂອງ, ສ່ວນດົນຕີ “ເຕັ້ນລຳເຜົ່າລື້” ທີ່ຊາວໜຸ່ມເຜົ່າລື້ມັກນັ້ນ ແມ່ນໄດ້ພັດທະນາມາຈາກດົນຕີເອກເລັກໂທນຂອງກຳປູເຈຍ, ວັດທະນະທຳແບບຄ້າຍຄືກັນນີ້ ເຮັດໃຫ້ຊາວໜຸ່ມປະເທດຕ່າງໆມີຄວາມຮູ້ສຶກໃກ້ຊິດກັນຫຼາຍ.
ນາງ ລິວຕານໂຣ ນັກສຶກສາລາວ ໄດ້ສະຫຼອງບຸນຫົດນ້ຳຢູ່ຈີນ ເປັນຄັ້ງທຳອິດ, ແຕ່ກໍມີຄວາມຮູ້ສຶກອົບອຸ່ນຫຼາຍ. ນາງ ເວົ້າວ່າ: “ບັນຍາກາດແບບນີ້ເຮັດໃຫ້ນ້ອງຄິດຮອດບຸນຫົດນ້ຳຢູ່ລາວ, ເໝືອນດັ່ງໄດ້ກັບໄປສະຫຼອງບຸນຢູ່ບ້ານ.” ນາງ ເຜິງສຽວຜິງ ນັກສຶກສາກຳປູເຈຍ ມີຄວາມຮູ້ສຶກເລິກເຊິ່ງຕໍ່ຊຸດເຜົ່າລື້ ແລະ ປັດໄຈອາຊີຕາເວັນອອກສ່ຽງໃຕ້ຢູ່ສິບສອງພັນນາ. ນາງເວົ້າວ່າ: “ປັດໄຈບ້າງ, ເຮືອນຊານ ແລະ ລົດຊາດເຜັດໆຮ້ອນໆຂອງອາຫານລື້ ເຮັດໃຫ້ນ້ອງຮູ້ສຶກວ່າໄດ້ກັບໄປເຖິງບ້ານເກີດທີ່ຢູ່ກຳປູເຈຍແລ້ວ.”
ນາງ ນັກສຶກສາ ຫຽດນາມ ໄດ້ຄົ້ນພົບສາຍພົວພັນ ລະຫວ່າງ ວັດທະນະທຳຈີນ-ຫວຽດນາມ ຈາກວັດທະນະທຳຊາຜູເອີ. ນາງເວົ້າວ່າ: “ຫວຽດນາມ ກໍມີປະຫວັດສາດປູກຊາມາຫຼາຍປີແລ້ວ ແລະ ມີສາຍພົວພັນທີ່ແໜ້ນແຟ້ນກັບວັດທະນະທຳຊາຂອງຈີນ.”
ແຕ່ກ່ອນ, ນາງ ນັກຮ້ອງໄທຮູ້ສຶກວ່າ: ບຸນຫົດນ້ຳຢູ່ຈີນໄດ້ຫົດນ້ຳແບບ “ອ່ອນໂຍນ ແລະ ສຸພາບ”, ແຕ່ພາຍຫຼັງໄດ້ສະຫຼອງບຸນຫົດນ້ຳຢູ່ຈີນແລ້ວ, ຄວາມເຫັນຂອງນາງໄດ້ປ່ຽນເລີຍ. ນາງເວົ້າວ່າ: “ຄວາມຄຶກຄື້ນມ່ວນຊື່ນຢູ່ນີ້ ຈະບໍ່ດ້ອຍບັນຍາກາດໃນບຸນສົງການຂອງໄທຈັກດີ້!” ນາງຍັງພົບເຫັນວ່າ: ພາສາໄທ ແລະ ພາສາລື້ຄ້າຍຄືກັນ, ນາງສາມາດລົມກັບເຈົ້າຂອງຮ້ານເຜົ່າລື້ດ້ວຍພາສາໄທ ໄດ້ຢ່າງສະບາຍ. ນາງ ເວົ້າວ່າ: “ພາສາຄ້າຍຄືກັນແບບນີ້ ເຮັດໃຫ້ນ້ອງຫຼົງເຊື່ອວ່າ ໄດ້ເລາະຫຼິ້ນຢູ່ຕາມຮ້ານຢູ່ແຖວໃກ້ບ້ານຕົນ.”
ນາງ ກ່າວຕື່ມວ່າ: “ດົນຕີບໍ່ມີພົມແດນ ເຊິ່ງສາມາດເຮັດໃຫ້ຄົນທັງຫຼາຍຈາກຊົນເຜົ່າຕ່າງໆຜູກມິດສຳພັນກັນ. ເທື່ອນີ້, ນ້ອງໄດ້ຮ້ອງເພງ “ບິນຮ່ວມກັນ” ສະບັບພາສາໄທ ແລະ ພາສາຈີນ ຢູ່ສິບສອງພັນນາ. ນ້ອງຮູ້ສຶກວ່າ ວັດທະນະທຳຈີນ ແລະ ໄທ ໄດ້ເຊື່ອມໂຍງເຂົ້າກັນໄດ້ແໜ້ນແຟ້ນກວ່າເກົ່າໃນເພງນີ້.”
ມຸ່ງໜ້າໄປສູ່ຊີວິດທີ່ດີງາມໃນອະນາຄົດ
ນະໂຍບາຍສ້າງຜົນປະໂຫຍດເຊິ່ງກັນ ແລະ ກັນ ລະຫວ່າງບັນດາປະເທດຕາມລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ເລັ່ງລັດການແລກປ່ຽນ ແລະ ຮ່ວມມືກັນ ລະຫວ່າງ ຊາວໜຸ່ມປະເທດຕ່າງໆ. ເຮັດໃຫ້ການເດີນທາງລະຫວ່າງປະເທດ ເໝືອນດັ່ງການຢ້ຽມຢາມພີ່ນ້ອງທີ່ຢູ່ບ້ານໃກ້ເຮືອນຄຽງ, ຊາວໜຸ່ມທັງຫຼາຍ ຮູ້ສຶກມີຄວາມສະດວກສະບາຍທີ່ສຸດ ຍ້ອນນະໂຍບາຍດັ່ງກ່າວ. ນາງ ເຜິງສຽວຜິງ ກ່າວວ່າ: “ປັດຈຸບັນ, ຖ້າເຊື້ອເຊີນເພື່ອນມິດກຳປູເຈຍ ເດີນທາງມາຈີນ ແມ່ນມີຄວາມສະດວກສະບາຍທີ່ສຸດ! ໃນບຸນຫົດນ້ຳປີນີ້, ຂ້າພະເຈົ້າຮູ້ສຶກວ່າ ມີບັນຍາກາດມື້ບຸນທີ່ຕ່າງກັບກຳປູເຈຍ, ນ້ອງຈະຊັກຊວນເພື່ອນມິດຂອງຕົນ ມາຫຼິ້ນຢຸນນານນຳກັນໃນມື້ໜ້າ.”
ນາງ ກໍເວົ້າວ່າ: ຄຽງຄູ່ກັບຈີນ ໄດ້ຫຼຸດຜ່ອນຄວາມຈຳກັດດ້ານວີຊາ ຕໍ່ບັນດາປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ຈະມີຊາວຫວຽດນາມ ມາທ່ຽວແຂວງຢຸນນານ ນັບມື້ນັບຫຼາຍຂຶ້ນ. ນາງເວົ້າວ່າ: “ນະໂຍບາຍຍົກເວັ້ນວີຊາ ໄດ້ອຳນວຍຄວາມສະດວກໃຫ້ແກ່ການມາທ່ຽວຢຸນນານ.”
ການພັດທະນາຂອງເຕັກນິກດີຈີຕອນ ແລະ ເຄືອຂ່າຍຄົມມະນາຄົມ ໄດ້ເຮັດໃຫ້ການໄປມາຫາສູ່ກັນໃນເຂດລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ນັບມື້ນັບມີຄວາມສະດວກສະບາຍ. ເສັ້ນທາງລົດໄຟ ລາວ-ຈີນ ແລະ ເສັ້ນທາງອື່ນໆ ໄດ້ອຳນວຍຄວາມສະດວກ ໃຫ້ແກ່ການມາຮຽນຢູ່ຈີນ ແລະ ການປະກອບອາຊີບຂອງປະຊາຊົນລາວ.
ນາງ ໄດ້ຕີລາຄາສູງ ຕໍ່ເສັ້ນທາງລົດໄຟ ລາວ-ຈີນວ່າ: “ຖ້າຂີ້ລົດໄຟຈາກຄຸນໝິງເຖິງສິບສອງພັນນາ, ແມ່ນໃຊ້ເວລາພຽງ 3 ຊົ່ວໂມງເທົ່ານັ້ນ, ເຮົາກໍສາມາດຂີ່ລົດໄຟຈາກສິບສອງພັນນາກັບເມືອປະເທດລາວ ໂດຍຜ່ານເສັ້ນທາງລົດໄຟສາຍນີ້.” ໃນຖານະເປັນນັກສຶກສາຕ່າງປະເທດຮຽນວິຊາການສຶກສາພາສາຈີນ,ນາງ ຢາກເປັນ “ທູດສົ່ງເສີມການພົວພັນຫວຽດນາມ-ຈີນ” ຢູ່ຈີນ. ນາງເວົ້າວ່າ: “ການພົວພັນຫວຽດນາມ-ຈີນ ດີຫຼາຍ, ໂອກາດປະກອບອາຊີບກໍມີຫຼາຍ, ນ້ອງຢາກໃຫ້ຊາວຫວຽດນາມ ນັບມື້ນັບຫຼາຍຮັບຮູ້ປະຫວັດສາດ ແລະ ວັດທະນະທຳຂອງຈີນ.”
ນາງຫວັງວ່າ ໃນອະນາຄົດ, ຈະສາມາດສ້າງເຄືອຂ່າຍຈໍລະຈອນສິນຄ້າຂ້າມຊາຍແດນລະຫວ່າງບັນດາປະເທດຕາມລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງເພື່ອຂາຍໝາກມ່ວງແຫ້ງຂອງກຳປູເຈຍໃຫ້ລູກຄ້າຈີນ ໂດຍຜ່ານລະບົບໄລສົດ ແລະ ທຸລະກິດເອເລັກໂຕຣນິກ.
ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໄດ້ລ້ຽງດູປະຊາຊົນບັນດາປະເທດຕາມລ່ອງແມ່ນ້ຳ, ປະຊາຊົນບັນດາປະເທດ ບໍ່ພຽງແຕ່ໄດ້ຊົມໃຊ້ຊັບພະຍາກອນນ້ຳຮ່ວມກັນເທົ່ານັ້ນ, ແຕ່ກໍຍັງມີຄວາມປາຖະໜາຮ່ວມ ທີ່ມຸ່ງໜ້າໄປສູ່ຊີວິດທີ່ດີງາມໃນອະນາຄົດ.
ແຫຼ່ງຂ່າວ: ໜັງສືພິມລາຍວັນຢຸນນານ