7 ວັນ 6 ຄືນ ຢູ່ເຂດປະສົບໄພແຜ່ນດິນໄຫວຂອງມຽນມາ

ແຫຼ່ງຂ່າວ:ຂ່າວສານ ຢຸນນານ-ຈີນ   |    2025-04-18 10:52:41

ເວ​ລາປະ​ມານ 14 ໂມງ 50 ນາ​ທີ​ ຂອງວັນ​ທີ 6 ເມສາ 2025, ໜ່ວຍ​​ງານແພດ​ຊ່ວຍ​ເຫຼືອ​​ຢຸນ​ນານ​ແຫ່ງ ສປ ຈີນ ​ທັງ​ໝົດ 37 ຄົນ ໄດ້​ສຳ​ເລັດ​ໜ້າ​ທີ່​ຊ່ວຍ​ເຫຼືອ​ໄພ​ແຜ່ນ​ດິນ​ໄຫວ ​ຢູ່​ມຽນ​ມາ ແລະ ເດີນ​ທາງ​ຈາກ​ນະ​ຄອນ​ຢາງ​ກຸງ​ຂອງ​ມຽນ​ມາ ກັບ​ຄືນ​ນະ​ຄອນ​ຄຸນ​ໝິງ​ ແຂວງຢຸນນານ.

ວັນ​ທີ 28 ມີ​ນາ​ຜ່ານ​ມາ, ມຽນ​ມາ ​ເກີດ​ໄພ​ແຜ່ນ​ດິນ​ໄຫວ​ ຂະ​ໜາດ 7,9 ຣິກ​ເຕີ ເຊິ່ງ​ເຮັດ​ໃຫ້​ທົ່ວ​ໂລກ​ເອົາ​ໃຈ​ໃສ່​ຢ່າງກວ້າງ​ຂວາງ. ເວ​ລາ​ປະ​ມານ 7 ໂມງ​ຂອງວັນ​ທີ 29 ມີ​ນາ​ຜ່ານ​ມາ, ໜ່ວຍ​ງານແພດ​ຊ່ວຍ​ເຫຼືອ​ຢຸນ​ນານ​ ຈີນ ​ໄດ້​ເດີນ​ທາງ​ໄປ​ເຖິງ​ນະ​ຄອນ​ຢາງ​ກຸງ​ຂອງ​ມຽນ​ມາ ເຊິ່ງ​ເປັນ​ໜ່ວຍ​ງານ​ຊ່ວຍ​ເຫຼືອ​ສາ​ກົນ​ໜ່ວຍ​ທຳ​ອິດ ​ທີ່​ເດີນ​ທາງ​ໄປ​ເຖິງ​ມຽນ​ມາ. ເວ​ລາ 18 ໂມງ 30 ນາ​ທີ​ຂອງ​ມື້​ດຽວ​ກັນ ໂດຍ​ຜ່ານ​ຈາກ​ການ​ເດີນ​ທາງ​ເປັນ​ເວ​ລາ 9 ຊົ່ງ​ໂມງ​ປາຍ, ໜ່ວຍງານ​ແພດຊ່ວຍ​ເຫຼືອ​ຢຸນ​ນານ ​ຈີນ ​ໄດ້​ເດີນ​ທາງ​ຈາກ​ນະ​ຄອນ​ຢາງ​ກຸງ​ ໄປ​ເຖິງ​ນະ​ຄອນຫຼວງ​ເນ​ປີ​ດໍ​ຂອງ​ມຽນ​ມາ ແລະ ດຳ​ເນີນ​ການ​ຊ່ວຍ​ເຫຼືອ​ຮ່ວມ​ກັບ​ກຳ​ລັງ​ຊ່ວຍ​ເຫຼືອ​ທ້ອງ​ຖິ່ນ​ໃນ​ທັນ​ທີ. ຕ​ະຫຼອດ​ເວ​ລາ 7 ວັນ 6 ຄືນ​ ຢູ່​ເຂດ​ປະ​ສົບ​ໄພ​ພິບັດ​ແຜ່ນ​ດິນ​ໄຫວ, ໜ່ວຍ​ງານ​ແພດ​ຊ່ວຍ​ເຫຼືອ​ດັ່ງ​ກ່າວ ​ໄດ້​ຍາດແຍງ​ທຸກ​ເວ​ລາ​ນາ​ທີ ເພື່ອ​ກອບ​ກູ້​ຊ່ວຍ​ເຫຼືອປະ​ຊາ​ຊົນ​ຜູ້​ປະ​ສົບ​ໄພ.


ຍາດແຍ່ງ​ທຸກ​ເວ​ລາ​ນາ​ທີ ເພື່ອ​ກອບ​ກູ້​ຊ່ວຍ​ເຫຼືອປະ​ຊາ​ຊົນຜູ້​ປະ​ສົບ​ໄພ

“ຕ້ອງ​ຍາດ​ທຸກ​ເວ​ລາ​ນາ​ທີກອບ​ກູ້​ຊ່ວຍ​ເຫຼືອຜູ້​ປະ​ສົບ​ໄພ, ພວກ​ເຮົາ​ ຈະ​ບໍ່​ຕ້ອງ​ການ​ພັກ​ຜ່ອນ!” ພາຍຫຼັງ​ເດີນ​ທາງ​ໄປ​ເຖິງ​ນະ​ຄອນຫຼວງ​ເນ​ປີ​ດໍ​ແລ້ວ, ໜ່ວຍງານ​ແພດ​ຊ່ວຍ​ເຫຼືອ​ຢຸນ​ນານ ​ຈີນ ​ໄດ້​ດຳ​ເນີນ​ການ​ຊ່ວຍ​ເຫຼືອ​ຢູ່​ໂຮງ​ໝໍໂອ​ດາ​ລາ​ຕີ​ລີ​ ຂອງ​ນະ​ຄອນຫຼວງ​ເນ​ປີ​ດໍ​ ໃນ​ທັນ​ທີ. ສະ​ມາ​ຊິກ​ທຸກ​ຄົນ​ລ້ວນ​ແຕ່​ຍາດ​ເວ​ນາ​ໄປ​ກອບ​ກູ້​ຊ່ວຍ​ເຫຼືອ​ຜູ້​ປະສົບ​ໄພ​ ທີ່​ຄ້າງ​ຢູ່​ກ້ອງ​ຊາກ​ອາ​ຄານ​ຂອງ​ໂຮງ​ໝໍຈົນ​ສຸດ​ຄວາມ​ສາ​ມາດ.

ເວ​ລາ 4 ໂມງ 56 ນາ​ທີ​ຂອງວັນ​ທີ 30 ມີ​ນາ​ ຜ່ານ​ມາ, ພາຍຫຼັງ​ໄດ້​ຂຸດ​ຄົ້ນ​ຢ່າງ​ລະ​ອຽດ​ເປັນ​ເວ​ລາ​ເກືອບ 4 ຊົ່ວ​ໂມງ, ໜ່ວຍ​ງານ​ແພດ​ຊ່ວຍ​ເຫຼືອ​ຢຸນ​ນານ​ ຈີນ​ ໄດ້​ກອບ​ກູ້​ຊ່ວຍ​ເຫຼືອ​​ແມ່ເຖົ້າ​ຄົນ​ໜຶ່ງ ທີ່​ຖືກ​ຄ້າງ​ຢູ່​ກ້ອງ​ຊາກ​ອາ​ຄານ​ຂອງ​ໂຮງ​ໝໍ.

ນີ້​ແມ່ນ​ປະ​ຊາ​ຊົນ​ຜູ້​ປະ​ສົບ​ໄພ​ຜູ້​ທຳ​ອິດ ທີ່​​ໄດ້​ຮັບ​ການກອບ​ກູ້​ຊ່ວ​ຍ​ເຫຼືອ​ຈາກໜ່ວຍ​ງານ​ແພດ​ຊ່ວຍ​ເຫຼືອ​ຢຸນ​ນານ ​ຈີນ.​ ແມ່ເຖົ້າ​ຄົນ​ນີ້​ ຖືກ​ຕົກຄ້າງ​ຢູ່​ກ້ອງ​ຊາກ​ອາ​ຄານ​ເກືອບ 40 ຊົ່ວ​ໂມງ. ພາຍຫຼັງ​ແມ່​ເຖົ້າຄົນ​ນີ້​ ຖືກກອບ​ກູ້​ອອກ​ມາ, ໜ່ວຍ​ງານ​ແພດໄດ້​ສົ່ງ​ເພິ່ນ ເຂົ້າ​ໄປ​ປິ່ນປົວຢູ່​ໃນ​ລົດ​ພະ​ຍາ​ບານ, ທຸກ​ຄົນ​ລ້ວນ​ແຕ່​ຕື່ນ​ເຕັ້ນ​ດີ​ໃຈ​ນຳ.

ນະ​ຄອນຫຼວງ​ເນ​ປີ​ດໍ​ຂອງມ​ຽນ​ມາ​ ມີ​ປະ​ຊາ​ກອນ​ປະ​ມານ 1,29 ລ້ານ​ຄົນ ເຊິ່ງ​ໄດ້​ປ​ະ​ສົບ​ໄພ​ແຜ່ນ​ດິນ​ໄຫວ​ຢ່າງ​ໜັກ​ໜ່ວງ. ຢູ່​ໂຮງ​ໝໍ​ໂອ​ດາ​ລາ​ຕີ​ລີ, ຕຶກ 3 ຊັ້ນ​ ຖືກ​ທຳ​ລາຍ​ຢ່າງ​ໜັກ​ໜ່ວງ, ຢູ່ຊັ້ນ​ໜຶ່ງຫຍຸບ​ຫຼາຍ​ບ່ອນ, ເຮັດ​ໃຫ້ຫຼາຍ​ຄົນ​ຖືກ​ຝັງ​ຢູ່​ກ້ອງ​ຊາກ​ອາ​ຄານ. ໜ່ວຍ​ງານ​ແພດ​ຊ່ວຍ​ເຫຼືອ​ໄດ້​ຄົ້ນ​ພົບ​ແມ່​ເຖົ້າ​ຄົນ​ນີ້​ຢູ່​ກ້ອງ​ຊາກ​ອາ​ຄານ ດ້ວຍ​ເຄື່ອງ​ແທກ​ຊີ​ວິດ.

ຕະຫຼອດ​ເວ​ລາ 7 ວັນ 6 ຄືນ​ຢູ່​ນະ​ຄອນຫຼວງ​ເນ​ປີ​ດໍ​ຂອງ​ມຽນ​ມາ, ໜ່ວຍ​ງານ​ແພດ​ຊ່ວຍ​ເຫຼືອ​ຢຸນ​ນານ​ ຈີນ​ ໄດ້​​ຍາດ​ທຸກ​ເວ​ລາ​ນາ​ທີ ເພື່ອດຳ​ເນີນ​ການກອບກູ້​ຊ່ວຍ​ເຫຼືອ​ທັງ​ເວັນ​ທັງ​ຄືນ. ເໝືອນ​ດັ່ງ​ຄຳ​ເວົ້າ​ຂອງ​ທ່ານ​ມູ​ຊູ​ຢວນ (Mu Shuyuan) ຫົວ​ໜ້າ​ໜ່ວຍ​ງານ​ແພດຊ່ວຍ​ເຫຼືອ​ຢຸນນານ​ ຈີນ ​ວ່າ: “ເຖິງ​ຈະມີຄວາມ​ຫວັງພຽງ 1% ກໍ​ຕາມ, ແຕ່​ພວກ​ເຮົາ​ ກໍ​ຈະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ 100%. ນີ້​ແມ່ນ​ນ້ຳ​ໃຈ​ຊ່ວຍ​ເຫຼືອ ທີ່​ພວກ​ເຮົາຢຶດໝັ້ນ​ມາ​ໂດຍ​ຕະຫຼອດ.”

  


ກອບ​ກູ້​ຊ່ວຍ​ເຫຼືອ​ ໃນ​ທຸກວິ​ນາ​ທີ

ໃນ​ຂະ​ນະ​ທີ່​ ໜ່ວຍ​ງານ​ແພດ​ຊ່ວຍ​ເຫຼືອ​ຄົ້ນ​ຫາ​ຊີ​ວິດ​ໃນ​ທຸກ​ເວ​ລາ​ນາ​ທີ, ວຽກ​ງານກອບ​ກູ້​ຊ່ວຍ​ເຫຼືອ​ທາງ​ການ​ແພດ ແລະ ການ​ປ້ອງ​ກັນ​ຄວບ​ຄຸມ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ ຫຼັງ​ໄພ​ພິ​ບັດ ກໍ​ເປັນ​ໜ້າ​ທີ່​ຮີບດ່ວນ​ທີ່​ສຸດ.

ຕອນ​ເຊົ້າ​ວັນ​ທີ 31 ມີ​ນາ​ຜ່ານ​ມາ, ຄົນ​ເຈັບ ແລະ ປະ​ຊາ​ຊົນ​ຜູ້​ປະ​ສົບ​ໄພ​ ໄດ້​ຮັບ​ການ​ປິ່ນ​ປົວຢູ່​ໃນ​ເຕັ້ນ​ທີ່​ກາງ​ຂຶ້ນຊົ່ວ​ຄາວ​ ຢູ່​ຕາມ​ເດີ່ນ​ຈອດ​ລົດ​ຂອງ​ໂຮງ​ໝໍ​ພັນ​ຕຽງ. ສະ​ມາ​ຊິກ​ໜ່ວຍ​ງານ​ແພດ​ຊ່ວຍ​ເຫຼືອ​ຢຸນ​ນານ​ໄດ້​ເຮັດ​ວຽກ​ຢ່າງ​ຂ້ຽວ​ຂາດ​ຢູ່​ແຫ່ງ​ນີ້.

ນັບ​ແຕ່​ເກີດ​ໄພ​ແຜ່ນ​ດິນ​ໄຫວ​ເປັນ​ຕົ້ນ​ມາ, ອຸນ​ຫະ​ພູມຢູ່ມຽນ​ມາ​ ໄດ້​ສູງ​ເຖິງ 40 ອົງ​ສາ​ ເປັນເວລາຫຼາຍ​ມື້​ຕິດ​ຕໍ່​ກັນ ເຊິ່ງ​ເຮັດ​ໃຫ້​ວຽກ​ງານປ້ອງ​ກັນ​ ແລະ​ ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ ຫຼັງ​ໄພ​ພິ​ບັດ ປະ​ເຊີນ​ໜ້າ​ກັບ​ສະ​ພາບ​ການ​ທີ່​ຂ້ຽວ​ຂາດ​ທີ່​ສຸດ. ເພື່ອ​ຮັບ​ປະ​ກັນ​ເງື່ອນ​ໄຂ​ພື້ນ​ຖານ​ຂອງ​ອົງ​ການ​ແພດ​ທ້ອງ​ຖິ່ນ, ຕອນ​ເຊົ້າ​ວັນ​ທີ 31 ມີ​ນາ​ຜ່ານ​ມາ, ໜ່ວຍ​ງານ​ແພດ​ຊ່ວຍ​ເຫຼືອ​ຢຸນ​ນານ​ຈີນ​ໄດ້​ດຳ​ເນີນ​ການກວດ​ກາ​ຄຸນ​ນະ​ພາບນ້ຳ​ກິນ ແລະ ນ້ຳ​ໃຊ້​ສຸກ​ເສີນ ​ຂອງ​ໂຮງ​ໝໍ​ພັນ​ຕຽງ ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃນ​ດ້ານ​ການ​ໃຊ້​ນ້ຳ.

ເພື່ອຫຼຸດ​ຜ່ອນຄວາມ​ສ່ຽງ​ດ້ານ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດຫຼັງ​ໄພ​ແຜ່ນ​ດິນ​ໄຫວ, ຕອນ​ເຊົ້າ​ວັນ​ທີ 1 ເມ​ສາ​ນີ້, ໜ່ວຍ​ງານ​ແພດ​ຊ່ວຍ​ເຫຼືອ​ຢຸນ​ນານ​ ຈີນ ​ໄດ້​ເດີນ​ທາງ​ໄປ​ຈຸດ​ຈັດ​ສັນ​ຢູ່​ໂຮງ​ໝໍ​ 50 ຕຽງ ແລະ ສະ​ໜາມ​ບານຈາ​ບູ​ດີ​ເຣດ​ນາ​ຂອງ​ນະ​ຄອນຫຼວງ​ເນ​ປີ​ດໍ ເພື່ອກວດ​ກາ ​ແຫຼ່ງ​ນ້ຳ ແລະ ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ດ້ານ​ນ້ຳ​ກິນ.

ຢູ່​ໂຮງ​ໝໍ 50 ຕຽງ, ສະ​ມາ​ຊິກ​ໜ່ວຍ​ງານ​ແພດ​ ທັງ​ໄດ້​ກວດ​ກາ​ຄຸ​ນນະ​ພາບນ້ຳ, ທັງແຈ້ງເຕືອນ ໃຫ້​ຄົນ​ທັງຫຼາຍ​ຄວນ​ເອົາ​ໃຈ​ໃສ່​ຄວາມ​ປອດ​ໄພ​ດ້ານ​ອາ​ຫານ​ການ​ກິນ ແລະ ນ້ຳ. ຖ້າ​ມີ​ຄົນ​ປະ​ກົດ​ມີ​ອາ​ການຖອກທ້ອງ, ຄີງ​ຮ້ອນ ແລະ​ອື່ນໆ, ຕ້ອງ​ລາຍ​ງານ ແລະ ແກ້​ໄຂ​ໃນ​ທັນ​ທີ, ພ້ອມ​ທັງ​ປ້ອ​ງ​ກັນ​ບໍ່​ໃຫ້ຍູງ​ກັດ ຫຼື ວິນ​ແດດ.

ທ່ານໝໍ ທຸນ​ຕິງ ຜູ້​ຮັບ​ຜິດ​ຊອບ​ສູນ​ປ້ອງ​ກັນ ​ແລະ​ ຄວບ​ຄຸມ​ພະ​ຍາດ​ມຽນ​ມາ​ບອກ​ນັກ​ຂ່າວ​ວ່າ: ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ການ​ຊ່ວຍ​ເຫຼືອ​ຂອງ​ຈີນ. ພວກ​ທ່ານ​ ໄດ້​ເດີນ​ທາງ​ມາ​ຊ່ວຍ​ເຫຼືອ​ມຽນ​ມາ​ ຢ່າງ​ທັນ​ການ ເຊິ່ງ​ໄດ້​ເຮັດ​ໃຫ້​ເງື່ອນ​ໄຂ​ການ​ຊ່ວຍ​ເຫຼືອ ແລະ ປິ່ນ​ປົວ​ພະ​ຍາດ ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ.

 

 

ຈົ່ງ​ສືບ​ທອດ​ ມິດ​ຕະ​ພາບຕະຫຼອດ​ໄປ

ວັນ​ທີ 3 ເມ​ສາ​ນີ້, ໜ່ວຍ​ງານ​ແພດ​ຊ່ວຍ​ເຫຼືອ​ຢຸນ​ນານ​ຈີນ, ອົງ​ການ​ດັບ​ເພີງ​ແຫ່ງ​ຊາດ​ມຽນ​ມາ ແລະ ກຳ​ລັງ​ການ​ຊ່ວຍ​ເຫຼືອ​ສຸກ​ເສີນ​ທ້ອງ​ຖິ່ນ​ມຽນ​ມາ ໄດ້​ແລກ​ປ່ຽນ​ເຕັກ​ນິກ​ຊ່ວຍ​ເຫຼືອ​ໃນ​ເວ​ລາ​ເກີດ​ໄພ​ແຜ່ນ​ດິນ​ໄຫວ, ທ່ານ ​ອູ​ບີ​ພິວ​ອູ ເຈົ້າ​ໜ້າ​ທີ່​ອົງ​ການ​ດັບ​ເພີງ​ແຫ່ງ​ຊາດ​ມຽນ​ມາ ກ່າວ​ວ່າ: ພວກ​ເຮົາ​ ຮູ້​ສຶກ​ພາກ​ພູມ​ໃຈ ແລະ ດີ​ໃຈ​ທີ່​ສຸດ ທີ່​ໄດ້​ກອບ​ກູ້​ຊ່ວຍ​ເຫຼືອ​ແມ່​ເຖົ້າ​ຄົນ​ນັ້ນ​ອອກ​ມາ.

ກ່ອນ​ໜ້າ​ນີ້, ໜ່ວຍ​ງານ​ແພດ​ຊ່ວຍ​ເຫຼືອ​ຢຸນ​ນານ​ຈີນ, ອົງ​ການ​ດັບ​ເພີງ​ແຫ່ງ​ຊາດ​ມຽນ​ມາ ແລະ ກຳ​ລັງ​ການ​ຊ່ວຍ​ເຫຼືອ​ສຸກເສີນ​ທ້ອງ​ຖິ່ນ​ມຽນ​ມາ ໄດ້​ຮ່ວມກັນ​ກອບ​ກູ້​ຊ່ວຍ​ເຫຼືອ​ແມ່​ເຖົ້າ​ຄົນ​ໜຶ່ງ ທີ່​ຖືກ​ຄ້າງ​ຢູ່​ກ້ອງ​ຊາກ​ອາ​ຄານ​ ​ໄພ​ແຜ່ນ​ດິນ​ໄຫວ​ອອກມາ.ປັດ​ຈຸ​ບັນ, ສະ​ມາ​ຊິກ​ໜ່ວຍ​ງານ​ຊ່ວຍ​ເຫຼືອ​ຂອງ​ຈີນ ແລະ ມຽນ​ມາ​ໄດ້​ຈັບ​ມື​ກັນ ແລະ ຮ່ວມກັນໃຫ້ຄຳ​ໝັ້ນ​ສັນ​ຍາ​ຮ່ວມ​ຂອງວິ​ລະ​ພົນ​ຂອງ​ຈີນ ແລະ ມຽນ​ມາ ທີ່​ໄດ້​ຮ່ວມ​ກັນ​ເຝົ້າ​ຮັກ​ສາ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ຢ່າງ​ສຸດ​ຂີດ.

ທ່ານ​ ອູ​ບີ​ພິວ​ອູ ​ກ່າວ​ວ່າ: ໃນ​ການ​ຊ່ວຍ​ເຫຼືອ, ໜ່ວຍ​ງານ​ຊ່ວຍ​ເຫຼືອ​ຈີນ ແລະ ມຽນ​ມາ​ ໄດ້​ນຳ​ໃຊ້​ອຸ​ປະ​ກອນ​ທັນ​ສະ​ໄໝ​ຮ່ວມ​ກັນ ເຊິ່ງ​ເຮັດ​ໃຫ້​ຕົນ​ໄດ້​ສຳ​ຜັດ​ກັບ​ກຳ​ລັງ​ວັງ​ຊາ​ຂອງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ ໃນ​ການ​ຊ່ວຍ​ເຫຼືອ​ໄພ. ໃນ​ການ​ແລກ​ປ່ຽນ​ຄວາມ​ເຫັນ, ທ່ານ​ ອູ​ມິວ ຫົວ​ໜ້າ​ອົງ​ການ​ດັບ​ເພີງ​ແຫ່ງ​ຊາດ​ມຽນ​ມາ ໄດ້​ຈັບ​ມື​ສະ​ແດງ​ຄວາມ​ຂອບ​ໃຈ​ ຕໍ່​ສະ​ມາ​ຊິກ​ໜ່ວຍ​ງານ​ແພດ​ຊ່ວຍ​ເຫຼືອ​ຢຸນ​ນານ​ ຈີນ ແລະ ກ່າວ​ວ່າ: ເລີ່​ແຕ່​ມື້​ທຳ​ອິດ​ ທີ່​​ໜ່ວຍ​ງານ​ແພດ​ຊ່ວຍ​ເຫຼືອ​ຢຸນ​ນານ​ຈີນ​ ເດີນ​ທາງ​ມາ​ເຖິງ​ນະ​ຄອນຫຼວງ​ເນ​ປີ​ດໍ, ພວກ​ທ່ານ​ ກໍ​ໄດ້​ເຂົ້າ​ຮ່ວມ​ວຽກ​ງານກອບ​ກູ້​ຊ່ວຍ​ເຫຼືອ​ໃນ​ທຸກ​ເວ​ລາ. ພວກ​ເຮົາ ​ຂໍ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ ຕໍ່​ພວກ​ ທ່ານ ທີ່​ໄດ້​ເດີນ​ທາງ​ມາ​ຊ່ວຍ​ເຫຼືອ​ມຽນ​ມາ!

ສະ​ມາ​ຊິກ​ໜ່ວຍ​ງານ​ແພດ​ຈີນ ກ່າວວ່າ: ພວກ​ເຮົາ​ ພຽງ​ແຕ່​ໄດ້​ເຮັດ​ເລື່ອງ​ທີ່​ເຮົາ​ຄວນ​ເຮັດ, ຈະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ ເພື່ອ​ຊ່ວຍ​ເຫຼືອ​ມຽນ​ມາ. ຫວັງ​ວ່າ, ຜ່ານ​ຈາກ​ການ​ແລກ​ປ່ຽນ​ເຊິ່ງ​ກັນ​ແລະ ​ກັນ ເພື່ອ​ຍົກ​ລະ​ດັບ​ຂອງ​ພວກ​ເຮົາ​ ໃຫ້​ສູງ​ຂຶ້ນ ແລະ ສືບ​ທອດ​ມິດ​ຕະ​ພາບ​ ລະ​ຫວ່າງ​ ສອງ​ຝ່າຍ​ຕະຫຼອດ​ໄປ.

ບົດໂດຍ: Zhang Yinglin ນັກຂ່າວສູນການສື່ສານສາກົນພາກພື້ນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ແຂວງຢຸນນານ

7 ວັນ 6 ຄືນ ຢູ່ເຂດປະສົບໄພແຜ່ນດິນໄຫວຂອງມຽນມາ