ເຄື່ອງໃຊ້ອັດສະລິຍະທີ່ສາມາດປ້ອງກັນສຸຂະພາບເຈົ້າຂອງ
ຫວ່າງມໍ່ໆມານີ້, ທ່ານ ເຫຼີຍໄຫສາວ (Lei Haichao) ຫົວໜ້າຄະນະກຳມະການສາທາລະນະສຸກແຫ່ງຊາດຈີນ ສະເໜີວ່າ: ຈະຈັດຕັ້ງປະຕິບັດແຜນປະຕິບັດງານ “ປີຄຸ້ມຄອງນ້ຳໜັກ” ຢ່າງຕໍ່ເນື່ອງ ເຊິ່ງເປັນພາກສ່ວນສຳຄັນຂອງ “ແຜນປະຕິບັດງານຂອງຈີນເພື່ອສຸຂະພາບ” ທີ່ເລີ່ມຂຶ້ນໃນປີ 2019 ໂດຍສົ່ງເສີມການເພີ່ມທະວີແບບແຜນດຳລົງຊີວິດທີ່ດີ ແລະ ທຸກຄົນຈະເປັນຜູ້ຮັບຜິດຊອບອັນດັບໜຶ່ງຕໍ່ສຸຂະພາບຂອງຕົນ ເຊິ່ງໄດ້ດຶງດູດຄວາມສົນໃຈຈາກຄົນທັງຫຼາຍ.
ໃນຊຸມປີຜ່ານມາ, ຄຽງຄູ່ກັບການຈັດຕັ້ງປະຕິບັດ “ແຜນປະຕິບັດງານຂອງຈີນເພື່ອສຸຂະພາບ”, ຄົນທັງຫຼາຍມີຄວາມຕ້ອງການ “ການຮັກສາສຸຂະພາບຢ່າງເປັນເຈົ້າການ” ຫຼາຍກວ່າເກົ່າ, ການປະຍຸກໃຊ້ຜະລິດຕະພັນປັນຍາປະດິດດ້ານການແພດເພີ່ມຂຶ້ນ, ເຄື່ອງໃຊ້ທີ່ໄດ້ຕິດຕັ້ງອຸປະກອນອັດສະລິຍະ ໄດ້ຖືກນຳໃຊ້ຢ່າງກວ້າງຂວາງ ໃນຊີວິດປະຈຳວັນຂອງຄົນທັງຫຼາຍ ເຊິ່ງໄດ້ອຳນວຍຄວາມສະດວກ ແລະ ການສຳຜັດໃໝ່ໃຫ້ແກ່ຜູ້ຊົມໃຊ້ທັງຫຼາຍ. ສ່ວນຕະຫຼາດເຄື່ອງໃຊ້ທີ່ໄດ້ຕິດຕັ້ງອຸປະກອນອັດສະລິຍະ ກໍໄດ້ພັດທະນາຢ່າງວ່ອງໄວ ເຊິ່ງໄດ້ກາຍເປັນໜຶ່ງໃນຕະຫຼາດວິທະຍາສາດ-ເຕັກໂນໂລຊີສູງ ແລະ ໃໝ່ ທີ່ເຕີບໂຕໄວທີ່ສຸດຂອງທົ່ວໂລກ.
ເຄື່ອງໃຊ້ອັດສະລິຍະ ຖືກນຳໃຊ້ໃນຊີວິດປະຈຳວັນ
ເຄື່ອງໃຊ້ທີ່ເປັນອຸປະກອນອັດສະລິຍະ ລວມທັງໂມງອັດສະລິຍະ, ແວ່ນຕາອັດສະລິຍະ ແລະ ເຄື່ອງນຸ່ງອັດສະລິຍະເຫຼົ່ານີ້ ເປັນຕົ້ນ ເຊິ່ງສາມາດສຳຜັດ, ບັນທຶກ, ວິໄຈ, ດັດສົມຄວບຄຸມ, ແຊກແຊງ ຈົນເຖິງຂັ້ນປິ່ນປົວພະຍາດ ຫຼື ຮັກສາສຸຂະພາບ ພາຍໃຕ້ການສະໜັບສະໜູຂອງຊອບແວ. ໃນຖານະເປັນຜະລິດຕະພັນທີ່ເກີດໃນສະໄໝ ທີ່ມີວິທະຍາສາດ-ເຕັກໂນໂລຊີຫຼາຍຢ່າງເຊັ່ນ: ອິນເຕີເນັດຊັບພະສິ່ງ ແລະ ຂໍ້ມູນໃຫຍ່ ໄດ້ພັດທະນາແບບເຊື່ອມໂຍງເຂົ້າກັນ, ເຄື່ອງໃຊ້ອັດສະລິຍະ ໄດ້ກາຍເປັນພາກສ່ວນໜຶ່ງທີ່ຂາດບໍ່ໄດ້ ໃນຊີວິດປະຈຳວັນຂອງຄົນທັງຫຼາຍເທື່ອລະກ້າວ.
ເວລາ 6 ໂມງເຊົ້າ, ຢູ່ສູນອອກກຳລັງກາຍໃນເຂດຊຸມຊົນຮຸຍລົງກ້ວນ ເມືອງຊາງຜິງ ນະຄອນຫຼວງປັກກິ່ງ, ແມ່ເຖົ້າ ຢູຮຸຍລານ ທີ່ມີອາຍຸ 65 ປີ ໄດ້ຢຶດໝັ້ນການອອກກຳລັງກາຍ. 3 ປີ ກ່ອນ, ຍ້ອນແມ່ເຖົ້າເປັນພະຍາດເບົາຫວານ, ຍ້ອນຕຸ້ຍຫຼາຍ, ປັດຈຸບັນ, ລະດັບນ້ຳຕານໃນເລືອດຂອງແມ່ເຖົ້າໄດ້ຫຼຸດຈາກ 9,6 ລົງເປັນ 6,2 ດ້ວຍການຍ່າງອອກກຳລັງກາຍ ແລະ ດຳເນີນການຝຶກຊ້ອມທີ່ກ່ຽວຂ້ອງ. ແມ່ເຖົ້າ ໄດ້ຊີ້ຕໍ່ໂມງອອກກຳລັງກາຍຂອງຕົນວ່າ: “ຄ່າຢາທີ່ປະຢັດໃນເວລາ 3 ປີຜ່ານມາ ກໍສາມາດຊື້ອຸປະກອນຫຼິ້ນກິລາວິຊາການແລ້ວ.”
ປັດຈຸບັນ, ເຄື່ອງໃຊ້ອັດສະລິຍະ, ແອັບຄຸ້ມຄອງສະພາບສຸຂະພາບ ແລະ ເຕັກນິກ AI ໄດ້ກາຍເປັນເຄື່ອງມືສຳຄັນສຳລັບຊາວໜຸ່ມທັງຫຼາຍ ໃນການອອກຳລັງກາຍ ຕາມຫຼັກວິທະຍາສາດ. ນາງ ຈ່າງແຢ້ນເຟີຍ (Zhang Yanfei) ທີ່ເກີດໃນຊຸມປີ 1990 ຢູ່ນະຄອນຢິນຊວນ ເຂດປົກຄອງຕົນເອງເຜົ່າຮຸຍນິງເຊ້ຍ ກ່າວວ່າ: ຂ້າພະເຈົ້າ ແລະ ໝູ່ຮ່ວມອອກຳລັງກາຍ ຕິດຕາມໂຕເລກຂໍ້ມູນຕ່າງໆ ເຊັ່ນ: ນ້ຳໜັກ, ລະດັບໄຂມັນໃນຮ່າງກາຍ ແລະ ສະພາບການອອກຳລັງກາຍຂອງຕົນໃນທຸກເວລາ ຕາມໂມງອັດສະລິຍະ, ເຄື່ອງແທກນ້ຳໜັກ ແລະ ອຸປະກອນອື່ນໆ ພ້ອມທັງວາງແຜນການອອກກຳລັງກາຍ ແລະ ຈັດສູດອາຫານຂອງຕົນ ຕາມຫຼັກສູດ AI.
ນອກຈາກດຳເນີນການຄຸ້ມຄອງຕໍ່ສະພາບສຸຂະພາບຂອງຕົນແລ້ວ, ເຄື່ອງໃຊ້ອັດສະລິຍະ ກໍໄດ້ຖືກນຳໃຊ້ຢ່າງກວ້າງຂວາງໃນເຂດຊຸມຊົນ ເຊິ່ງໄດ້ສ້າງກຳແພງປ້ອງກັນສຸຂະພາບທີ່ເຂັ້ມແຂງໃຫ້ແກ່ຄົນທັງຫຼາຍ.
ເມື່ອທ້າຍປີ 2024, ສູນບໍລິການສາທາລະນະສຸກ ເຂດຖະໜົນຊືຈີຊິງ ເມືອງຊາງເສິງ ນະຄອນຫາງໂຈ່ວ ແຂວງເຈີ້ຈ່ຽງໄດ້ນຳເອົາເຕັກນິກ AI ປະສານສົມທົບກັບເຄື່ອງໃຊ້ອັດສະລິຍະ ເພື່ອໃຫ້ການຊີ້ນຳດ້ານໂພຊະນາການ ແລະ ແຜນການອອກກຳລັງກາຍໃຫ້ແກ່ຄົນເຈັບ. ຄົນເຈັບ ສາມາດຕິດຕັ້ງເຄື່ອງແທກຈັງຫວະເຕັ້ນຂອງຫົວໃຈ ແລະເຄື່ອງໃຊ້ອັດສະລິຍະອື່ນໆ ໃນຫ້ອງອອກກຳລັງກາຍດີຈີຕອນ ເພື່ອວັດແທກໂຕເລກຂໍ້ມູນທີ່ກ່ຽວຂ້ອງກັບຫົວໃຈ, ປອດແລະ ກ້າມຊີ້ນຂອງຕົນ. ຫຼັງຈາກນັ້ນ, AI ຈະສາມາດວາງແຜນການອອກກຳລັງກາຍໃຫ້ແກ່ຄົນເຈັບ ຕາມເລກຂໍ້ມູນເຫຼົ່ານີ້. ທ່ານ ຮູຟາງ (Hu Fang) ຮອງຫົວໜ້າສູນບໍລິການດັ່ງກ່າວ ກ່າວວ່າ: ແຜນການອອກກຳລັງກາຍທີ່ສົມເຫດສົມຜົນ ມີຄວາມໝາຍສຳຄັນທີ່ສຸດ ຕໍ່ການລົດ ນ້ຳໜັກ, ການປິ່ນປົວພະຍາດ.
ເຄື່ອງໃຊ້ອັດສະລິຍະຂອງຈີນໄດ້ຮັບການພັດທະນາຢ່າງວ່ອງໄວ
ຄວາມກ້າວໜ້າຂອງວິທະຍາສາດ-ເຕັກໂນໂລຊີ ໄດ້ຊຸກຍູ້ການປະດິດສ້າງໃໝ່ ແລະ ການພັດທະນາຂອງເຄື່ອງໃຊ້ອັດສະລິຍະ ຢ່າງບໍ່ຢຸດຢັ້ງ. ຈາກໂມງອອກກຳລັງກາຍ, ອຸປະກອນລະດັບແພດສາດ ຈົນເຖິງເຕັກນິກນຳໜ້າຕ່າງໆເຊັ່ນ: ເຕັກນິກເຊື່ອມຕໍ່ສະໝອງມະນຸດກັບຄອມພິວເຕີ, ຜິວເອເລັກໂຕຣນິກແລະອື່ນໆ ພວມໄດ້ປ່ຽນແປງຊີວິດຂອງຄົນທັງຫຼາຍຢ່າງເລິກເຊິ່ງ. ໂຕເລກຂໍ້ມູນສະແດງໃຫ້ເຫັນວ່າ: ນັບແຕ່ປີ 2017-2023, ຂະໜາດຕະຫຼາດເຄື່ອງໃຊ້ອັດສະລິຍະ ການບໍລິໂພກຂອງຈີນໄດ້ເພີ່ມຂຶ້ນຈາກລະດັບ 21,26 ຕື້ຢວນ ເປັນ 93,47 ຕື້ຢວນ.
ປີ 2014, ບໍລິສັດ XIAOMI ໄດ້ເປີດນໍາໃຊ້ໂມງອັດສະລິຍະເຄື່ອງທຳອິດຂອງຈີນ ດ້ວຍລາຄາ 79 ຢວນເທົ່ານັ້ນ ເຊິ່ງໄດ້ຮັບຄວາມນິຍົມຊົມຊອບຈາກລູກຄ້າຢ່າງຫຼວງຫຼາຍ ແລະ ເຮັດໃຫ້ບໍລິສັດຕ່າງໆ ເລັ່ງການຜະລິດໂມງອັດສະລິຍະແບບນີ້. ນັບແຕ່ປີ 2020 ເປັນຕົ້ນມາ, ບໍລິສັດຫົວເຫວີຍ ແລະ ບໍລິສັດ OPPO ໄດ້ເພີ່ມບົດບາດຕິດຕາມລະດັບອົກຊີໃນເລືອດ ແລະ ECG ເປັນຕົ້ນ ເຂົ້າໃນໂມງອັດສະລິຍະ ເຊິ່ງໄດ້ພັດທະນາທັນກັບລະດັບນຳໜ້າຂອງໂລກ.
ຫວ່າງມໍ່ໆມານີ້, ທີມງານສາດສະດາຈານ ຈ່າງຢວນຖິງ ຂອງມະຫາວິທະຍາໄລພາສາຈີນ ຮົງກົງ ແລະ ມະຫາວິທະຍາໄລແພດສາດ ກວາງຕຸ້ງ ໄດ້ຮ່ວມກັນເປີດເຜີຍ “ທ່ານໝໍອັດສະລິຍະເວີນຢວນ” ທີ່ເປັນລະບົບ AI ໃຊ້ເຂົ້າໃນການປ້ອງກັນ ແລະ ປິ່ນປົວຄວາມເລືອດດັນສູງ ທີ່ເອົາເຕັກນິກເຄື່ອງໃຊ້ອັດສະລິຍະປະສານສົມທົບກັບ ລະບົບ DeepSeek-R1 ເຊິ່ງສາມາດຕິດຕາມສະພາບສຸຂະພາບຕະຫຼອດ 24 ຊົ່ວໂມງ, ເໝືອນດັ່ງທ່ານໝໍສາມາດລົມກັບຄົນເຈັບ ໄດ້ໃນທຸກເວລາ ແຕ່ບໍ່ຈຳເປັນຕ້ອງມີອຸປະກອນລາຄາແພງ, ເຮັດໃຫ້ປະຊາຊົນທີ່ຢູ່ເຂດຫ່າງໄກສອກຫຼີກ ກໍສາມາດໃຊ້ໄດ້ຢ່າງສະບາຍ ໂດຍບໍ່ຕ້ອງເສຍຄ່າປິ່ນປົວ.
ໃນຂະນະດຽວກັນ, ເຄື່ອງໃຊ້ອັດສະລິຍະຕ່າງໆ ກໍພວມເຊື່ອມໂຍງເຂົ້າໃນຂົງເຂດ AR ແລະ ຂົງເຂດ VR ເຊິ່ງຈະສາມາດເປີດກວ້າງຄວາມສຳຜັດຂອງມະນຸດ. ຕົວຢ່າງຄື: ແວ່ນຕາ AR ສາມາດເພີ່ມຂໍ້ມູນສົມມຸດເຂົ້າໃນສະພາບຕົວຈິງ, ປັດຈຸບັນ, ກໍຖືກນຳໃຊ້ເຂົ້າໃນຂົງເຂດການສຶກສາ, ຝຶກອົບຮົມ, ການຜ່າຕັດ ແລະ ການອອກແຮງງານດ້ານອຸດສາຫະກຳຕ່າງໆ.
ນອກນີ້, ເຄື່ອງໃຊ້ອັດສະລິຍະຂອງຈີນ ຍັງໄດ້ຕັ້ງໜ້າພັດທະນາໄປສູ່ຕ່າງປະເທດ. ປັດຈຸບັນ, ເຄື່ອງໃຊ້ອັດສະລິຍະຂອງຈີນ ພວມໄດ້ເຂົ້າສູ່ຕະຫຼາດຈະເລີນໃໝ່ຕ່າງໆ ທີ່ຢູ່ທະວີບອາເມຣິກາ, ເອີຣົບ, ອາຊີຕາເວັນອອກສ່ຽງໃຕ້ ແລະ ພາກພື້ນຕາເວັນອອກກາງ ໂດຍຜ່ານຈາກ SHEIN ແລະ eMAG ທີ່ເປັນແອັບ ແລະ ເວັບໄຊທຸລະກິດເອເລັກໂຕຣນິກຂ້າມຊາດ.
“ອະນາຄົດໄດ້ໝູນວຽນມາເຖິງແລ້ວ”, ເຄື່ອງໃຊ້ອັດສະລິຍະເຊື່ອມໂຍງເຂົ້າກັບອິນເຕີເນັດຊັບພະສິ່ງ ແລະ ເຕັກນິກ AI ບໍ່ພຽງແຕ່ໄດ້ຊຸກຍູ້ຄວາມກ້າວໜ້າດ້ານເຕັກນິກເທົ່ານັ້ນ, ແຕ່ຫາກຍັງໄດ້ປ່ຽນແປງແບບແຜນດຳລົງຊີວິດຂອງຄົນທັງຫຼາຍ. ຈາກການຕິດຕາມສະພາບສຸຂະພາບ ເຖິງເຄື່ອງໃຊ້ໃນເຮືອນອັດສະລິຍະ, ຈາກຂໍ້ສະເໜີສ່ວນບຸກຄົນ ເຖິງການຊ່ວຍເຫຼືອດ້ານການແພດ, ຄົນທັງຫຼາຍ ພວມເຊື່ອມໂຍງເຂົ້າກັບຊີວິດອັດສະລິຍະແບບນີ້ ຢ່າງຕັ້ງໜ້າ.