ວາລະສານຈໍາປາ | ແຊວງຈ່ຽງຊີ: ຕາກລະດູໃບໄມ້ຫຼົ່ນພັນປີ, ຕາກເດີ່ນຫຼິ້ນແຫ່ງໃໝ່

ແຫຼ່ງຂ່າວ:CGTN   |    2025-03-14 18:24:06

 

ຍ່າງໃນ ບ້ານຫວງຫຼິງ (Huangling) ຕາແສງຈ່ຽງວານ (Jiangwan) ເມືອງອູຢວນ (Wuyuan) ນະຄອນຊາງຣາວ (Shangrao) ແຂວງຈ່ຽງຊີ (Jiangxi), ທີ່ຢູ່ອາໄສຮູບແບບຮຸຍ (Hui) ທີ່ມີຝາສີຂາວ ຫຼັງຄາສີດຳ ສັບໄຂ່ວກັນຢ່າງປານີດສວຍງາມ, ທາງຫີນສີດຳເທົາຄົດຄ້ຽວໄປທາງໜ້າ, ນັກທ່ອງທ່ຽວຈາກທົ່ວທຸກຫົນແຫ່ງຍົກໂທລະສັບຂຶ້ນມາບັນທຶກທັດສະນີຍະພາບອັນງົດງາມຂອງບ້ານບູຮານ. ແຕ່ເລື່ອງລາວຂອງບ້ານບູຮານຫວງຫຼິງ ຍັງຄົງຕ້ອງເລີ່ມເລົ່າຈາກຄັນຮົ່ມເຈ້ຍນ້ຳມັນ ແລະ ການຕາກໃນລະດູໃບໄມ້ຫຼົ່ນ.

ຄວາມມີຊີວິດຊີວາຂອງບ້ານບູຮານ ຫວງຫຼິງ ແມ່ນ ໄດ້ຮັບ “ການສະໜັບສະໜູນ” ອອກມາ. “ການເລື່ອຍໄມ້ໄຜ່, ການຕິດຕັ້ງຄັນດ້າມ, ການຕິດຄັນຮົ່ມ, ການແຕ້ມ, ການທາສີນ້ຳມັນຖັງ… ການກຳເນີດຂອງຄັນຮົ່ມເຈ້ຍນ້ຳມັນທຸກໆຄັນ ຕ້ອງໄດ້ຜ່ານຂັ້ນຕອນການຜະລິດດ້ວຍມືຢ່າງໜ້ອຍ 76 ຂັ້ນຕອນ, ທັງໄດ້ບັນຈຸວັດທະນະທຳດັ້ງເດີມຂອງຫວງຫຼິງ.” ເທິງຖະໜົນບູຮານຫວງຫຼິງ, ໃນຮ້ານທີ່ຂາຍຄັນຮົ່ມເຈ້ຍນ້ຳມັນທີ່ດຳເນີນກິດຈະການໂດຍ ຊາວເວິນຈວນ (Cao Wenjuan) ມີລູກຄ້າເຂົ້າອອກຢ່າງບໍ່ຂາດສາຍ. “ໃນລະດູການທີ່ມີຄົນທ່ອງທ່ຽວຫຼາຍທີ່ສຸດ, ສະເລ່ຍໜຶ່ງມື້ສາມາດຂາຍຄັນຮົ່ມເຈ້ຍນ້ຳມັນ 100 ກວ່າຄັນ.”

ຄັນຮົ່ມເຈ້ຍນ້ຳມັນ, ກຳເນີດຂຶ້ນ ຢູ່ບ້ານເຈຍລູ (Jialu) ເມືອງອູຢວນ, ປັດຈຸບັນມີປະຫວັດສາດມາກວ່າ 800 ກວ່າປີ, ມີຊື່ສຽງຢ່າງກວ້າງຂວາງໃນເຂດຈ່ຽງໜານ (Jiangnan), ໃນນັ້ນ ສິລະປະເຕັກນິກການຜະລິດ ກໍໄດ້ຖືກຄັດເລືອກໃຫ້ບັນຈຸເຂົ້າໃນລາຍຊື່ ມໍລະດົກວັດທະນະທຳນາມມະທໍາລະດັບຊາດຂອງຈີນ.

ຄວາມມີຊີວິດຊີວາຂອງບ້ານບູຮານ ຫວງຫຼິງ ກໍແມ່ນ “ຕາກ” ອອກມາ. ທຸກໆປີ ໃນລະດູເກັບກ່ຽວຜັກໝາກໄມ້,ຊັ້ນໄມ້ ຂອງບ້ານຮູບແບບຮຸຍ ໄດ້ມີໝາກເຜັດແດງ, ສາລີ, ໝາກອຶ, ຖົ່ວຝັກຍາວ ແລະ ເຄື່ອງກະສິກຳອື່ນໆຕາກໄວ້ເຕັມ, ໄດ້ເກີດເປັນທັດສະນີຍະພາບ “ບ້ານທີ່ຕາກໃນລະດູໃບໄມ້ຫຼົ່ນ” ທີ່ເປັນເອກະລັກສະເພາະຂອງຈີນຢ່າງບໍ່ໄດ້ຕັ້ງໃຈ.

“ ‘ການຕາກໃນລະດູໃບໄມ້ຫຼົ່ນ’ ແມ່ນປະເພນີດັ້ງເດີມຂອງພວກເຮົາຄົນຫວງຫຼິງ, ຕອນນີ້ບໍ່ແມ່ນພຽງສະເພາະໃນລະດູໃບໄມ້ຫຼົ່ນເທົ່ານັ້ນ.” ໃນຕອນເຊົ້າເດິກ, ປ້າ ອູຊຽນເຟິງ (Wu Xianfeng) ກໍຫຍຸ້ງວຽກກັບການຕາກໃນລະດູໃບໄມ້ຫຼົ່ນ. “ທຸກໆລະດູການລ້ວນແຕ່ມີສະເໜ່ສະເພາະຂອງຕົນເອງ, ຫວັງວ່າຜ່ານ ‘ການຕາກໃນລະດູໃບໄມ້ຫຼົ່ນ’, ຈະເຮັດໃຫ້ຄົນຫຼາຍຍິ່ງຂຶ້ນໄດ້ຮັບຮູ້ເຖິງຄວາມງາມຂອງການປ່ຽນລະດູການທັງສີ່.”

“ ‘ການຕາກໃນລະດູໃບໄມ້ຫຼົ່ນ’ ມີຈຸດກຳເນີດມາຈາກຄວາມຕ້ອງການໃນການດຳລົງຊີວິດຂອງຊາວບ້ານຫວງຫຼິງ, ເປັນໜຶ່ງຂອດຂອງກິດຈະກຳການຜະລິດກະສິກຳ.” ອູຊຽງຢາງ (Wu Xiangyang) ປະທານບໍລິສັດວັດທະນະທຳ ແລະ ການທ່ອງທ່ຽວ ຫວງຫຼິງ ຫຸ້ນສ່ວນ ຈໍາກັດ ມີຄວາມໝັ້ນໃຈຢ່າງເຕັມປ່ຽມຕໍ່ການພັດທະນາທີ່ປະສານສົມທົບວັດທະນະທຳ ແລະ ການທ່ອງທ່ຽວ “ຫວງຫຼິງ ບໍ່ແມ່ນພຽງແຕ່ເປັນຈຸດໝາຍປາຍທາງໜຶ່ງສຳລັບການພັກຜ່ອນຢ່ອນອາລົມ, ຍິ່ງແມ່ນສິ່ງບັນຈຸວັດທະນະທຳ.” ຈາກຄຳເຫັນ ຂອງ ອູຊຽງຢາງ, ຫວງຫຼິງ ໃນນາມທີ່ເປັນ ຜູ້ບຸກເບີກເສັ້ນທາງແຫ່ງການປະສານສົມທົບ ວັດທະນະທຳ ແລະ ການທ່ອງທ່ຽວ, ມີພຽງແຕ່ຂຸດຄົ້ນ ແລະ ສົ່ງຕໍ່ວັດທະນະທຳຂອງທ້ອງຖິ່ນ, ຈຶ່ງສາມາດເຮັດໃຫ້ຄວາມມີຊີວິດຊີວາອັນແທ້ຈິງໄດ້ຖືກສົ່ງອອກມາ. “ຫວັງວ່າໃນຂະນະທີ່ນັກທ່ອງທ່ຽວຊື່ນຊົມກັບພາບທິວທັດອັນງົດງາມ, ກໍສາມາດຮູ້ສຶກໄດ້ເຖິງຄວາມໝາຍແຝງດ້ານວັດທະນະທຳອັນເລິກເຊິ່ງຂອງຫວງຫຼິງ.”

ເມື່ອຕາເວັນຕົກດິນ, ຊາວເວິນຈວນ ກວດນັບລາຍຮັບຂອງມື້; ອູຊຽນເຟິງ ເກັບມ້ຽນເຄື່ອງຕາກລະດູໃບໄມ້ຫຼົ່ນໃນເຂັ້ງ, ຄອງຄອຍມື້ອື່ນ ເພື່ອສືບຕໍ່ເລົ່າ “ເລື່ອງລາວອັນມີຊີວິດຊີວາ” ຂອງບ້ານບູຮານ.

ວາລະສານຈໍາປາ | ແຊວງຈ່ຽງຊີ: ຕາກລະດູໃບໄມ້ຫຼົ່ນພັນປີ, ຕາກເດີ່ນຫຼິ້ນແຫ່ງໃໝ່