ວາລະສານຈໍາປາ | ການຊູ: ປົກປັກຮັກສາທົ່ງຫຍ້າແຫ່ງນີ້ໃຫ້ດີ

ແຫຼ່ງຂ່າວ:CHAMPA   |    2025-03-14 18:27:58

 

ຍອດພູສີຫຼຽນ (Qilian) ທີ່ມີຫິມະສີຂາວປົກຄຸມຢ່າງກວ້າງຂວາງ, ຢູ່ຕີນພູມີຫຍ້າສີຂຽວສຳລັບໃຫ້ສັດກິນ.

ໜຶ່ງຄົນ ໜຶ່ງມ້າ, ຂີ່ມ້າຊ້າໆຢູ່ສະໜາມມ້າຊານຕານ (Shandan). ຄົນຂີ່ມ້າຈະລົງຈາກມ້າເລື້ອຍໆ, ບາງເທື່ອກວດເບິ່ງສະໜາມຫຍ້າ, ບາງເທື່ອແຈ້ງເຕືອນນັກທ່ອງທ່ຽວທີ່ໄປໆມາໆ, ບໍ່ໃຫ້ຖິ້ມຂີ້ເຫຍື້ອ ຫຼື ກົ້ນຢາສູບຊະຊາຍ.

ຄົນຂີ່ມ້າ ມີຊື່ວ່າ ຫຼິວກົວນຽນ (Liu Guonian), ຫົວໜ້າທີມລ້ຽງມ້າຂອງສະໜາມມ້າ, ລາວເພາະພັນມ້າ, ລ້ຽງມ້າຢູ່ສະໜາມມ້າ ມາເກືອບ 20 ປີ. ປີມໍ່ໆນີ້, ຫຼິວກົວນຽນ ກໍມີຖານະທີ່ສຳຄັນເພີ່ມຂຶ້ນມາອີກຈຳນວນໜຶ່ງ, ຮ່ວມກັບເພື່ອນຮ່ວມງານອີກ 10 ປາຍຄົນ ເປັນ “ຫົວໜ້າປ່າ” “ຫົວໜ້າແມ່ນ້ຳ”, ທຸກໆມື້ ລາດຕະເວນ ຕາມແມ່ນ້ຳ, ທົ່ງຫຍ້າ, ປົກປັກຮັກສາພູສີຫຼຽນແຫ່ງນີ້.

“ຫົວໜ້າຫຼິວ, ພູເບື້ອງນັ້ນ ແນມເຫັນກວາງກົ້ນຂາວອີກແລ້ວ, ໜ້າຈະມີ 100 ກວ່າໂຕ.” ມີສຽງຄົນຮ້ອງ ຫາ ຫຼິວກົວນຽນ ຈາກໄລຍະໄກ.

“ນັ້ນແມ່ນຊ່າງຖ່າຍພາບ ທີ່ມັກມາຖ່າຍຮູບຢູ່ບ່ອນນີ້ຂອງພວກເຮົາ, ມັກຖ່າຍໄດ້ຮູບກວາງກົ້ນຂາວປ່າ.” ຫຼິວກົວນຽນ ໂບກມືຕອບກັບ. ນອກຈາກ ກວາງກົ້ນຂາວ ທີ່ເປັນສັດສະຫງວນແຫ່ງຊາດ ລະດັບສອງ, ແຕ່ກີ້ ກໍມີແກະສີຟ້າ, ໝາປ່າ ຈົນຮອດ ເສືອດາວຫິມະ ທີ່ຫາຍາກກໍປາກົດມາໃຫ້ເຫັນ, ຫຼິວກົວນຽນ ລ້ວນແຕ່ເຄີຍເຫັນໃນຕອນທີ່ລາດຕະເວນ. “ໂດຍສະເພາະແມ່ນຕອນຄ່ຳໃນລະດູໃບໄມ້ຫຼົ່ນ ແລະ ລະດູໜາວ, ຂັບລົດຕ້ອງລະມັດລະວັງ, ກວາງຈຳນວນບໍ່ໜ້ອຍລົງພູມາຫາອາຫານ, ອາດຈະປາກົດຢູ່ຂ້າງທາງໄດ້ຕະຫຼອດເວລາ. ປັດຈຸບັນ, ພວກມັນລ້ວນແຕ່ບໍ່ຢ້ານຄົນແລ້ວ.”

“ກວາງປ່າ ລ້ວນແຕ່ມາຫາອາຫານຢູ່ສະໜາມຫຍ້າຂອງພວກເຮົາ.” ຫວາງຊຸນ (Wang Chun) ພະນັກງານຂອງສະໜາມມ້າຊານຕານ ເຂົ້າຮ່ວມບົດສົນທະນາດ້ວຍຮອຍຍິ້ມ, ພາຍໃຕ້ ຫຼັກການ “ບູລິມະສິດດ້ານນິເວດ”, ສະໜາມມ້າຫຼຸດຈຳນວນປະສຸສັດລົງ, ດຳເນີນການຫ້າມລ້ຽງປະສຸສັດໃນທົ່ງຫຍ້າ ໃນເຂດລ້ຽງສັດລວມທີ່ມີເນື້ອທີ່ 70035 ເຮັກຕ້າ, ປັດຈຸບັນ ອັດຕາພືດສັງລວມທີ່ປົກຄຸມໃນທົ່ງຫຍ້າເຂດສະໜາມມ້າມີຮອດ 85,36%, ອັດຕາສ່ວນຂອງຫຍ້າທີ່ສັດກິນໄດ້ເພີ່ມຂຶ້ນເປັນ 96%.

“ຄວາມຮັບຜິດຊອບຂອງພວກເຮົາກໍຍິ່ງໜັກຂຶ້ນໃນການປົກປັກຮັກສາສັດປ່າ ແລະ ການປ້ອງກັນອັກຄີໄພ, ນີ້ແມ່ນ ‘ຄວາມກັງວົນໃຈ’ ທີ່ຫອມຫວານ.”ສະໜາມມ້າຊານຕານ ທີ່ຕັ້ງຢູ່ ຕີນພູທາງເໜືອເຫຼິງຫຼົງຫຼິນ (Lenglongling) ພູສີຫຼຽນ, ດິນແດນແຫ່ງນີ້ກວມເອົາສອງແຂວງການຊູ ແລະ ຊິງໄຫ, ເຄີຍເປັນສະຖານທີ່ ທີ່ ຮົວຊູປິງ (Huo Qubing) ແມ່ທັບກອງທະຫານມ້າແຫ່ງລາດຊະວົງຮັ້ນຕາເວັນຕົກ ຕັ້ງທັບ ແລະ ລ້ຽງມ້າ, ແມ່ນຖານເພາະພັນມ້າທາງທະຫານທີ່ໃຫຍ່ທີ່ສຸດໃນຈີນຫຼື ແມ່ນແຕ່ໃນອາຊີ, ທັງແມ່ນພາກສ່ວນສຳຄັນ ຂອງເຂດອະນຸລັກແຫຼ່ງນ້ຳຂອງພູສີຫຼຽນ.

ການທ່ອງທ່ຽວນິເວດ, ເປັນພຽງບົດໜຶ່ງໃນບົດຄວາມ “ນິເວດ+” ທີ່ເປັນຄວາມພະຍາຍາມເຮັດເປັນຢ່າງດີຂອງສະໜາມມ້າຊານຕານ. ຫຼິວກົວນຽນ ເວົ້າວ່າ, ພວກຜູ້ອາວຸໂສ ມັກເວົ້າວ່າ, ປົກປັກຮັກສາສະໜາມຫຍ້າ ແມ່ນເປັນການສົ່ງຕໍ່ຊັບສົມບັດອັນລ້ຳຄ່າໃຫ້ລຸ້ນລູກລຸ້ນຫຼານ. ຄົນໃນສະໜາມມ້າແຕ່ລະລຸ້ນ ເຕີບໃຫຍ່ມາກັບການຟັງປະໂຫຍກນີ້, ແລ້ວເຮັດຕາມຄຳເວົ້ານີ້. ອີງໃສ່ຊັບພະຍາກອນທຳມະຊາດທີ່ມີຄຸນນະພາບດີເດັ່ນຂອງສາຍພູສີຫຼຽນ, ສະໜາມມ້າ ນອກຈາກການອະນຸລັກພັນມ້າທາງທະຫານ ແລະ ການທ່ອງທ່ຽວທາງນິເວດໃຫ້ດີແລ້ວ, ຍັງເນັ້ນໜັກການພັດທະນາກະສິກຳແບບປະຢັດນ້ຳ, ການລ້ຽງພັນງົວເນື້ອ ແກະເນື້ອ ແລະ ລວາ, ການປຸງແຕ່ງອາຫານ ເຊັ່ນ: ນ້ຳມັນເມັດຜັກພູພຽງ, ເຫຼົ້າຊິງເຄີ (Highland barley) ແລະ ອື່ນໆ.

“ພວກເຮົາລ້ວນແຕ່ມີຄວາມຮັກແພງຕໍ່ກັບສະໜາມມ້າ. ລູກຊາຍຂອງຂ້ອຍປີໜ້າເສັງເຂົ້າມະຫາວິທະຍາໄລ. ລາວເວົ້າວ່າ ຢາກເປັນໝໍ, ເມື່ອຮຽນຈົບແລ້ວກໍຈະກັບມາສະໜາມມ້າ. ຂ້ອຍປົວມ້າ, ລາວປົວຄົນ, ສອງພໍ່ລູກເຮັດວຽກຮ່ວມກັນ.” ເມື່ອແນມເບິ່ງໄປຕາມສາຍຕາຂອງຫຼິວກົວນຽນ, ແສງຕາເວັນທີ່ສ່ອງແສງ, ທ້ອງຟ້າສີຄາມ, ເມກສີຂາວ, ພູຫິມະ, ມ້າທີ່ກຳລັງແລ່ນ, ກໍເບິ່ງຄືກັນກັບ ຮູບແຕ້ມສີນ້ຳມັນທີ່ແຕ້ມຂຶ້ນມາດ້ວຍຄວາມຕັ້ງໃຈ.

ວາລະສານຈໍາປາ | ການຊູ: ປົກປັກຮັກສາທົ່ງຫຍ້າແຫ່ງນີ້ໃຫ້ດີ