ວາລະສານຈໍາປາ | “ແກະໂຊລາເຊວ”, ຖືບັດເຂົ້າປະຈຳຕຳແໜ່ງ

ແຫຼ່ງຂ່າວ:CHAMPA   |    2025-03-14 18:20:20

 

ຢູ່ເມືອງກົງເຫີ (Gonghe) ກິ່ງແຂວງປົກຄອງຕົນເອງເຜົ່າທິເບດ ໄຫໜານ (Hainan) ແຂວງຊິງໄຫ (Qinghai), ແຢຕົວ (Ye Duo) ຄົນລ້ຽງສັດກຳລັງແບກການ້ຳ, ຍ່າງເຂົ້າສູ່ສະຖານີໄຟຟ້າໂຊລາເຊວນິເວດ ລະດັບສິບລ້ານກິໂລວັດ ທີ່ຢູ່ເທິງທົ່ງຫຍ້າທາລາທານ (Talatan). ແຕ່ວ່າຢູ່ໃກ້ຄຽງກັບແຜ່ນໂຊລາເຊວ, ຂະນະນີ້ “ແກະໂຊລາເຊວ” ກຳລັງກິນຫຍ້າຢູ່.

ສະຖານີໄຟຟ້າໂຊລາເຊວ ທາລາທານ ກວມເອົາເນື້ອທີ່ 609 ກິໂລຕາແມັດ, ແສງແດດສ່ອງສະເລ່ຍຕໍ່ປີເກືອບ 3000 ຊົ່ວໂມງ. ນັບແຕ່ກາຍເປັນສວນອຸດສາຫະກຳໄຟຟ້າໂຊລາເຊວ ທີ່ມີກຳລັງຕິດຕັ້ງທີ່ໃຫຍ່ທີ່ສຸດໃນໂລກ, ຢູ່ທີ່ນີ້ບໍ່ພຽງແຕ່ນຳເອົາໄຟຟ້າສົ່ງໄປແຂວງຈ່ຽງຊູ (Jiangsu), ເຫີໜານ (Henan) ແລະ ແຂວງອື່ນໆ, ນອກຈາກນີ້ຍັງໄດ້ປັບປຸງສະພາບແວດລ້ອມນິເວດໃນທ້ອງຖິ່ນໄດ້ເກີນຄວາມຄາດໝາຍ, ກໍຄື ຄວາມໄວສະເລ່ຍຂອງລົມຫຼຸດລົງ 50%, ອັດຕາປົກຫຸ້ມຂອງພືດຟື້ນຟູຮອດ 80%.

ເນື່ອງຈາກວ່າ ລົມພະຍຸຊາຍໃນທ້ອງຖິ່ນແຮງ, ແຜ່ນໂຊລາເຊວຫຼັງຈາກທີ່ມີຂີ້ຝຸ່ນຈັບ ຈະສົ່ງຜົນກະທົບຕໍ່ປະສິດທິພາບການຜະລິດໄຟຟ້າ, ພະນັກງານປະຕິບັດງານ ແລະ ບຳລຸງຮັກສາ ຈະລ້າງແຜ່ນໂຊລາເຊວດ້ວຍນ້ຳເປັນປະຈຳ. ຄິດບໍ່ເຖິງວ່າ, ຫຍ້າສີຂຽວອຸ່ມທຸ່ມຈະເກີດຂຶ້ນມາ ໃນສະຖານທີ່ ທີ່ລ້າງ. ຫຍ້າທີ່ຂື້ນໄວເກີນໄປ ແລະ ສູງເກີນໄປ ບໍ່ພຽງແຕ່ມີຜົນກະທົບຕໍ່ກັບແຜ່ນໂຊລາເຊວໃນການຜະລິດໄຟຟ້າ, ຫຍ້າທີ່ຫ່ຽວແຫ້ງໃນລະດູໃບໄມ້ຫຼົ່ນ ແລະ ລະດູໜາວ ຍັງສ່ຽງຕໍ່ການເກີດໄຟໄໝ້ອີກດ້ວຍ. ວິທີການກຳຈັດຫຍ້າແບບດັ້ງເດີມ, ເຖິງແມ່ນວ່າສາມາດແກ້ໄຂບັນຫາທີ່ມາຈາກຫຍ້າໄດ້ຢ່າງມີປະສິດທິຜົນ, ແຕ່ວ່າກໍໄດ້ສ້າງຄວາມເສຍຫາຍໃນລະດັບໃດໜຶ່ງ ຕໍ່ກັບສະພາບແວດລ້ອມ.

ມີຄົນສະເໜີຄວາມຄິດທີ່ຫຼັກແຫຼມຢ່າງໜຶ່ງອອກມາ: ໃຫ້ແກະມາກິນຫຍ້າ. ແກະກິນຫຍ້າ, ຊ່ວຍປະຢັດຕົ້ນທຶນຫົວອາຫານຂອງຄົນລ້ຽງສັດ, ທັງຫຼຸດຜ່ອນຕົ້ນທຶນການກຳຈັດຫຍ້າໂຊລາເຊວດ້ວຍແຮງງານຄົນ. ພ້ອມດຽວກັນນັ້ນ, ຂີ້ແກະຍັງຊ່ວຍບຳລຸງດິນ, ກາຍເປັນ ຕ່ອງໂສ້ນິເວດສີຂຽວ, ແກະທີ່ຂາຍອອກໄປຍັງສາມາດນຳເອົາລາຍຮັບມາໃຫ້ຄົນລ້ຽງສັດ, ຄືກັບໂຍນຫີນເທື່ອດຽວໄດ້ນົກຫຼາຍໂຕ. ປີ 2021,​ ແກະ 600 ໂຕກໍເຂົ້າ “ປະຈຳການ”. ເພື່ອເຮັດໃຫ້ແກະກິນຫຍ້າໄດ້ສະບາຍຍິ່ງຂຶ້ນ, ພະນັກງານຍັງໄດ້ເພີ່ມໄລຍະຫ່າງຈາກພື້ນຂອງກຸ່ມແຜງໂຊລາເຊວ ຈາກແຕ່ກີ້ 0,5 ແມັດເປັນ 1,2 ແມັດ, ຍັງໄດ້ຂະຫຍາຍໄລຍະຫ່າງລະຫວ່າງແຜ່ນໂຊລາເຊວ.

“ຫຼັງຈາກທີ່ຕື່ມຂີ້ແກະເປັນປຸ໋ຍໃນດິນແລ້ວ, ຫຍ້າກໍຍິ່ງເຕີບໂຕດີຂຶ້ນ, ແກະຍິ່ງກິນກໍຍິ່ງຕຸ້ຍ, ພວກເຮົາເອີ້ນມັນວ່າ ‘ແກະໂຊລາເຊວ’.” ນັບແຕ່ສວນອຸດສາຫະກຳປ່ອຍແກະ, ລາຍຮັບຂອງແຢຕົວ ທີ່ແຕ່ກີ້ປີໜຶ່ງສອງໝື່ນຢວນກໍປ່ຽນເປັນເຈັດແປດໝື່ນຢວນໃນປັດຈຸບັນ.

ປັດຈຸບັນ, ກິ່ງແຂວງໄຫໜານ ໄດ້ສ້າງຟາມລ້ຽງສັດນິເວດໂຊລາເຊວ 12 ແຫ່ງ ໃນສວນອຸດສາຫະກຳ, ກາຍເປັນຮູບແບບຂອງການພັດທະນາທີ່ປະສານກັນລະຫວ່າງ “ອຸດສາຫະກຳໂຊລາເຊວ+ການປົກປັກຮັກສານິເວດ+ ກະສິກຳລ້ຽງສັດນິເວດ”. ຢູ່ເທິງຫູຂອງ “ແກະໂຊລາເຊວ” ທຸກໂຕ, ລ້ວນແຕ່ຫ້ອຍປ້າຍສີເຫຼືອງຮູບສີ່ຫຼ່ຽມທີ່ມີຂະໜາດ 2 ຊັງຕີແມັດ “ນັ້ນແມ່ນ ‘ບັດປະຈຳໂຕ’ ຂອງແກະທຸກໆໂຕ ລ້ວນແຕ່ມີໝາຍເລກສະເພາະບໍ່ຊ້ຳກັນ.” ແຢຕົວເວົ້າຕໍ່ວ່າ “ຂໍພຽງແຕ່ສະແກນ ກໍສາມາດກວດຂໍ້ມູນ ເຊັ່ນອາຍຸ, ຜູ້ລ້ຽງ, ການລົງທະບຽນສີດວັກຊີນ ແລະ ຂໍ້ມູນອື່ນໆ,ຊື້ໄດ້ຢ່າງວາງໃຈ.”

ຄືກັບແຢຕົວ, ຢາງເຊິງເຫວິນ (Yang Shengwen) ຊາວບ້ານ ຂອງບ້ານເຫີເລີຊື (Helesi) ທີ່ຂຶ້ນກັບ ເມືອງກົງເຫີ ກິ່ງແຂວງໄຫໜານ ມັກຕ້ອນແກະ 400 ກວ່າໂຕຂອງບ້ານຕົນໄປປ່ອຍຢູ່ເຂດນິຄົມອຸດສາຫະກຳໄຟຟ້າໂຊລາເຊວ ເທິງທາລາທານ. ຢາງເຊິງເຫວິນ ອົມຍິ້ມ ກ່າວວ່າ:“ເມືອງໄດ້ນຳພາພວກເຮົາພັດທະນາຂະແໜງກະສິກຳລ້ຽງສັດນິເວດ ແລະ ເສດຖະກິດລວມໝູ່ ໃນບ້ານ, ແກະສາມາດຂ້າລວມກັນ, ຈຳໜ່າຍລວມກັນ, ໄດ້ຮັບຜົນປະໂຫຍດຮ່ວມກັນ, ຊີວິດຂອງພວກຊາວບ້ານມີຊີວິດຊີວາຫຼາຍກວ່າເກົ່າ!”

ວາລະສານຈໍາປາ | “ແກະໂຊລາເຊວ”, ຖືບັດເຂົ້າປະຈຳຕຳແໜ່ງ